ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຳລັງອີຣັກ ແລະຊາວເຄີດ ສູ້ລົບກັນ ຍາດເອົາ ເຂດຂັດແຍ້ງ ທີ່ຍັງເຫຼືອຢູ່


ກຳລັງ Peshmerga ຂອງຊາວເຄີດ ສັງເກດການ ເບິ່ງການສູ້ລົບ
ເມື່ອວັນທີ 20 ຕຸລາ 2017 ທີ່ເມືອງ Altun Kopri ທີ່ຍັງມີການຂັດແຍ້ງ ໃນພາກເໜືອ ອີຣັກ.
ກຳລັງ Peshmerga ຂອງຊາວເຄີດ ສັງເກດການ ເບິ່ງການສູ້ລົບ ເມື່ອວັນທີ 20 ຕຸລາ 2017 ທີ່ເມືອງ Altun Kopri ທີ່ຍັງມີການຂັດແຍ້ງ ໃນພາກເໜືອ ອີຣັກ.

ໃນຂະນະທີ່ຕາເວັນພວມຈະລັບຂອບຟ້າໄປນັ້ນ ລົດຖັງກຳລັງ Peshmerga ຂອງ
ຊາວເຄີດ ກໍໄດ້ຍິງປືນໃຫຍ່ຖະຫຼົ່ມເມືອງ Altun Kopri ຊຶ່ງໃນເວລານີ້ ແມ່ນຢູ່ພາຍ ໃຕ້ການຄວບຄຸມຂອງອີຣັກ ໃນຂະນະສຽງປືນນ້ອຍດັງຂຶ້ນ ໃນບໍລິເວນທາງເຂົ້າໄປ
ໃນເມືອງດັ່ງກ່າວ.

ພວກອາສາສະໝັກພົນລະເຮືອນຊາວເຄີດແມ່ນແຈກຢາຍກັນຢູ່ດ້ານຫຼັງຂອງຄັນຄູ
ທີ່ຢູ່ໃກ້ຄຽງ ຂະນະທີ່ລົດຂອງພວກນັກຂ່າວ ແລ່ນອອກໜີໄປຈາກບ່ອນທີ່ມີການຍິງ
ປືນໃຫຍ່. ລົດທີ່ບັນທຸກ ພວກນັກລົບຊາວເຄີດ ແມ່ນແລ່ນມຸ່ງໄປຂ້າງໜ້າ.

ກຳລັງອີຣັກແລະຊາວເຄີດ ໄດ້ສູ້ລົບກັນມາແຕ່ຕອນເຊົ້າຫລັງຈາກທະຫານອີຣັກມຸ່ງ
ໜ້າຂຶ້ນເໜືອ ອອກຈາກເມືອງ Kirkuk ຊຶ່ງເປັນເມືອງທີ່ອຸດົມສົມບູນໄປດ້ວຍນ້ຳມັນ
ທີ່ພວກເຂົາ ເຂົ້າຍຶດເອົາໃນອາທິດແລ້ວ ໄປຍັງເມືອງ Irbil ຊຶ່ງເປັນເມືອງຫຼວງຂອງ
ຊາວເຄີດ.

Iraqi and Kurdish Forces Battle for Remaining Disputed Territories
please wait

No media source currently available

0:00 0:00:36 0:00

ແບັກແດດກ່າວວ່າ ຕົນຕ້ອງການຈະເຂົ້າຍຶດເອົາດິນແດນ ທີ່ມີການຂັດແຍ້ງທັງໝົດ ໂດຍເຮັດໃຫ້ ເຂດເຄິ່ງປົກຄອງຕົນເອງ Kurdistan ກັບຄືນໄປສູ່ ການມີເຂດຊາຍ
ແດນທີ່ຈຳກັດຂອງປີ 2003. ພວກນັກລົບແລະພົນລະເຮືອນບາງຄົນຂອງຊາວເຄີດ
ຢ້ານວ່າ ແບັກແດດອາດຈະເຄື່ອນໄຫວຫຼາຍໄປກວ່ານັ້ນຮວມທັງການເຂົ້າຍຶດເອົາ
ເມືອງ Irbil. ແຕ່ບາງຄົນເວົ້າວ່າ ແບັກແດດເບິ່ງຊົງວ່າ ຈະບໍ່ເຄື່ອນໄຫວ ເຂົ້າໄປໃນ
ເຂດດັ່ງກ່າວ ຊຶ່ງໄດ້ປົກຄອງຕົນເອງມາດົນກວ່າ 25 ປີແລ້ວນັ້ນ.

ທ່ານ Ari Hasin ສະມາຊິກສະພາ Kurdistan ທີ່ໄດ້ອາສາສະໝັກໄປສູ້ລົບຢູ່ເຂດ
ແນວໜ້າກັບກຳລັງ Peshmerga ກ່າວວ່າ “ທະຫານອີຣັກບາງຄົນທີ່ນັ້ນອາດຕ້ອງ ການຢາກຈະບຸກເຂົ້າໄປໃນເມືອງ Irbil ແຕ່ພວກຜູ້ນຳຂັ້ນສູງຊຶ່ງເປັນພວກທີ່ຮູ້ເລື່ອງ
ດີ ຈະບໍ່ເຮັດແບບນັ້ນ. ການສູ້ລົບດັ່ງກ່າວຈະບໍ່ເປັນຜົນປະໂຫຍດແກ່ຜູ້ໃດເລີຍ.”

ກຳລັງ Peshmerga ຂອງຊາວເຄີດ ຖອຍອອກຈາກເມືອງ Kirkuk ເມື່ອອາທິດກ່ອນ.
ກຳລັງ Peshmerga ຂອງຊາວເຄີດ ຖອຍອອກຈາກເມືອງ Kirkuk ເມື່ອອາທິດກ່ອນ.

ເຂດທີ່ກຳລັງຂອງອີຣັກບຸກເຂົ້າຍຶດເອົາ ສ່ວນໃຫຍ່ແລ້ວແມ່ນເຄີຍຢູ່ພາຍໃຕ້ການຄວບ
ຄຸມຂອງແບັກແດດໃນປີ 2014 ເວລາກຸ່ມລັດອິສລາມ ແຜ່ອິດທິພົນຂອງຕົນ ກວມເອົາ ເຂດດັ່ງກ່າວ. ກຳລັງ Peshmerga ຂອງຊາວເຄີຍ ແລະກຳລັງແນວໂຮມ ໄດ້ເຂົ້າຍຶດ
ເອົາດິນແດນເຫຼົ່ານີ້ຄືນແລະເຂດ Kurdistan ກໍເປັນຜູ້ຄວບຄຸມນັບແຕ່ນັ້ນມາ.

ພວກຜູ້ນຳອີຣັກກ່າວວ່າ ຕົນເຂົ້າຍຶດເອົາເຂດແດນຕ່າງໆ ເພື່ອສ້າງຕັ້ງອຳນາດຂອງລັດ
ຖະບານກາງ ຫຼັງຈາກພວກຊາວເຄີດໄດ້ລົງປະຊາມະຕິເພື່ອແຍກໂຕອອກເປັນເອກກະ
ລາດ ໃນເດືອນກັນຍາຜ່ານມາ ທີ່ຂົ່ມຂູ່ຕໍ່ຄວາມເປັນເອກກະພາບຂອງອີຣັກ. ຫຼາຍກວ່າ
92 ເປີເຊັນ ຂອງຊາວເຄີດໃນອີຣັກ ໄດ້ລົງຄະແນນສຽງເຫັນພ້ອມ ກັບການແຍກໂຕ ທີ່
ແບັກແດດເອີ້ນວ່າບໍ່ຖືກຕ້ອງຕາມກົດໝາຍແລະພວກຜູ້ນຳຂອງປະຊາຄົມນາໆຊາດ ກໍ
ເວົ້າວ່າ ເປັນອັນຕະລາຍ ແລະເປັນເວລາທີ່ບໍ່ເໝາະສົມເລີຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG