ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼາຍກວ່າ 15,000 ຄົນ ເສຍຊີວິດ ຍ້ອນຄວາມຮຸນແຮງ ໃນອີຣັກ ປີກາຍນີ້


ບັນດາຜູ້ໄວ້ອາໄລ ພາກັນຍໍຫີບສົບ ຂອງຜູ້ເຄາະຮ້າຍ ຍ້ອນການວາງລະເບີດສະລະຊີບ ໃນອີຣັກ.
ບັນດາຜູ້ໄວ້ອາໄລ ພາກັນຍໍຫີບສົບ ຂອງຜູ້ເຄາະຮ້າຍ ຍ້ອນການວາງລະເບີດສະລະຊີບ ໃນອີຣັກ.

ໂຕ​ເລກຂອງລັດຖະບານ​ອີຣັກ ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຮຸນ​
ແຮງ​ໃນ​ປະ​ເທດ ​ໄດ້​ເຮັດ​ໃຫ້​ພົນລະ​ເຮືອນ ແລະ​ພວກ​ເຈົ້າ​ໜ້າ
​ທີ່​ຮັກສາ​ຄວາມ​ປອດ​ໄພ ເສຍ​ຊີວິດ​ຫລາຍກວ່າ 15,000 ຄົນ
​ໃນ​ປີ​ກາຍ​ນີ້ ​ໂດຍເຮັດ​ໃຫ້​ເປັນ​ປີ​ທີ່​ມີ​ການ​ເສຍ​ຊີວິດ​ທີ່​ຮ້າຍແຮ​ງ
ສຸດ​ນັບ​ແຕ່​ປີ 2007 ເປັນຕົ້ນມາ.

​ໂຕ​ເລກ​ທີ່​ເກັບ​ກຳ​ໂດຍກະຊວງ​ສາທາລະນະ​ສຸກ ກະ​ຊວງ​ພາຍ​
ໃນ ​ແລະ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ລາຍ​ງານກ່ຽວກັບ​ການ
​ເສຍ​ຊີວິດ ​ເຖິງ 15,538 ຄົນ ທຽບ​ໃສ່​ກັບ 17,956 ຄົນ ທີ່​ເສຍ​
ຊີວິດ​ໃນ​ປີ 2007 ຊຶ່ງເປັນໄລຍະທີ່ເກີດຄວາມວຸ້ນ ວາຍທາງສາ
ສະໜາ ລະຫວ່າງ​ Sunni-Shi’’ite ຮ້າຍແຮງສຸດນັ້ນ.

​ໂຕ​ເລກໃນ​ປີ​ກາຍ​ນີ້ ແມ່ນເພີ້ມຂຶ້ນເປັນຫລາຍ​ກວ່າ​ສອງ​ເທົ່າ 6,522 ຄົນຂອງ ຈຳນວນ
ພວກເສຍ​ຊີວິດ​ ໃນ​ປີ 2013.

ອົງການ​ນັບ​ຜູ້​ເສຍ​ຊີວິດ​ໃນ​ອີຣັກ ຊຶ່ງເປັນກຸ່ມ​ຈັດຕັ້ງອິດສະຫຼະ ທີ່​ມີ​ຫ້ອງການ​ໃນ​ອັງກິດ ທີ່
ຕິດ​ຕາມ​ເບິ່ງຄວາມ​ຮຸນ​ແຮງໃນ​ອີຣັກ ແຈ້ງວ່າ ມີຈຳນວນ​ສູງ​ກວ່ານັ້ນ ອີກ​ໃນ​ປີ 2014 ໂດຍ
ລາຍ​ງານ​ວ່າ ມີພົນລະ​ເຮືອນໄດ້​ຖືກ​ຂ້າ​ຕາຍເຖິງ 17,073 ຄົນ.

ຄວາມ​ຮຸນແຮງທາງ​ສາສະໜາ ​ແລະ​ການສັງຫານ​ຂອງພວກນັກລົບ​ກຸ່ມ​ລັດ​ອິສລາມ ແມ່ນ
ມີ​ສ່ວນ​ໃນການ​ນອງ​ເລືອດດັ່ງກ່າວນີ້.

ໃນ​ຄໍາ​ຖະ​ແຫລ​ງເນື່ອງໃນວັນບຸນປີ​ໃໝ່ ນາຍົກລັດຖະມົນຕີອີຣັກ ທ່ານ Haider al-Abadi
​ໄດ້​ຮ້ອງ​ປີ 2014 ວ່າ “​ເປັນ​ປີ​ທີ​ມີ​ຄວາມ​ຍາກ​ລຳບາກ ​ແລະ​ເຈັບແສບທີ່ສຸດ” ສຳລັບຊາວ
​ອີຣັກເພາະວ່າ​ການ​ໂຈມ​ຕີ​ທີ່​ກະທຳໂດຍກຸ່ມລັດ​ອິສລາມ. ກຸ່ມ​ດັ່ງກ່າວ ປັດ​ຈຸ​ບັນ​ນີ້ ​ຄວບ​
ຄຸມ​ຂົງ​ເຂດອັນ​ກວ້າງຂວາງ​ໃນ​ຫ້າ​ແຂວງ​ຂອງ​ອີຣັກ.

ກອງທັບ​ສະຫະລັດ ກ່າວ​ວ່າ ​ແນວ​ໂຮມພາຍໃຕ້ການນຳພາຂອງສະຫະລັດ ​ໄດ້​ປະຕິບັດ
ງານ​ໂຈມ​ຕີ 29 ​ຖ້ຽວ​ ຕໍ່ເປົ້າໝາຍຂອງລັດ​ອິສລາມ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ 12 ຖ້ຽວ​ ແມ່ນ​
ໃນ​ອີຣັກ ​ແລະ 17 ຖ້ຽວໃນ​ຊີ​ເຣຍ. ​ຖະ​ແຫລ​ງການກ່າວ​ວ່າ ການ​ໂຈມຕີ​ທາງ​ອາ​ກາດ​ໄດ້
​ທໍ​າລາ​ຍ ບັນດາ​ຕຶກອາຄານ​ຂອງ​ພວກ​ລັດ​ອິສລາ​ມ ທີ່ຕັ້ງ​ ດ່ານ​ກວດ​ ໜ່ວຍຍຸດທະ​ສາດ
​ແລະ​ລະບົບ​ປືນຄົກ.

XS
SM
MD
LG