ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

7 ຄົນ ເສຍຊີວິດ ຍ້ອນການ​ໂຈມ​ຕີ ສະລະຊີບດ້ວຍລະເບີດ ທີ່ອີຣັກ


ພວກພົນລະເຮືອນພາກັນ ກວດເບິ່ງບ່ອນເກີດເຫດລະເບີດ ຍ້ອນການໂຈຕີສະລະຊີບດ້ວຍລະເບີດລົດ ໃນຄຸ້ມ al-Ameen ໃນນະຄອນຫລວງແບກແດດ, ວັນເສົາທີ 8 ມິຖຸນາ 2013.
ພວກພົນລະເຮືອນພາກັນ ກວດເບິ່ງບ່ອນເກີດເຫດລະເບີດ ຍ້ອນການໂຈຕີສະລະຊີບດ້ວຍລະເບີດລົດ ໃນຄຸ້ມ al-Ameen ໃນນະຄອນຫລວງແບກແດດ, ວັນເສົາທີ 8 ມິຖຸນາ 2013.
ການ​ໂຈມ​ຕີສະລະຊີບດ້ວຍລະເບີດລົດບັ້ນນຶ່ງ ໃນນະຄອນ
ຫລວງຂອງອີຣັກໄດ້ສັງຫານ 7 ຄົນ ແລະໄດ້ເຮັດໃຫ້ ຢ່າງ
ໜ້ອຍ 18 ຄົນເສຍຊີວິດ.

ເຈົ້າໜ້າທີ່ອີຣັກເວົ້າວ່າ ການ​ໂຈມ​ຕີດັ່ງກ່າວ ໄດ້ກະທົບຄຸ້ມ
Kadhimiyah ຊຶ່ງເປັນເຂດຢູ່ອາໄສຂອງຊາວ Shi’ite ຢູ່​ໃນ​
ເຂດເໜືອຂອງນະຄອນຫລວງ ແບກແດັດ ໃນຕອນເຊົ້າໆ
ຂອງວັນອາທິດມື້ນີ້. ພວກເຂົ້າເຈົ້າເວົ້າວ່າ ຜູ້ທໍາການໂຈມຕີ
ໄດ້ລະເບີດຕົນເອງຢູ່ດ່ານກວດຂອງຕໍາຫລວດແຫ່ງນຶ່ງໃກ້ກັບ
ຄ້າຍຂອງໜ່ວຍສືບລັບ. ສ່ວນໃຫຍ່ຂອງພວກທີ່ເສຍຊີວິດ ແມ່ນຕໍາຫລວດ.

ເຂດດັ່ງກ່າວຍັງເປັນທີ່ຕັ້ງຂອງສະຖານທີ່ສັກກະລະບູຊາສໍາຄັນ​ແຫ່ງ​ນຶ່ງຂອງຊາວ Shi’ite.

ຍັງບໍ່ມີກຸ່ມໃດອ້າງເອົາຄວາມຮັບຜິດຊອບຕໍ່ເຫດການລະເບີດໃນຄັ້ງນີ້ເທື່ອ.

ການກໍ່ຄວາມຮຸນແຮງໄດ້ເພີ້ມທະວີຂຶ້ນໃນຫລາຍອາທິດມໍ່ໆມານີ້ ຊຶ່ງໄດ້ເຮັດໃຫ້ມີ
ຄວາມເປັນຫ່ວງກັນຫລາຍຂຶ້ນວ່າ ຈະມີການໂຈມຕີຍ້ອນການແບ່ງແຍກທາງສາສະ
ໜາ ແຜ່ລາມກວ້າງອອກ​ໄປ.
XS
SM
MD
LG