ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດໄຟໄໝ້ ຢູ່ພິທີແຕ່ງງານ ໃນອີຣັກ ຫລາຍກວ່າ 100 ຄົນເສຍຊີວິດ ແລະບາດເຈັບ150 ຄົນ


ພວກທະຫານ ໜ່ວຍກູ້ໄຟ ແລະຄົນອື່ນໆ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ນຳເອົາຄົນເຈັບເຂົ້າລົດໂຮງໝໍ ຢູ່ເມືອງ Al-Hamdaniyah ປະເທດອີຣັກ ວັນທີ 27, 2023
ພວກທະຫານ ໜ່ວຍກູ້ໄຟ ແລະຄົນອື່ນໆ ເຕົ້າໂຮມກັນຢູ່ບ່ອນເກີດເຫດ ນຳເອົາຄົນເຈັບເຂົ້າລົດໂຮງໝໍ ຢູ່ເມືອງ Al-Hamdaniyah ປະເທດອີຣັກ ວັນທີ 27, 2023

ໄຟໄໝ້ຢູ່ບ່ອນ​ຈັດ​ພິ​ທີ​ແຕ່ງງານ​ແບບຄຣິສຕຽນ ທາງພາກເໜືອອີຣັກ ໄດ້ເຮັດໃຫ້ມີ​ຜູ້ເສຍຊີວິດຢ່າງໜ້ອຍ 100 ຄົນ ແລະໄດ້ຮັບບາດເຈັບອີກ 150 ຄົນ ພວກເຈົ້າໜ້າທີ່ໄດ້ກ່າວ ໃນວັນພຸດມື້ນີ້ ໂດຍເຕືອນວ່າ​ຈຳ​ນວນ​ຜູ້​ເສຍ​ຊີ​ວິດອາດເພີິ້ມຂຶ້ນ​ຕື່ມ.

ໄຟໄໝ້ໄດ້ເກີດຂຶ້ນຢູ່ໃນແຂວງນີເ​ນເວຂອງປະເທດອີຣັກ ຢູ່ໃນເຂດຮໍານາດີຢາ ພວກເຈົ້າໜ້າທີ່ໄດ້ກ່າວ. ​ເຂດ​ດັ່ງ​ກ່າວເປັນເຂດ​ທີ່ຊາວຄຣິສຕຽນ​ອາ​ໄສ​ຢູ່ ນອກເມືອງໂມຊູ​ລ 335 ກິໂລແມັດ ທາງພາກຕາເວັນຕົກຂອງນະຄອນຫລວງແບກແດັດ.

ຮູບພາບຈາກໂທລະພາບໄດ້ສະແດງໃຫ້ເຫັນແປວໄຟພຸ້ງຂຶ້ນຈາກບ່ອນແຕ່ງງານ ໃນຂະນະທີ່ໄຟໄດ້ໄໝ້ຢູ່​ທີ່ນັ້ນ. ຫລັງຈາກເກີດໄຟໄໝ້​ຍັງ​ເຫຼືອພຽງແຕ່ຊາກເຫລັກ ແລະ​ເທົ່າ​ຖ່ານຕ່າງໆທີີ່ເຫັນຢູ່ນັ້ນ ໃນຂະນະທີ່ຄົນພາກັນຍ່າງຜ່ານບ່ອນເກີດໄຟ ໄໝ້ ພຽງແຕ່ມີແສງໄຟມາຈາກກ້ອງຖ່າຍໂທລະພາບແລະໄຟຈາກບັນດາໂທລະ ສັບມືຖືຂອງຄົນທີ່ມາເບິ່ງ.

ບັນດາຜູ້ລອດຊີວິດ ໄດ້ໄປເຖິງໂຮງໝໍ ໄດ້ຮັບອັອກຊີເຢັນ ແລະຜ້າພັນບາດ ໃນຂະນະທີ່ຄອບຄົວເຂົາເຈົ້າຍ່າງເລາະຕາມຮ່ອມທາງຍ່າງ ແລະພະນັກງານຢູ່ທາງນອກ ໄດ້ຈັດແຈງຕຽມບັ້ງອອກຊີເຢັນ​ໄວ້​ຕື່ມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG