ສະມາຊິກສະພາແຫ່ງຊາດອີຣັກ ທວງໃຫ້ສະມາຊິກກຸ່ມກໍ່ການຮ້າຍ ລັດອິສລາມ ໃຊ້ໜີ້ໃນການກໍ່ໂທດກຳຂອງພວກເຂົາ ບໍ່ພຽງແຕ່ການຕິດຄຸກ ຫຼືໂທດປະຫານຊີວິດເທົ່ານັ້ນ.
ປະທານສະພາແຫ່ງຊາດອີຣັກ ກ່າວໃນວັນສຸກວານນີ້ວ່າ ປະຊາຊົນອີຣັກຄວນໄດ້ຮັບການຊົດເຊີຍ ທາງດ້ານການເງິນນຳດ້ວຍ.
ທ່ານໂມຮຳເໝັດ ອາລ-ຮາລບູຊີ ຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກກ່າວຄຳປາໄສທີ່ນະຄອນຫຼວງວໍຊິງຕັນ ໂດຍເວົ້າວ່າ “ສະພາແຫ່ງຊາດອີຣັກຈະຮຽກຮ້ອງຢ່າງເປັນທາງການ ຕໍ່ທຸກໆປະເທດທີ່ປະຊາຊົນຂອງຕົນ ໄດ້ມີສ່ວນໃນການກໍ່ໂທດກຳຢູ່ໃນອີຣັກ ສ້າງຄວາມເສຍຫາຍ ແລະເຮັດໃຫ້ປະຊາຊົນອີຣັກຕົກຢູ່ໃນອັນຕະລາຍ ພວກເຮົາຈະຮຽກຮ້ອງຢ່າງເປັນທາງການ ໃຫ້ປະເທດເຫຼົ່ານີ້ ນຳເອົວພວກອາຊະຍາກອນເຫຼົ່ານັ້ນມາລົງໂທດ ແລະຈ່າຍເງິນຊົດເຊີຍໃຫ້ແກ່ອີ
ຣັກ ໃນໂທດກຳທີ່ພວກເຂົາໄດ້ກໍ່ຂຶ້ນຕໍ່ປະເທດອີຣັກແລະປະຊາຊົນຊາວອີຣັກ.”
ທ່ານອາລ-ຮາລບູຊີ ຊຶ່ງໄດ້ກ່າວຜ່ານນາຍພາສາ ບໍ່ໄດ້ໃຫ້ລາຍລະອຽດໃດໆກ່ຽວກັບວ່າ ເວລາໃດສະພາແຫ່ງຊາດອີຣັກ ຈະຮຽກຮ້ອງຢ່າງເປັນທາງການ ຫຼືກ່ຽວກັບວ່າຄວາມເສຍຫາຍຕ່າງໆ ຈະຄິດໄລ່ຄຳນວນ ແລະຍື່ນຟ້ອງແບບໃດ.
ໃນລະຫວ່າງການກ່າວຄຳປາໄສນັ້ນ ທ່ານອາລ-ຮາລບູຊີ ເວົ້າວ່າ ອີຣັກຍັງຈະຊອກຫາທາງເພື່ອໃຫ້ພວກນັກລົບຕ່າງຊາດແຕ່ລະຄົ ຮັບຜິດຊອບຕໍ່ຄວາມເສຍຫາຍຕ່າງໆ.
ທ່ານກ່າວວ່າ “ພວກເຮົາຈະຮຽກຮ້ອງໃຫ້ຊາວຕ່າງປະເທດ ທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ອີຣັກ ຈ່າຍເງິນຊົດເຊີຍ. ມັນເປັນສິດທີ່ອີຣັກ ຕ້ອງໄດ້ຈ່າຍເງິນຊົດ ເຊີຍໃຫ້ແກ່ຄອບຄົວ ທີ່ໄດ້ສູນເສຍຊັບສິນ ທີ່ໄດ້ສູນເສຍສະມາຊິກໃນຄອບຄົວເຂົາເຈົ້າ.”
ໃນຕົ້ນເດືອນນີ້ ອີຣັກເລີ້ມດຳເນີນການ ທາງດ້ານກົດໝາຍ ຕໍ່ຜູ້ຕ້ອງສົງໄສເປັນນັກລົບຕ່າງປະເທດຊາວຝຣັ່ງຈຳນວນ 14 ຄົນ ທີ່ຖືກກຳລັງສະຫະລັດຈັບໄດ້ຢູ່ໃນຊີເຣຍ ແລະມອບໃຫ້ອີຣັກນຳໂຕໄປຂັງໄວ້.
ແຫຼ່ງຂ່າວທາງດ້ານກົດໝາຍ ທີ່ກ່າວຕໍ່ອົງການຂ່າວຣອຍເຕີ້ແບບຂໍສະຫງວນຊື່ ເວົ້າວ່າ ທັງ 14 ຄົນໄດ້ພາກັນເຊັນຮັບສາລະພາບກ່ອນໜ້ານີ້ວ່າ ພວກເຂົາເຈົ້າເຄີຍປະຈຳການຢູ່ທີ່ເມືອງໂມຊູລ ໃນປະເທດອີຣັກ ລະຫວ່າງປີ 2014 ຫາປີ 2017 ເວລາເມືອງດັ່ງກ່າວ ຢູ່ພາຍໃຕ້ການຄວບຄຸມຂອງກຸ່ມລັດອິສລາມ.