ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ອີຣັກຈັບ ສະມາຊິກ ສະພາຄົນນຶ່ງ ທີ່ນັບຖື ອິສລາມ ນິກາຍ ຊຸນນີ່


ແຜນທີ່ ອີຣັກ
ແຜນທີ່ ອີຣັກ
ກຳລັງຮັກສາຄວາມສະຫງົບ ຂອງອີຣັກ ໄດ້ບຸກເຂົ້າໄປໃນເຮືອນ
ສະມາຊິກສະພາທ່ານນຶ່ງທີ່ນັບຖືສາສະໜາອິສລາມນິກາຍຊຸນນີ່ ອັນເປັນຜົນພາໃຫ້ເກີດການປະທະທະກັນຂຶ້ນທີ່ໄດ້ສັງຫານນ້ອງ
ຊາຍຂອງຜູ້ກ່ຽວແລະຍາມອີກ 5 ຄົນ.

ພວກນັກວິເຄາະກ່າວວ່າ ການຈັບກຸມທ່ານ Ahmed al-Alwani
ໃນວັນເສົາມື້ນີ້ຢູ່ທີ່ແຂວງ Anbar ທາງພາກຕາເວັນຕົກຂອງອີຣັກ
ນັ້ນມີທ່າທາງວ່າຈະກໍ່ໃຫ້ເກີດຄວາມບໍ່ພໍໃຈຢ່າງແຮງໃນໝູ່ປະຊາ
ຄົມຊາວຊຸນນີ່ ຊຶ່ງເປັນຊົນກຸ່ມນ້ອຍ ຂອງອີຣັກ ບວກໃສ່ກັບຄວາມ
ຮຸນແຮງ ທີ່ມີຢູ່ຢ່າງແຜ່ກວ້າງຢູ່ແລ້ວ ຊຶ່ງປະເທດດັ່ງກ່າວ ພວມປະ
ສົບພົບພໍ້ຢູ່ໃນເວລານີ້.

ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານ Alwani ຖືກຈັບ ໃນຂໍ້ຫາໃດ. ທ່ານເປັນບຸກຄົນທີ່ຮູ້ ກັນດີວ່າ ໃຫ້ການສະໜັບສະໜຸນ ພວກປະທ້ວງ ຕໍ່ຕ້ານລັດຖະບານ ທີ່ນຳພາໂດຍພວກທີ່ ນັບຖືສາສະໜາອິສລາມ ນິກາຍຊີໄອ.

ນອກນັ້ນແລ້ວ ຍັງມີຍາມຂອງທ່ານ Alwani ແລະກຳລັງຮັກສາຄວາມສະຫງົບ ຂອງອີຣັກ ຈຳນວນນຶ່ງ ໄດ້ຮັບບາດເຈັບໃນການປະທະກັນຄັ້ງນີ້.

ຄວາມວຸ້ນວາຍໃນອີຣັກໄດ້ເພີ້ມທະວີຂຶ້ນນັບຕັ້ງແຕ່ກຳລັງຮັກສາຄວາມສະຫງົບຂອງອີຣັກ ໄດ້ບຸກເຂົ້າໄປໃນຄ້າຍພວກປະທ້ວງຊາວຊຸນນີ່ ຢູ່ທາງເໜືອ ຂອງກຸງແບັກແດດ ໃນເດືອນ
ເມສາຜ່ານມາ.

ຄວາມຮຸນແຮງ ໃນປີນີ້ ແມ່ນຮ້າຍແຮງທີ່ສຸດ ນັບແຕ່ປີ 2008 ເປັນຕົ້ນມາ.
XS
SM
MD
LG