ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

10 ຄົນ ເສຍຊີວິດ ຍ້ອນການໂຈມຕີ ສະລະຊີບ ຢູ່ ອີຣັກ


ແຜນທີ່ ອີຣັກ
ແຜນທີ່ ອີຣັກ
ເຈົ້າໜ້າທີ່ໃນພາກເໜືອອີຣັກກ່າວວ່າ ຜູ້ໂຈມຕີດ້ວຍລະເບີດສະ
ລະຊີບຄົນນຶ່ງໄດ້ບີບຄະນວນລະເບີດໃຫ້ແຕກຂຶ້ນຢູ່ໃນຂະບວນ
ແຫ່ຂອງພິທີສົ່ງສະການເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 10 ຄົນ
ແລະໄດ້ຮັບບາດເຈັບອີກ 25 ຄົນ.

ເຈົ້າໜ້າທີ່ ເວົ້າວ່າ ການໂຈມຕີມີຂຶ້ນ ໃນວັນອາທິດມື້ນີ້ ທີ່ປ່າຊ້າ
ແຫ່ງນຶ່ງ ໃກ້ໆເມືອງ Baquba ທາງກໍ້າເໜືອຂອງນະຄອນຫຼວງ
ແບັກແດດ.

ຜູ້ເຄາະຮ້າຍ ແມ່ນພວກທີ່ໄປໄວ້ທຸກ ໃຫ້ແກ່ທ້າວ Mudher al-
Shallal ລູກຊາຍຜູ້ນຳຊົນເຜົ່າ ນັບຖືສາສະໜາອິສລາມນິກາຍຊຸນນີ່ ທີ່ໃຫ້ການສະໜັບ
ສະໜຸນລັດຖະບານຄົນສຳຄັນ ທີ່ໄດ້ຖືກສັງຫານໃນຄືນກ່ອນ ໂດຍລະເບີດແຄມທາງ. ຜູ້
ກ່ຽວເຄີຍເປັນນັກລົບໃນກຸ່ມທະຫານບ້ານທີ່ໃຫ້ການສະໜັບສະໜຸນກຳລັງສະຫະລັດໃນ ການຕໍ່ສູ້ກັບພວກຫົວຮຸນແຮງອາລກາອີດາຢູ່ໃນອີຣັກ.

ຍັງບໍ່ທັນມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີຄັ້ງນີ້ເທື່ອ.

ຄວາມຮຸນແຮງພວມເພີ້ມຂຶ້ນຢູ່ໃນອີຣັກ ບ່ອນທີ່ພວກກະບົດໄດ້ທຳການໂຈມຕີ ຕໍ່ພົນລະ ເຮືອນ ແລະກຳລັງຮັກສາຄວາມສະຫງົບຫຼາຍຂຶ້ນ.
XS
SM
MD
LG