ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໔ ກັນຍາ ໒໐໒໓

ເກືອບຮອດ 30 ຄົນ ເສຍຊີວິດ ໃນເຫດລະເບີດ ຢູ່ອີຣັກ (ວີດິໂອ/ສະໄລດ໌)


ກໍາລັງຮັກສາຄວາມສະຫງົບ ກວດກາເບິ່ງ ສະຖານທີ່ມີການໂຈມຕີ ດ້ວຍລະເບີດລົດທີ່ເມືອງ Basra, ທີ່ຢຸ່ຫ່າງຈາກນະຄອນ Baghdad 550 ກິໂລແມັດ ໄປທາງທິດໃຕ້ ໃນວັນທີ 14 ກໍລະກົດ 2013.
ຕໍາຫລວດອີຣັກເວົ້າວ່າ ຢ່າງໜ້ອຍ 28 ຄົນຖືກສັງຫານ ຢູ່ໃນ
ເຫດລະເບີດລຽນຕິດກັນຫລາຍຄັ້ງ ທີ່​ໄດ້​ສັ່ນ​ສະ​ເທືອ​ນເຂດ
ຢູ່ອາໄສຂອງຊາວ Shi’ite ​ເປັນ​ສ່ວນໃຫຍ່ ໃນວັນອາທິດ
ວານນີ້.

ການໂຈມຕີທີ່ຮ້າຍແຮງທີ່ສຸດ ໄດ້ກະທົບໃສ່ພາກກາງ ແລະ
ພາກໃຕ້ຂອງອີຣັກ ໃນ​ແລງວັນອາທິດວານນີ້ ຊຶ່ງລວມທັງ​
ເມືອງ Basra ທີ່​ເປັນຈຸດສູນກາງຂອງ​ອຸດສາ​ຫະກໍານໍ້າມັນ
ຢູ່ທາງພາກໃຕ້ຂອງປະເທດທີ່ມີ 8 ຄົນຖືກສັງຫານແລະຢ່າງ
ໜ້ອຍ 15 ຄົນ ໄດ້ຮັບບາດເຈັບຢູ່ໃນເຫດວາງລະເບີດລົດ.

ການໂຈມຕີບັ້ນອື່ນໆ ໄດ້ເກີດຂຶ້ນຢູ່ໃນເມືອງ Kut, Nasiriyah, ແລະ Karbala ຊຶ່ງເປັນ ເມືອງສັກສິດຂອງຊາວ Shi’ite.

ລະເບີດໄດ້ແຕກຂຶ້ນ ໃນເວລາບໍ່ພໍເທົ່າໃດ ກ່ອນໜ້າເວລາກິນເຂົ້າແລງ ໃນຕອນທ້າຍ ຂອງການອົດອາຫານມາຕະຫລອດວັນ ໃນຊ່ວງເດືອນຖືສິນອົດ ຫລື Ramadan ທີ່ສັກ
ສິດຂອງຊາວມຸສລິມ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:



ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງກ່າວໃນທັນໃດເທື່ອ. ແຕ່ພວກນັກ
ວິ​ເຄາະ​ຂ່າວເວົ້າວ່າ ຄວາມບໍ່ພໍໃຈຂອງພວກຫົວຮຸນແຮງຊາວ Sunni ຕໍ່ລັດຖະບານອີຣັກ
ທີ່ນໍາພາໂດຍຊາວ Shi’ite ນັ້ນ ໄດ້ພາໃຫ້ມີ​ການ​ເພີ້​ມທະວີ​ຂຶ້ນ​ໃນການກໍ່ຄວາມວຸ້ນວາຍ.

ໃນຫລາຍມື້ຜ່ານມານີ້ ຢ່າງໜ້ອຍ 90 ຄົນເສຍຊີວິດ ຍ້ອນການກໍ່ຄວາມຮຸນແຮງ ຢູ່ໃນອີຣັກ
ລະຫວ່າງຊາວ Shi’ite ແລະຊາວ Sunni ທີ່ເປັນກຸ່ມຄົນສ່ວນນ້ອຍນັ້ນ.

ປະມວນພາບເຫດລະເບີດຢູ່ໃນອີຣັກ


ແຜນທີ່ສະແດງຈຸດ ທີ່ມີການວາງລະເບີດໂຈມຕີຢູ່ອີຣັກ ຕັ້ງແຕ່ເດືອນພຶດສະພາ 2013 ມາ:

XS
SM
MD
LG