ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຫລາຍສິບຄົນ ເສຍຊີວິດ ຍ້ອນ ລະເບີດແຕກ ຢູ່ອີຣັກ (ວີດິໂອ/ສະໄລດ໌)


ສະຖານທີ່ ທີ່ຖືກໂຈມຕີຢູ່ໃນເຂດຄຸ້ມ Shaab ທາງພາກເໜືອຂອງນະຄອນແບກແດດ ບ່ອນທີ່ລະເບີດທີ່ຫ້າງໃສ່ລົດສອງຄັນຈອດຢູ່ ໄດ້ສັງຫານ 9 ຄົນ.
ສະຖານທີ່ ທີ່ຖືກໂຈມຕີຢູ່ໃນເຂດຄຸ້ມ Shaab ທາງພາກເໜືອຂອງນະຄອນແບກແດດ ບ່ອນທີ່ລະເບີດທີ່ຫ້າງໃສ່ລົດສອງຄັນຈອດຢູ່ ໄດ້ສັງຫານ 9 ຄົນ.
ເກືອບ 50 ຄົນຖືກສັງຫານຢູ່ໃນການໂຈມຕີດ້ວຍລະເບີດ
ທີ່ແຕກຂຶ້ນຢູ່ທົ່ວ ອີຣັກ ໃນວັນອັງຄານວານນີ້.

ການໂຈມຕີທີ່ຮ້າຍແຮງທີ່ສຸດມີຂຶ້ນຢູ່ໃນເຂດຄຸ້ມ Shaab
ທາງພາກເໜືອຂອງນະ ຄອນແບກແດດ ບ່ອນທີ່ລະເບີດທີ່
ຫ້າງໃສ່ລົດສອງຄັນຈອດຢູ່ໄດ້ສັງຫານ 9 ຄົນ.

ຜູ້​ໂຈມ​ຕີ​ດ້ວຍລະເບີດສະຫຼະຊີບຄົນນຶ່ງ ໄດ້ບີບຂະນວນລະເບີດ
ໃຫ້ແຕກຂຶ້ນ ຢູ່ໃນ ຮ້ານຂາຍກາເຟແຫ່ງນຶ່ງ ຢູ່ເມືອງ Baqouba ຫ່າງຈາກນະຄອນແບກແດດ 60 ກິໂລແມັດ ໄປທາງຕາເວັນ
ອອກສຽງເໜືອ ຊຶ່ງໄດ້ສັງຫານ 8 ຄົນ ແລະເຮັດໃຫ້ 20 ຄົນ ໄດ້
ຮັບບາດເຈັບ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


ບໍ່​ມີ​ຜູ້​ໃດ​ເສຍ​ຊີວິດ ​ເວລາລະ​ເບີດທີ່​ຫ້າງ​ໃສ່​ລົດ 2 ຄັນ ​ແຕກ​ຂຶ້ນຢູ່​ນອກ​ໂຮງ​ແຮມ ​ແຫ່ງ​ນຶ່ງ ທີ່​ມີ​ຊາວ​ຕ່າງປະ​ເທດ​ມັກ​ໄປ​ພັກ​ເຊົາ ​ໃນ​ນະຄອນ Basra.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດອ້າງເອົາຄວາມຮັບຊອບໃນການໂຈມຕີ​ເຫຼົ່ານີ້ເທື່ອ ຊຶ່ງສ່ວນໃຫຍ່ ແມ່ນ​ມີ​ຂຶ້ນຢູ່ໃນເຂດຄຸ້ມຢູ່ອາໄສຂອງຊາວ Shi’ite.

ເຄືອຂ່າຍຂອງ​ກຸ່ມ​ກໍ່​ການ​ຮ້າຍ al-Qaida ມັກແນເປົ້າໝາຍໃສ່ເຂດຢູ່ອາໄສຂອງຊາວ Shi’ite, ກໍາລັງຮັກສາຄວາມສະຫງົບແລະພະນັກງານລັດຖະບານໃນການດໍາເນີນຄວາມ
ພະຍາຍາມ​ ເພື່ອ​ບ່ອນ​ທຳລາຍ​ຕໍ່ລັດຖະບານ ທີ່ນໍາພາໂດຍຊາວ Shi’ite ຂອງ​ອີຣັກ.

ເບິ່ງປະມວນພາບຫລັງການໂຈມຕີດ້ວຍລະເບີດຢູ່ອີຣັກ:

XS
SM
MD
LG