ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

31 ຄົນ ເສຍຊີວິດ ຍ້ອນການໂຈມຕີ ຢູ່ທົ່ວອີຣັກ (ວີດິໂອ)


ພົນລະເຮືອນພາກັນໄປຫຸ້ມເບິ່ງບ່ອນເກີດເຫດບະເບີດວາງໃສ່ລົດແຕກ ໃນພາກຕາເວັນອອກຂອງກຸງແບກແດດໃນວັນທີ 15 ເມສາ 2013.
ພົນລະເຮືອນພາກັນໄປຫຸ້ມເບິ່ງບ່ອນເກີດເຫດບະເບີດວາງໃສ່ລົດແຕກ ໃນພາກຕາເວັນອອກຂອງກຸງແບກແດດໃນວັນທີ 15 ເມສາ 2013.
ການວາງລະເບີດ ແລະການໂຈມຕີແບບອື່ນຢູ່ທົ່ວອີຣັກ ໄດ້
ສັງຫານຢ່າງໜ້ອຍ 31 ຄົນ ແລະເຮັດໃຫ້ເກືອບຮອດ 200 ຄົນ
ໄດ້ຮັບບາດເຈັບ.

ການກໍ່ຄວາມຮຸນແຮງດັ່ງກ່າວ​ໄດ້​ມີ​ຂຶ້ນໃນວັນຈັນມື້ນີ້ ​ແລະ​ໄດ້​ປະ​
ທະນະຄອນ ຫລວງແບກແດດ ພ້ອມທັງເມືອງ Kirkuk ແລະ Tuz
Khumato ທາງພາກ ເໜືອຂອງປະເທດ, ເມືອງ Samarra ທາງ
ພາກກາງ ແລະ ເມືອງ Nasariya ທາງພາກໃຕ້ຂອງອີຣັກ.

ຍັງບໍ່ມີການອ້າງເອົາຄວາມຮັບຜິດຊອບໃນທັນທີນີ້​ເທື່ອ ຕໍ່ການ
ໂຈມຕີດັ່ງກ່າວ ທີ່ເກີດຂຶ້ນໃນຂະນະທີ່ຊາວອີຣັກ ກະກຽມລົງຄະ
ແນນສຽງໃນການເລືອກ ຕັ້ງຂັ້ນ ແຂວງໃນວັນເສົາຈະມາເຖິງນີ້.

ການລົງຄະແນນສຽງດັ່ງກ່າວແມ່ນເປັນຄັ້ງທໍາອິດໃນອີຣັກ ນັບແຕ່ທະຫານຂອງສະຫະລັດ
ໄດ້ຖອນອອກຈາກອີຣັກໄປໃນເດືອນທັນວາ 2011.

ການເລືອກຕັ້ງຢູ່ໃນແຂວງ Anbar ແລະ Ninevah ໄດ້ຖືກເລື່ອນອອກໄປຫລາຍໆ
ເດືອນຍ້ອນໄພຂົ່ມຂູ່ດ້ານຄວາມປອດໄພ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:


XS
SM
MD
LG