ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ສັງຫານ ທະຫານບ້ານ 7 ຄົນ ໃນພາກເໜືອ ອີຣັກ


ເຈົ້າໜ້າທີ່ອີຣັກກ່າວວ່າ ມືປືນກຸ່ມນຶ່ງໄດ້ສັງຫານສະມາຊິກ 7 ຄົນ ຂອງກຸ່ມທະຫານບ້ານ ທີ່ໄດ້ຮັບການໜຸນຫຼັງຈາກລັດຖະບານໃກ້
ເມືອງ Tuz Khurmato ໃນພາກເໜືອຂອງປະເທດ.

ຕຳຫຼວດອີຣັກລາຍງານຕື່ມວ່າ ການໂຈມຕີໃນວັນສຸກມື້ນີ້ຍັງເຮັດ
ໃຫ້ສະມາຊິກ ທະຫານບ້ານກຸ່ມນີ້ ອີກ 8 ຄົນ ໄດ້ຮັບບາດເຈັບສາ
ຫັດ. ຕຳຫຼວດເວົ້າວ່າ ພວກມືປືນທີ່ໃສ່ເຄື່ອງແບບທະຫານໄດ້ສັ່ງ
ໃຫ້ພວກທະຫານບ້ານໄປໂຮມກັນເປັນກຸ່ມຢູ່ທີ່ດ່ານກວດແຫ່ງນຶ່ງ ແລະຫຼັງຈາກນັ້ນກໍນຳເອົາພວກເຂົາເຈົ້າໄປອີກບ່ອນນຶ່ງແລ້ວຈຶ່ງ
ຍິງສັງຫານ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອໃນການໂຈມຕີ
ຄັ້ງນີ້ ແຕ່ຜ່ານມາພວກຫົວຮຸນແຮງຊຸນນີ່ທີ່ເປັນເຄືອຂ່າຍຂອງກຸ່ມ
ກໍ່ ການຮ້າຍອາລກາອີດາ ເປັນຜູ້ທຳການໂຈມຕີພວກທະຫານບ້ານ ຊຶ່ງເປັນກຸ່ມຊຸນນີ່ ນິຍົມ
ລັດຖະບານທີ່ຮູ້ກັນໃນນາມກຸ່ມ Sahwa ນັ້ນຊຶ່ງພວກຫົວຮຸນແຮງຖືວ່າເປັນພວກຂາຍຊາດ.

ກຸ່ມ Sahwa ໄດ້ກໍ່ກະບົດຕໍ່ຕ້ານກຸ່ມກໍ່ການຮ້າຍອາລກາອີດາແລະເຂົ້າຮ່ວມສົມທົບກັບກຳ ລັງທະຫານສະຫະລັດ ໃນຈຸດສູງສຸດຂອງສົງຄາມຢູ່ໃນອີຣັກ ເມື່ອຫຼາຍປີຜ່ານມາແລ້ວນັ້ນ.

ກ່ຽວຂ້ອງກັນ

XS
SM
MD
LG