ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງໃນອີຣັກ


ພວກໄວ້ທຸກ ແຫ່ສົບຊາວກາໂຕລິກ ທີ່ເສຍຊີວິດຈາກການໂຈມຕີ ໃນພິທີສົ່ງສະການ ທີ່ນະຄອນຫຼວງແບັກແດັດ (2 ພະຈິກ 2010)
ພວກໄວ້ທຸກ ແຫ່ສົບຊາວກາໂຕລິກ ທີ່ເສຍຊີວິດຈາກການໂຈມຕີ ໃນພິທີສົ່ງສະການ ທີ່ນະຄອນຫຼວງແບັກແດັດ (2 ພະຈິກ 2010)

ການໂຈມຕີຢ່າງ​ຕໍ່​ເນື່ອງ ຊຶ່ງສ່ວນໃຫຍ່ແນເປົ້າໝາຍໃສ່ຄຸ້ມ
ຂອງພວກທີ່ນັບຖືສາສະໜາອິສລາມ ນິກາຍຊີໄອທ໌ໃນນະ
ຄອນຫລວງຂອງອີຣັກ ​ໃນ​ວັນ​ອັງຄານ​ວານ​ນີ້ ເຮັດໃຫ້ມີຜູ້
ເສຍຊີວິດຢ່າງນ້ອຍ 63 ຄົນແລະໄດ້ຮັບບາດເຈັບອີກ 200
ກວ່າຄົນ.

ລາຍງານ​ເວົ້າວ່າເກີດເຫດລະເບີດຢ່າງນ້ອຍ 12 ຄັ້ງຢູ່ນະ
ຄອນຫຼວງແບັກແດັດຊຶ່ງເປັນການໂຈມຕີທີ່ນອງເລືອດທີ່ສຸດ
ນັບແຕ່ເດືອນພຶດສະພາເປັນຕົ້ນມາ.

ການໂຈມຕີເຫຼົ່ານີ້ມີຂຶ້ນໃນມື້ດຽວກັນກັບທີ່ ພວກໄວ້ທຸກຈັດ
ພິທີສົ່ງສະການໃຫ້ແກ່ 57 ຄົນທີ່ຖືກຂ້າຕາຍຫລັງ​ຈາກພວກຫົວຮຸນແຮງ ບຸກ​ເຂົ້າໂຈມຕີ
ວັດກາໂຕລິກແຫ່ງນຶ່ງໃນນະຄອນຫຼວງແບັກແດັດ ແລະຈັບ 100 ກວ່າຄົນໄວ້ເປັນໂຕປະ
ກັນ.

ກຸ່ມລັດອິສລາມອີຣັກ ຊຶ່ງເປັນກຸ່ມກໍ່ການຮ້າຍທີ່ເປັນເຄືອຂ່າຍຂອງອາລກາຍດາ ໄດ້ອ້າງເອົາ
ຄວາມຮັບຜິດຊອບ ໃນການໂຈມທີ່ວັດກາໂຕລິກ.

ກຸ່ມດັ່ງກ່າວໄດ້ທວງໃຫ້ປ່ອຍພວກແມ່ຍິງມຸສລິມ ທີ່ກ່າວກັນວ່າຖືກຄວບຄຸມໂຕໄວ້ ໂດຍສາ
ສະໜາຄຣິສຕ໌ນິກາຍຄອັບຕິກ ຢູ່ທີ່ປະເທດອີຈິບ.

ໃນວັນພຸດມື້ນີ້ ກຸ່ມດັ່ງກ່າວຂູ່ວ່າຈະທຳການໂຈມຕີເພີ້ມຕື່ມໂດຍເວົ້າວ່າ ສາສະໜາຄຣິສຕ໌
ແມ່ນເປົ້າໝາຍທີ່ຖືກຕ້ອງຊອບທຳ.

XS
SM
MD
LG