ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມຮຸນແຮງ ໃນອີຣັກ


ເຈົ້າໜ້າທີ່ອີຣັກ ກ່າວວ່າ ເຫດລະເບີດ 2 ຄັ້ງ ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງນ້ອຍ 7 ຄົນ ໃນການໂຈມຕີ ລ່າສຸດ ທີ່ແນໃສ່ ພວກສະແຫວງບຸນ ຊາວຊີໄອທ໌ ທີ່ພາກັນເດີນທາງ ໄປຍັງວັດແຫ່ງນຶ່ງ ຂອງສາສະໜາ ອິດສະລາມ ທາງກໍ້າເໜືອ ຂອງນະຄອນຫຼວງ ແບັກແດັດ.

ເຫດລະເບີດທັງ 2 ມີຂຶ້ນນຶ່ງມື້ ຫຼັງຈາກ ໄດ້ມີການໂຈມຕີ ໃນທົ່ວ ນະຄອນຫຼວງອີຣັກ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ ຢ່າງນ້ອຍ 50 ຄົນ ສ່ວນໃຫຍ່ແລ້ວ ແມ່ນເສຍຊີວິດ ຍ້ອນການໂຈມຕີ​ ໂດຍ​ຄົນ​ວາງລະເບີດ ສະລະຊີບ ທີ່ໄດ້ບີບ ຄະນວນລະເບີດ ໃຫ້ແຕກຂຶ້ນ ໃກ້ໆກັບພວກ ໄປສະແຫວງບຸນ. ສ່ວນອີກ 6 ຄົນ ໄດ້ເສຍຊີວິດ ໃນການໂຈມຕີ ໃນມື້ວັນອັງຄານ ຜ່ານມາ.

ຄວາມຮຸນແຮງ ຍັງດຳເນີນຢູ່ຕໍ່ມາ ທັງໆທີ່ໄດ້ມີ ການຮັກສາ ຄວາມປອດໄພ ຢ່າງເຄັ່ງຄັດ ໃນນະຄອນຫຼວງ ຂອງອີຣັກ ບ່ອນທີ່ ພວກສະແຫວງບຸນ ຈຳນວນຫຼາຍສິບພັນ ຄົນໄດ້ໄປເຕົ້າໂຮມກັນ ເພື່ອສວດມົນພາວະນາ ໃນພິທີ ລະລຶກເຖິງ ການເຖິງແກ່ ມໍລະນະພາບ ຂອງ IMAM MOUSSA AL-KADHIM ຊຶ່ງເປັນ IMAM ທີ 7 ຂອງຈຳນວນທັງໝົດ 12 ຄົນ ທີ່ໄດ້ຮັບການ ສັກກາລະບູຊາ ຂອງສາສະໜາ ອິດສະລາມ ນິກາຍຊີໄອທ໌.

XS
SM
MD
LG