ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄວາມວຸ້ນວາຍ ໃນ ອີຣັກ


ເຈົ້າໜ້າທີ່ອີຣັກ ກ່າວວ່າ ເຫດ ລະເບີດລົດ ທີ່ເມືອງ KIRKUK ໃນພາກເໜືອຂອງປະເທດອີຣັກ ເຮັດໃຫ້ ຜູ້ບັນຊາການຕຳຫຼວດ ຂອງເມືອງດັ່ງກ່າວ ບາດເຈັບສາ ຫັດແລະລູກຊາຍຂອງທ່ານ ເສຍຊີວິດ ຂະນະທີ່ພວມຂັບລົດ ກັບຄືນເມືອເຮືອນ ຫລັງຈາກ ໄດ້ໄປສວດມົນພາວະນາ ໃນມື້ວັນສຸກວານນີ້. ເຫດລະເບີດ ໃນເທື່ອນີ້ ຍັງເຮັດໃຫ້ມີຄົນ ບາດເຈັບອີກ 9 ຄົນ.

ທີ່ນະຄອນຫຼວງ ແບັກແດັດ ພວກມືປືນ ໄດ້ບຸກເຂົ້າໄປ ໃນເຮືອນຂອງ ຕຳຫຼວດຄົນນຶ່ງ ທີ່ຄຸ້ມ ABU GHRAIB ຊຶ່ງຕັ້ງຢູ່ ທາງກໍ້າຕາເວັນຕົກ ແລະກໍໄດ້ຍິງພໍ່ແມ່ ຂອງຕຳຫຼວດ ຄົນນີ້ ບາດເຈັບ. ເຈົ້າໜ້າທີ່ທ້ອງຖິ່ນ ເວົ້າວ່າ ຕຳຫຼວດຜູ້ນີ້ ບໍ່ໄດ້ຢູ່ເຮືອນ ເວລາເກີດເຫດ ແລະພວກມືປືນ ສາມາດຫຼົບໜີໄປໄດ້.

ນອກນັ້ນແລ້ວ ໃນມື້ວານນີ້ ກຸ່ມກໍ່ການຮ້າຍ ອາລກາຍດາ ໃນອີຣັກ ໄດ້ອ້າງເອົາ ຄວາມຮັບຜິດຊອບ ໃນການໂຈມຕີ ສະລະຊີບ 2 ຄັ້ງ ເມື່ອໄວໆມານີ້ ທີ່ເຮັດໃຫ້ ມີຜູ້ເສຍຊີວິດ 46 ຄົນ ແລະໄດ້ຮັບບາດເຈັບ ອີກ 46 ຄົນນັ້ນ.

ໃນຖະແຫຼງຂ່າວ ທີ່ພິມເຜີຍແຜ່ ທາງເວັບໄຊທ໌ ອິສລາມ ກຸ່ມກໍ່ການຮ້າຍ ອາລກາຍດາ ກ່າວວ່າ ການໂຈມຕີ ໃນວັນທີ 18 ກໍລະກົດ ຜ່ານມາ ຢູ່ທີ່ນະຄອນຫຼວງ ແບັກແດັດ ແລະທີ່ເມືອງ QAIM ໃນພາກຕາເວັນຕົກ ຂອງອີຣັກ ໃກ້ໆຊາຍແດນ ຊີເຣຍນັ້ນ ແມ່ນແນເປົ້າໝາຍ ໃສ່ກຳລັງ ທະຫານບ້ານ SHAWA ທີ່ຕໍ່ຕ້ານ ກຸ່ມອາລກາຍດາ.

XS
SM
MD
LG