ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

28 ຄົນເສຍຊີວິດ ຍ້ອນການໂຈມຕີ ຢູ່ນະຄອນຫຼວງ ອີຣັກ


ນາຍ Mohammed Ali ທີ່ໄດ້ຮັບບາດເຈັບຈາກການໂຈມຕີດ້ວຍລະເບີດລົດຢູ່ຄຸ້ມ Zafaraniyah ໃນນະຄອນ ຫຼວງແບັກແດັດ ພວມນອນພະຍາບານໂຕ ທີ່ໂຮງໝໍແຫ່ງນຶ່ງ (27 ມັງກອນ 2012)
ນາຍ Mohammed Ali ທີ່ໄດ້ຮັບບາດເຈັບຈາກການໂຈມຕີດ້ວຍລະເບີດລົດຢູ່ຄຸ້ມ Zafaraniyah ໃນນະຄອນ ຫຼວງແບັກແດັດ ພວມນອນພະຍາບານໂຕ ທີ່ໂຮງໝໍແຫ່ງນຶ່ງ (27 ມັງກອນ 2012)

ເຈົ້າໜ້າ​ທີ່​ອີຣັກກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລະ​ເບີດ​ລົດ​ໄດ້​ສັງຫານ​ຢ່າງ​ນ້ອຍ 28 ຄົນ​ໃນ​ຄຸ້ມ​
ທີ່​ປະຊາຊົນ​ສ່ວນ​ໃຫຍ່​ນັບຖື​ສາສະໜາ​ອິສລາມນິກາຍ​ຊີໄອ​ທ໌ ​ໃນ​ນະຄອນ​ຫຼວງ​ອີຣັກ.

ເຈົ້າໜ້າ​ທີ່​ໂຮງໝໍ​ກ່າວ​ວ່າ ນອກ​ນັ້ນ​ແລ້ວ​ຍັງ​ມີ​ບໍ່​ຕໍ່າ​ກວ່າ 60 ຄົນ​ໄດ້​ຮັບ​ບາດ​ເຈັບຈາກ​ການ
ໂຈມຕີ ຊຶ່ງ​ມີ​ຂຶ້ນ​ໃນ​ຕອນ​ເຊົ້າຂອງ​ວັນ​ສຸກ​ມື້ນີ້ຢູ່​ທີ່ຄຸ້ມ Zafaraniyah ​ທາງ​ກໍ້າ​ຕາ​ເ​ວັນ​ອອກ​
ຂອງ​ນະຄອນຫຼວງ​ແບັກ​ແດັດ.

ຕຳຫຼວດຫຼາຍໆ​ຄົນ​ກ່າວ​ວ່າ ການ​ໂຈມ​ຕີ​ທີ່​ວ່າ​ນີ້ມີ​ຂຶ້ນ​ໃກ້ໆ​ກັບ​ບ່ອນ​ທີີ່​ພວກ​ໄວ້​ທຸກໄປ​ເຕົ້າ
ໂຮມ​ກັນ​ ໃນ​ພິທີ​ສົ່ງສະການ​ໃຫ້​ແກ່​ຜູ້​ຊາຍ​ຄົນ​ນຶ່ງ​ ທີ່​ໄດ້ເສຍ​ຊີວິດ​ຍ້ອນ​ຄວາມ​ຮຸນ​ແຮງ​ເມື່ອ​
ນຶ່ງ​ມື້ກ່ອນ.

ມີ​ຢ່າງ​ນ້ອຍ 17 ຄົນ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ຢູ່​ໃນ​ທົ່ວ​ປະ​ເທດ​ໃນ​ວັນ​ພະຫັດ​ວານ​ນີ້.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນ​ການ​ໂຈມ​ຕີ​ດັ່ງກ່າວ​ນີ້​ເທື່ອ.

ມີ 200 ກວ່າ​ຄົນ​ແລ້ວ​ໄດ້​ເສຍ​ຊີວິດ ​ຈາກ​ການ​ໂຈມ​ຕີ​ໃນ​ຮອບ​ເດືອນ​ຜ່ານມາຂະນະ​ທີ່​ວິ​ກິດ
ການ​ທາງ​ດ້ານ​ການ​ເມືອງ ​ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ​ໃນ​ລັດຖະບານ​ສາມັກຄີຊາດ ພາຍ​ໃຕ້​ການ​ນຳ
ພາ​ຂອງ​ພວກ​ຊີ​ໄອ​ທ໌.

ພັກ Iraqiya ຊຶ່ງ​ເປັນກຸ່ມ​ສຳຄັນທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ພວກ​ຊຸນ​ນີ່​ ໄດ້​ກ່າວ​ຫານາຍົກ
ລັດຖະມົນຕີ Nouri al-Maliki ທີ່​ນັບຖື​ສາສະໜາ​ຊີ​ໄອ​ທ໌ວ່າຜູກຂາດ​ອຳນາດ​ໄວ້​ໃນ​ກຳມື​
ຂອງ​ຊາວ​ຊີ​ໄອ​ທ໌​ແຕ່​ຝ່າຍ​ດຽວ. ພັກ Iraqiya ​ໄດ້​ບອຍຄອດ​ ບໍ່ຍອມ​ເຂົ້າຮ່ວມ​ໃນ​ຄະນະ​
ລັດຖະບານ​ຂອງ​ທ່ານ Maliki.

XS
SM
MD
LG