ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມືປືນ ສັງຫານ ທະຫານບ້ານຊຸນນີ່ 5 ຄົນ ໃນອີຣັກ


ແຜນທີ່ອີຣັກ
ແຜນທີ່ອີຣັກ

ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ສະຫງົບ​ກ່າວ​ວ່າ ມື​ປືນຈຸ​ນຶ່ງ​ໄດ້​ລະດົມ​ຍິງ​ເຂົ້າ​ໃສ່​ດ່ານກວດໃນ​ພາກ
ກາງ​ອີຣັກ ​ເຮັດ​ໃຫ້​ທະຫານ​ບ້ານ​ຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍ​ອາລກາຍ ດາ 5 ຄົນເສຍ​ຊີວິດ.

ເຈົ້າໜ້າ​ທີ່​ກ່າວ​ວ່າ ພວກ​ໂຈມ​ຕີ​ໄດ້​ຍິງ​ປືນ​ເຂົ້າ​ໃສ່​ດ່ານ​ກວດ Sahwa ​ໃນ​ຕອນ ​ເຊົ້າຂອງ​
ວັນ​ເສົາ​ມື້ນີ້ທີ່ເມືອງ Khan Bani Saad ປະມານ 35 ຫຼັກກິ​ໂລ​ແມັດ ຢູ່​ທາງ​ເໜືອ​ຂອງ​
ນະຄອນຫຼວງ​ແບັກ​ແດັດ ​ໃນ​ແຂວງ Diyala.

ພວກ​ທະຫານ​ບ້ານ​ທີ່​ດ່ານ​ກວດ Sahwa ​ແມ່ນ​ເປັນ​ພວກ​ຊົນ​ເຜົ່າ​ທີ່​ນັບຖື​ສາສະໜາ​ອິສ
ລາມ​ນິກາຍ​ຊຸນ​ນີ່ທີ່​ໄດ້​ພາກັນ​ລຸກຂຶ້ນຈັບ​ອາວຸດ​ຕໍ່ຕ້ານ​ກຸ່ມ​ກໍ່​ການ​ຮ້າຍອາລກາຍ​ດາ​ເພື່ອ
ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ຄວາມ​ວຸ້ນວາຍ​ທາງ​ດ້ານ​ສາສະໜາ​ ໃນ​ອີຣັກ ກາຍ​ເປັນ​ສົງຄາມ​ກາງ​
ເມືອງ​ເຕັມ​ອັດຕາ​ນັ້ນ.

XS
SM
MD
LG