ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄວາມຮຸນແຮງ ໃນອີຣັກ


ຕຳຫລວດອີຣັກ ກ່າວວ່າ ການໂຈມຕີ ດ້ວຍລະເບີດ ແຄມທາງ ທີ່ມີມາ ເປັນລຳດັບນັ້ນ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງນ້ອຍ 6 ຄົນ ແລະອີກ 10 ຄົນ ໄດ້ຮັບບາດເຈັບ ທີ່ແຂວງອານບາ ໃນພາກຕາເວັນຕົກ ຂອງອີຣັກ. ເຈົ້າໜ້າທີ່ເວົ້າວ່າ ມີເຫດລະເບີດ ເກີດຂຶ້ນຢ່າງນ້ອຍ 4 ຄັ້ງ ໃກ້ໆເຮືອນ ຂອງພວກ ນາຍຕຳຫລວດ ແລະຜູ້ພິພາກສາຄົນນຶ່ງ ທີ່ເມືອງ KHALIDIYA ໃນວັນສຸກ ມື້ນີ້. ຍັງບໍ່ທັນ ເປັນທີ່ຈະແຈ້ງເທື່ອວ່າ ມີເຈົ້າໜ້າທີ່ ຮັກສາຄວາມສະງົບ ຮວມຢູ່ໃນຈຳນວນ ພວກເຄາະຮ້າຍ ໃນການໂຈມຕີ ດ້ວຍລະເບີດ ເຫລົ່ານີ້ຫລືບໍ່. ຄວາມຮຸນແຮງ ທີ່ແຂວງອານບາ ໄດ້ເກີດຂຶ້ນ ໃນລະດັບທີ່ຂ້ອນຂ້າງຕຳ ນັບແຕ່ປີ 2006 ເປັນຕົ້ນມາ ເວລາພວກຜູ້ນຳ ຂອງກຸ່ມ ຫົວຮຸນແຮງຊຸນນີ່ ໄດ້ຫັນປາຍປືນ ໃສ່ກຸ່ມກໍ່ການຮ້າຍ ອາລກາຍດາ ແລະເລີ້ມໃຫ້ການ ຊ່ອຍເຫລືອ ແກ່ກຳລັງ ສະຫະລັດ ແລະອີຣັກ ໃນການຕໍ່ສູ້ ກັບພວກກະບົດນັ້ນ.

XS
SM
MD
LG