ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

17 ຄົນເສຍຊີວິດໃນຄຸກ ທີ່ກຸງແບກແດ໊ດ


ຄວາມວຸ້ນວາຍໃນອິຣັກ ວັນທີ 8 ພຶດສະພາ 2011
ຄວາມວຸ້ນວາຍໃນອິຣັກ ວັນທີ 8 ພຶດສະພາ 2011

ບັນດາ​ເຈົ້າ​ໜ້າ​ທີ່ໃນອິຣັກກ່າວວ່າ ຄວາມ​ພະຍາຍາມໃນກໍ່​ການ​ກະບົດ​ຂຶ້ນ​ໃນ​ຄຸກ​ແຫ່ງ​ນຶ່ງ​ໃນ​ເຊົ້າ​ວັນ​ອາທິດ​ມື້​ນີ້ ​ທີ່​ກຸງ​ແບກ​ແດ໊ດ ໄດ້​ເຮັດ​ໃຫ້ ປະຊາຊົນ​ຢ່າງ​ນ້ອຍ 17 ຄົນ​ເສຍ​ຊີວິດ.

ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພກ່າວ​ວ່າ ຄວາມ​ວຸ້ນວາຍໄດ້​ເກີດ​ຂຶ້ນ​ເວລາ​ນັກ​ໂທດຢ່າງ​ນ້ອຍຄົນ​ນຶ່ງ​ ໄດ້​ພະຍາຍາມ​ຕໍ່ສູ້​ແລະ​ຍຶດ​ເອົາ​ອາວຸດ​ຈາກ​ຄົນ​ຍາມ​ຄຸກ​ຄົນ​ນຶ່ງ​ ໃນ​ເວລາ​ທ່ີ​ພວກ​ນັກ​ໂທດ​ພວກ​ຍ້າຍ​ຈາກ​ຫ້ອງ​ນຶ່ງ​ໄປ​ຫາ​ອີກ​ຫ້ອງ​ນຶ່ງ.
ຢ່າງ​ໜ້ອຍ​ພວກ​ນັກ​ໂທດ 10 ຄົນແລະ​ພວກ​ຄົນ​ຍາມ​ຄຸກ 7 ຄົນ​ເສຍ​ຊີວິດ​ໃນ​ລະຫວ່າງ​ເກີດ​ການ​ປະ​ທະ​ກັນ​ນັ້ນ. ມີ​ຜູ້​ໄດ້​ຮັບ​ເຄາະ​ຮ້າຍ​ຄົນທີ 18 ​ແຕ່​ບໍ່​ທີ່​ຈະ​ແຈ້ງ​ເທື່ອວ່າ ​ແມ່ນ​ຝ່າຍ​ໃດ.

ໃນ​ບັນດາ​ພວກ​ທີ່​ເສຍ​ຊີວິດ​ໄປ​ນັ້ນ ມີ​ສະມາຊິກ​ຂອງ​ເຄືອ​ຂ່າຍ​ອາລກາ​ອີ​ດາ​ຄົນ​ນຶ່ງ ຄື​ນາຍ Huthaifa al-Batawi ທີ່​ຮູ້​ກັນ​ອີກ​ຊື່​ນຶ່ງ​ວ່າ Emir ຂອງ​ກຸງ​ແບກ​ແດ໊ດ ຊຶ່ງ​ຜູ້ກ່ຽວ​ຖືກ​ກ່າວ​ຫາ​ວ່າ ວາງ​ແຜນໂຈມ​ຕີ​ໂບດ​ແຫ່ງ​ນຶ່ງ​ໃນ​ເດືອນ​ຕຸລາ​ປີ​ແລ້ວ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ປະຊາຊົນ​ເສຍ​ຊີວິດ​ໄປຫລາຍ​ສິບ​ຄົນ.

XS
SM
MD
LG