ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

7 ຄົນເສຍຊີວິດ ແລະ ຫລາຍສິບຄົນບາດເຈັບ ໃນກຸງແບກແດ໊ດ


ກໍາລັງຮັກສາຄວາມປອດໄພຂອງອິຣັກກໍາລັງຍາມບ່ອນເກີດເດລະເບີດໂຈມ
ຕີ. ວັນທີ 4 ທັນວາ 2010.
ກໍາລັງຮັກສາຄວາມປອດໄພຂອງອິຣັກກໍາລັງຍາມບ່ອນເກີດເດລະເບີດໂຈມ ຕີ. ວັນທີ 4 ທັນວາ 2010.

ບັນດາ​ເຈົ້າ​ໜ້ທີ່​ອິຣັກກ່າວ​ວ່າ ຢ່າງ​ນ້ອຍ​ພວກ​ໄປສະ

ແຫວ​ງບຸນ​ອິຣ່ານ 7 ຄົນເສຍ​ຊີວິດ​ແລະ​ບາດ​ເຈັບ​ຢ່າງ​

ນ້ອຍ 26 ຄົນ​ຈາກ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ສອງ​ບັ້ນ

ຢູ່​ຄົນ​ລະ​ບ່ອນ​ໃນ​ນະຄອນ​ຫລວງແບກ​ແດ໊ດ.

ບັນດາ​ເຈົ້າ​ໜ້າທີ່​ກະຊວງ​ພາຍ​ໃນ​ກ່າວ​ວ່າ ການວາງ​ລະ​ເບີດ

ໃນ​ ລົດບ່ອນນຶ່ງ​ແລະ​ການວາງ​ວັດຖຸ​ລະ​ເບີດ​ໃສ່​ໃນ​ອີກ​ບ່ອນ

ນຶ່ງ​ໄດ້​ລະ​ເບີດຂຶ້ນ​ໃນ​ວັນ​ເສົາ​ມື້​ນີ້ ຢູ່​ໃກ້ໆກັບ​ເຮືອນ​ຫລັງ​ນຶ່ງ​ທີ່ພວກ​ສະ​ແຫວ​ງບຸນ​ອິຣ່ານ

ໃຊ້ເປັນ​ບ່ອນ​ພັກຜ່ອນ​ໃນ​ຄຸ້ມ Kadhamiya ​ໃນ​ກຸງແບກ​ແດ໊ດ ຊຶ່ງ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ

5 ຄົນ​ແລະ​ໄດ້​ຮັບບາດ​ເຈັບ​ຢ່າງ​ນ້ອຍ 18 ຄົນ.

ໃນ​ການ​ໂຈມ​ຕີ​ບັ້ນ​ທີ​ສອງ​ນັ້ນ ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ລົດຄັນ​ນຶ່ງທີ່​ບັນຈຸລະ​ເບີດໄດ້​ແລ່ນ

ເຂົ້າຕໍາ​ລົດ​ບັສຄັນ​ນຶ່ງ​ຂອງ​ຊາວ​ອິຣ່ານ​ໃນ​ຄຸ້ມ Shula ​ໃນ​ນະຄອນຫລວງນັ້ນ ​ເຮັດ​ໃຫ້

ພວກ​ຊາວ​ອິຣ່ານ 2 ຄົນ​ເສຍ​ຊີວິດ​ແລະ​ບາດ​ເຈັບ​ຕື່ມ​ອີກ​ຢ່າງ​ນ້ອຍ 8 ຄົນ.

ຊາວ​ມຸສລິ​ມອິຣ່ານ ​ແລະ​ພວກ​ມຸສລິ​ມນິກາຍ Shi’ite ຫລາ​ຍຄົນຈາກ​ປະ​ເທດຕ່າງໆ​ໄດ້​ພາ

ກັນ​ມາເຕົ້າ​ໂຮມ​ກັນ​ຢູ່​ທີ່​ອິຣັກ​ໃນ​ແຕ່ລະ​ປີ ​ເພື່ອ​ທໍາ​ການ​ຢ້ຽມຢາມປູ​ສະ​ນີຍະສະ​ຖານ​ຂອງ​ນິ

ກາຍ Shi’ite ແຫ່ງ​ຕ່າງໆ​ໃນ​ອິຣັກນັ້ນ.

XS
SM
MD
LG