ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະເບີດສະຫລະຊີບສັງຫານ 46 ຄົນທີ່ອິຣັກ


ເຈົ້າໜ້າ​ທີ່​ໃນອິຣັກກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະຫລະ​ຊີບສອງ​ຄົນໄດ້​ສັງ ຫານຢ່າງ​ນ້ອຍ 46 ຄົນ​ໃນ​ວັນ​ອາທິດ​ມື້​ນີ້ ​ໃນ​ການ​ໂຈມ​ຕີ​ສອງ​ບັ້ນຕໍ່​ກຸ່ມ​ ທະຫານ​ບ້ານ​ທີ່​ຕໍ່ຕ້ານ​ພວກອາລ​ເກ​ອີ​ດາ. ຄົນ​ຮ້າຍຄົນ​ນຶ່ງ​ໄດ້​ລະເບີດ ຕົນ​ເອງ​ຂຶ້ນ​ ທີ່​ຫ້ອງການນຶ່ງ​ຂອງ​ກອງທະຫານ​ບ້ານ​ຂອງພວກນິກາຍ ຊຸ​ນນີ ທີ່​ລັດຖະບານ​ໜຸນ​ຫລັງ ທີ່​ເອີ້ນ​ກັນ​ວ່າ Sahwa ຫລື ​ລູກ​ຊາຍ​ຂອງ​ອິຣັກ ​ທີ່ເມືອງ Radwaniya ​ໃນ​ເຂດຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ແບກ​ແດດ ຊຶ່ງ​ມີ​ຊາວ​ຊຸນ​ນີອາ​ໃສ​ຢູ່​ເປັນ​ສ່ວນ​ໃຫຍ່​ນັ້ນ ຍັງ​ຜົນ​ໃຫ້ 43 ຄົນ​ເສ​ຍຊີວິດແລະ​ບາດ​ເຈັບ​ອີກ 40 ຄົນ.

ສ່ວນການ​ໂຈມ​ຕີສະຫລະ​ຊີບ​ຄັ້ງທີ​ສອງ​ນັ້ນ​ ​ໄດ້​ແນ​ເປົ້າໝາຍ​ໃສ່​ກອງ​ປະຊຸມ​ຂອງ​ພວກຜູ້ນຳທະ ຫານ​ບ້ານ​ຂອງ​ພວກ​ນິກາຍ​ຊຸນ​ນີທ້ອງ​ຖິ່ນ ທີ່​ເມືອງ Qaim ​ໃກ້ໆ​ກັບ​ຊາຍ​ແດນ​ປະ​ເທດ​ຊີ​ເຣຍ ເຮັດ​ໃຫ້ 3 ຄົນເສຍ​ຊີວິດ. ເວລາ​ນີ້ ຍັງ​ບໍ່​ທັນ​ມີ​ຝ່າຍ​ໃດ​ອ້າງ​ເອົາ​ຄວາມຮັບຜິດຊອບ​ເທື່ອ.

ເມືອງຫລວງຂອງ​ອິຣັກ​ແມ່ນ​ໄດ້​ປະສົບ​ກັບ​ຄື້ນຟອງ​ແຫ່ງ​ຄວາມ​ຮຸນ​ແຮງ ມາຕັ້ງ​ແຕ່​ການ​ເລືອກ​ຕັ້ງສະພາ​ຜູ້​ແທນ​ເມື່ອ​ເດືອນ​ມີນາ​ແລ້ວ​ນີ້ ທີ່​ບໍ່​ມີ​ຜູ້​ແຂ່ງ​ຂັນ​ຄົນໃດ​ໄດ້​ຮັບໄຊຊະນະ​ຢ່າງ​ຂາດ​ຮອຍ.

XS
SM
MD
LG