ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

40 ຄົນເສຍຊີວິດ ໃນເຫດລະເບີດສະລະຊີບ ທເມືອງຕີກຣີດ


ຊາກສົບຂອງພວກທີ່ເສຍຊີວິດຈາກການວາງລະເບີດສະລະຊີບ
ວັນທີ 18 ມັງກອນ 2011.
ຊາກສົບຂອງພວກທີ່ເສຍຊີວິດຈາກການວາງລະເບີດສະລະຊີບ ວັນທີ 18 ມັງກອນ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ຜູ້​ໂຈມຕີດ້ວຍ​ລະ​ເບີດ​ສະ
ລະຊີບ​ຄົນ​ນຶ່ງ​ໄດ້​ສັງ ຫານປະຊາຊົນ 40 ຄົນ​ ແລະ​ໄດ້
ຮັບ​ບາດເຈັບ​ຕື່ມ​ອີກ​ຢ່າງ​ນ້ອຍ 75 ຄົນ​ໃນການໂຈມ​ຕີຢູ່
ນອກ​ສະຖານີຕໍາຫລວດ​ແຫ່ງ​ນຶ່ງ ບ່ອນ​ທີ່​ພວກ​ຜູ້​ສະໝັກ
ເປັນ​ຕໍາຫລວດ​ໃໝ່​ໄປ​ເຕົ້າ​ໂຮມ​ກັນ​ຢູ່​ນັ້ນ.

ການລະ​ເບີດ​ດັ່ງກ່າວ​ມີ​ຂຶ້ນ​ໃນ​ວັນ​ອັງຄານ​ມື້​ນີ້ ​ໃນ​ເມືອງ
Tikrit ບ້ານ​ເກີດເມືອງ​ນອນ​ຂອງມື້​ລາງ​ຈອມ​ຜະ​ເດັດ​ການ
Saddam Hussein ນັ້ນ.

ຕໍາຫລວດ​ໃນ​ທ້ອງ​ຖິ່ນ​ກ່າວ​ວ່າ ຢ່າງ​ນ້ອຍ​ມີ​ປະຊາຊົນ​ 100
ຄົນໄປ​ເຕົ້າ​ໂຮມກັນ​ຢູ່​ທີ່​ນັ້ນເພື່ອ​ສະໝັກ​ເຂົ້າຮັບໃຊ້ໃນກໍາລັງ
ຮັກສາ​ຄວາມປອດ​ໄພ​ຂອງ​ອິຣັກ.

ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວລານີ້ວ່າ​ ມີພວກ​ທີ່​ໄດ້​ຮັບ​ເຄາະ​
ຮ້າຍ ​ຈັກ​ຄົນ​ເປັນຕໍາຫລວດໃໝ່ ຫລື​ເປັນ​ພົນລະ​ເຮື​ອນ.

ຫລັງ​ຈາກ​ມີ​ການ​ໂຈມ​ຕີ​ເກີດ​ຂຶ້ນ​ແລ້ວ ພວກ​ໂບດ​ອີສລາມ​ແຫ່ງ​ຕ່າງໆ​ກໍ​ໄດ້​ປະກາດຂ່າວ​
ທາງ​ອາກາດ​ຂໍ​ຮ້ອງ​ໃຫ້​ປະຊາຊົນ​ໄປ​ບໍລິຈາກ​ເລືອດ​ສໍາລັບ​ພວກ​ທີ່​ໄດ້​ຮັບ​ບາດເຈັບ​ນັ້ນ.

ໃນ​ຫວ່າງ​ບໍ່​ດົນ​ມາ​ນີ້ ​ໄດ້​ມີ​ການວາງ​ລະ​ເບີດ​ສະລະ​ຊີບ​ຈໍານວນ​ນຶ່ງ​ຂຶ້ນ​ໃນ​ທົ່ວ​ປະເທດ​
ຂະນະ​ທີ່​ອິຣັກພວມ​ດີ້ນຮົນທີ່ຈະເຮັດໃຫ້ສົງຄາມ​ທີ່ດຳເນີນມາມາ​ເປັນ​ເວລາຫລາຍ​ປີ
ນັ້ນສິ້ນສຸດລົງ.

ໃນ​ວັນ​ຈັນ​ວານ​ນີ້ ຜູ້​ວາງ​ລະ​ເບີດ​ສະລະ​ຊີບ​ຄົນ​ນຶ່ງ​ກໍທໍາ​ການ​ໂຈມ​ຕີ​ຂະ​ບວນລົດຂອງ
ເຈົ້າ​ແຂວງໆ Anbar ຊຶ່ງ​ໄດ້​ເຮັດ​ໃຫ້​ຜູ້​ຄົນຢ່າງ​ນ້ອຍ 6 ຄົນ​ໄດ້ຮັບ​ບາດ​ເຈັບ ແຕ່ເຈົ້າ​
ແຂວງ​ປອດໄພບໍ່​ໄດ້​ຮັບ​ບາດ​ເຈັບໃດໆ.

ໃນ​ເດືອນ​ແລ້ວ​ນີ້ ການວາງ​ລະ​ເບີດ​ສອງ​ບັ້ນ​ຊ້ອນ​ກັນ​ໃກ້ໆ​ກັບ​ບໍລິ​ເວນ​ໂຮງການລັດຖະ
ບານ​ແຫ່ງ​ນຶ່ງ​ໃນ​ເມືອງ Ramadi ​ໄດ້​ເຮັດ​ໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 9 ຄົນແລະ​
ບາດ​ເຈັບອີກ​ປະມານ 50 ຄົນ.

XS
SM
MD
LG