ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

5 ຄົນເສຍຊີວິດ ຍ້ອນລະເບີດລົດ ໃນກຸງແບກແດ໊ດ


ຊາກລົດຄັນນຶ່ງທີ່ໃຊ້ໃນການວາງລະເບີດໂຈມຕີໃກ້ເຂດສີຂຽວໃນກຸງແບກແດ໊ດ ວັນທີ 18 ເມສາ 2011
ຊາກລົດຄັນນຶ່ງທີ່ໃຊ້ໃນການວາງລະເບີດໂຈມຕີໃກ້ເຂດສີຂຽວໃນກຸງແບກແດ໊ດ ວັນທີ 18 ເມສາ 2011

ບັນດາ​ເຈົ້າ​ໜ້າ​ທີ່​ອິຣັກກ່າວ​ວ່າ ລະ​ເບີດ​ໃນ​ລົດ 2 ຄັນໄດ້​
ແຕກ​ຂຶ້ນ​ຢູ່​ໃກ້ໆ​ກັບ​ທາງ​ເຂົ້າ​ເຂດ​ສີຂຽວ​ທີ່ມີ​ການປົກ​ປັກ
ຮັກສາ​ຢ່າງ​ໜາ​ແໜ້ນ ອັນ​ທີ່ເອີ້ນ​ກັນ​ວ່າ Green Zone
ໃນ​ກຸງ​ແບກ​ແດ໊ດ​ເຮັດໃຫ້​ຜູ້​ຄົນ​ເສຍ​ຊີວິດ​ໄປ​ຢ່າງ​ນ້ອຍ 5
ຄົນ.

ພວກ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ກ່າວ​ວ່າ ລະ​ເບີດ
ທີ່​ແຕກ​ຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ເກີດ​ຂຶ້ນ​ໃນ​ເວລາ​ປະມານ 8:30
ຕອນ​ເຊົ້າ​ຕາມ​ເວລາ​ໃນ​ທ້ອງ​ຖິ່ນ​ໃນ​ຂະນະ​ທີ່​ພວກ​ລົດ​ຂອງ
ພວກ​ພະນັກງານ​ແລະ​ພວກ​ເຈົ້າ​ໜ້າ​ທີ່ລັດຖະບານ​ ລໍຖ້າ​ເຂົ້າ​
ໄປ​ໃນຂົງເຂດ​ນັ້ນ.

ປະຊາຊົນ​ຢ່າງ​ນ້ອຍ 15 ຄົນ​ໄດ້​ຮັບ​ບາດ​ເຈັບຈາກການວາງ​ລະ​ເບີດ​ດັ່ງກ່າວ ຮວມທັງ​ພວກ​ທະຫານ​ອິຣັກ 5 ຄົນ​ນໍາ.

ເຂດ Green Zone ເປັນ​ບໍລິ​ເວນ​ນຶ່ງໃນ​ໃຈ​ກາງ​ກຸງ​ແບກແດ໊ດ ທີ່​ເປັນ​ທີ່​ຕັ້ງ​ຂອງ​ພວກ​ຕຶກ​ອາຄານ​ຕ່າງໆ​ຂອງ​ລັດຖະບານ​ອິຣັກ​ແລະ​ພວກ​ສະຖານທູດ​ຕ່າງປະ​ເທດ.

ໃນ​ແຫ່ງ​ອື່ນໆ​ອີກ​ໃນ​ນະຄອນຫລວງອີຣັກນັ້ນ ປະຊາຊົນ 5 ຄົນ​ໄດ້​ຮັບ​ບາດ​ເຈັບເວລາ​ລະ​ເບີດ 2 ລູກ​ທີ່​ຫ້າງ​ໄວ້​ແຄມ​ທາງ​ແຕກ​ຂຶ້ນໃນ​ຄຸ້ມ Jadriyah ​ໃນ​ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ນະ​ຄອນ​ຫລວງ​ນັ້ນ.

XS
SM
MD
LG