ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

17 ຄົນເສຍຊີວິດ ໃນອີຣັກ


ສົບຊາວອິຣັກ ຜູ້ເຄາະຮ້າຍຄົນນຶ່ງ ທີ່ເສຍຊີວິດໃນການໂຈມຕີ ໃນວັນອັງຄານວານນີ້, ທີ 13 ກັນຍາ 2011.
ສົບຊາວອິຣັກ ຜູ້ເຄາະຮ້າຍຄົນນຶ່ງ ທີ່ເສຍຊີວິດໃນການໂຈມຕີ ໃນວັນອັງຄານວານນີ້, ທີ 13 ກັນຍາ 2011.

ບັນດາ​ເຈົ້າ​ໜ້າ​ທີ່​ອີຣັກກ່າວ​ວ່າ ການ​ໂຈມ​ຕີ​ທີ່​ເພີ່ມ​ທະວີ​ຂຶ້ນ​ໄດ້​ສັງຫານປະຊາຊົນ​ໄປ​ຢ່າງ​
ໜ້ອຍ 17 ຄົນ​ແລະ​ບາດ​ເຈັບ​ຫລາຍ​ກວ່າ 50 ຄົນ ຕື່ມ​ອີກທີ່​ຮວມທັງ​ພວກ​ເຈົ້າ​ໜ້າ​ທີ່​ຕໍາ
ຫລວດ​ແລະ​ທະຫານ​ອີຣັກນໍາ​ດ້ວຍ.

ຕໍາຫລວດ​ກ່າວ​ວ່າ ຢ່າງ​ໜ້ອຍ​ປະຊາຊົນ 13 ຄົນ​ເສຍ​ຊີວິດ​ໃນ​ວັນ​ພຸດມື້​ນີ້​ເວລາ​ລົດ​ຄັນ​ນຶ່ງ
ລະ​ເບີດ​ຂຶ້ນ​ຢູ່​ນອກ​ຮ້ານ​ອາຫານ​ແຫ່ງ​ນຶ່ງ​ໃກ້ໆ​ກັບເມືອງ Hilla ຊຶ່ງ​ຕັ້ງ​ຢູ່​ຫ່າງ​ຈາກ​ນະ
ຄອນຫລວງ​ແບກ​ແດ໊ດ​ໄປ​ທາງ​ທິດໃຕ້​ປະມານ 90 ຫລັກກິໂລແມັດ. ຢ່າງໜ້ອຍຕໍາຫລວດ
2 ຄົນຮວມຢູ່ໃນຈໍານວນພວກທີ່ເສຍຊີວິດໄປນັ້ນແລະການໂຈມຕີຄັ້ງນີ້ໄດ້ເຮັດໃຫ້ຜູ້ຄົນໄດ້
ຮັບບາດເຈັບຕື່ມອີກ 40 ຄົນ.

ບັນດາເຈົ້າໜ້າທີ່ແຂວງ Anbar ກ່າວວ່າ ລະເບີດທີ່ຫ້າງໃສ່ລົດຄັນນຶ່ງ ໄດ້ແຕກຂຶ້ນທີ່ຄ້າຍ
ທະຫານໃນເມືອງ Habbaniyah ເຮັດໃຫ້ທະຫານເສຍຊີວິດໄປ 2 ຄົນແລະຮັບບາດເຈັບ
ຕື່ມອີກ 10 ຄົນ.

ໃນຂະນະດຽວກັນ ບັນດາເຈົ້າໜ້າທີ່ກ່າວວ່າ ພວກມືປືນຈຸນຶ່ງໄດ້ເປີດສາກຍິງໃສ່ໜ່ວຍລາດ
ຕາເວນໃນພາກເໜືອກຸງແບກແດ໊ດ ເຮັດໃຫ້ເຈົ້າໜ້າທີ່ຕໍາຫລວດເສຍຊີວິດໄປ 2 ຄົນແລະ
ບາດເຈັບອີກຄົນນຶ່ງ.

ການໂຈມຕີເຫລົ່ານີ້ມີຂຶ້ນໃນຂະນະທີ່ສະຫະລັດປະຕິບັດຕາມແຜນການຂອງຕົນທີ່ຈະຖອນ
ທະຫານຂອງຕົນອອກຈາກອີຣັກພາຍໃນທ້າຍປີນີ້. ຄວາມວຸ້ນວາຍກໍາລັງຜ່ອນຄາຍລົງ
ຈາກລະດັບສູງສຸດໃນປີ 2006 ແລະ 2007 ນັ້ນ ແຕ່ທັງເຈົ້າໜ້າທີ່ສະຫະລັດແລະອີຣັກ
ໄດ້ສະແດງຄວາມເປັນຫ່ວງອອກມາກ່ຽວກັບສະມັດຖະພາບຂອງອີຣັກໃນການຮັກສາ
ຄວາມສະຫງົບຫລັງຈາກສະຫະລັດຖອນທະຫານອອກໄປແລ້ວນັ້ນ.

XS
SM
MD
LG