ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ລະ​ເບີດສັ່ນ​ສະ​ເທືອ​ນ ​ຫຼາຍໆ ​​ເມື​ອງ ໃນອິຣັກ


Penitentes de la hermandad de Jesús Yacente en Zamora, al norte de España.
Penitentes de la hermandad de Jesús Yacente en Zamora, al norte de España.

ລະ​ເບີດໄດ້​ແຕກ​ຂຶ້ນ ສັ່ນ​ສະ​ເທືອ​ນ​ຫົວເມື​ອງນ້ອຍ​ໃຫຍ່ຫຼາຍແຫ່ງໃນອິຣັກ ​ໃນ​ວັນ​ຈັນ​ມື້ນີ້ ໂດຍໄດ້​ສັງຫານຫຼາຍ​ສິບ​ຄົນ.

ເຈົ້າ​ໜ້າ​ທີ່ອິຣັກກ່າວ​ວ່າ ​ເຫດ​ລະ​ເບີດ​ທີ່​ຮ້າຍ​ແຮງ​ສຸດ​ນັ້ນ​ແມ່ນ​ເກີດ​ຂຶ້ນຢູ່ເມື​ອງ Kut ທາງ​ພາກ​ໃຕ້ຂອງ​ປະ​ເທດ ບ່ອນ​ທີ່​ມີ​ລະ​ເບີດ​ແຕກ​ຂຶ້ນຢູ່ 2 ບ່ອນ ທີ່ໄດ້​ເອົາ​ຊີວິດ​ໄປ 35 ​ຄົນແລະ​ບາດ​ເຈັບ​ອີກ​ 60 ຄົນ.

ເຈົ້າ​ໜ້າ​ທີ່​ຕໍາຫຼວດ​ທີ່ Najaf ເມືອງ​ສັກສິດຂອງ​ຊາວ Shi'ite ​ໃນ​ພາກ​ໃຕ້​ ກ່າວ​ວ່າ ລະ​ເບີດ​ລົດ​ສອງ​ຄັນ​ໄດ້​ສັງ​ຫານຢ່າງ​ນ້ອຍ 3 ຄົນ ​ແລະອີກ 32 ຄົນ ​ໄດ້​ຮັບບາດ​ເຈັບ. ​ແລະ​ທີ່​ພາກ​ໃຕ້​ເຊ່ນ​ກັນລະ​ເບີດ​ລົດ​ຄັນ​ນຶ່ງ​ທີ່​ແຕກ​ຂື້ນ​ໃນ​ເມືອງ Karbala ​ໄດ້​ເອົາ​ຊີ​ວິດ​ໄປຢ່າງ​ນ້ອຍ 2 ຄົນ.

ໃນ​ພາກ​ເໜືອ,​ ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຄົນ​ວາງ​ລະ​ເບີດ​ສະລະ​ຊີບ 2 ຄົນໄດ້​ທໍາ​ການ​ໂຈມ​ຕີໜ່ວຍ​ຕໍ່ຕ້ານ​ການກໍ່​ການ​ຮ້າຍ ທີ່​ເມືອງ Tikrit, ​ເຮັດ​ໃຫ້ຕໍາຫຼວດຢ່າງ​ນ້ອຍ 3 ຄົນ​ເສຍ​ຊີວິດ ໂຮມ​ທັງ​ຕໍາຫລວດສອງ​ຄົນ ​ແລະອີກ​ 7 ຄົນ ບາດ​ເຈັບ​.

ໃນ​ແຫ່ງ​ອື່ນໆອີກ​ທາງພາກ​ເໜືອນັ້ນ ຕໍາຫລວດ​ກ່າວ​ວ່າ ການ​ໂຈມ​ຕີ​ດ້ວຍລະ​ເບີດຫລາຍໆ
ບັ້ນໃນ​ແຂວງ Diyala ​ໄດ້​ເອົາ​ຊີວິດ​ຢ່າງ​ນ້ອຍ 8 ຄົນ ​ໃນ​ຂະນະ​ທີ່ ​ລະ​ເບີດ​ສອງ​ລູກ​ທີ່ແຕກ
ຂຶ້ນ​ຢູ່​ຄົນ​ລະ​ບ່ອນໃນ​ເມືອງ Kirkuk ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີວິດ ​ແລະ​ຢ່າງ​ນ້ອຍ 12 ຄົນ​ໄດ້​ຮັບ ບາດ​ເຈັບ.

ການ​ໂຈມ​ຕີດັ່ງກ່າວ​ນີ້​ໄດ້ມີ​ຂຶ້ນ ນຶ່ງ​ວັນຫຼັງ​ຈາກ​ທີ່ການວາງລະ​ເບີດ​ຢ່າງ​ຕໍ່​ເນື່ອງ​ທີ່ໄດ້​ມີການ​ປ
ສານ​ງານ​ຢ່າງ​ດີ​ ​ໃນ​ນະຄອນຫລວງ​ແບກ​ແດດ​ນັ້ນ​ ໄດ້​ສັງຫານສະມາຊິກ​ກໍາລັງ​ຮັກສາ​ຄວາມ
ປອດ​ໄພ 5 ຄົນ. ​ແລະ​ການວາງ​ລະ​ເບີດ​ອີກ​ບັ້ນ​ນຶ່ງ ໃນ​ເມືອງ​ຫລວງໃນ​ວັນ​ຈັນ​ວານ​ນີ້ ​ໄດ້ເຮັດ
ໃຫ້​ມີ​ຄົນ​ເສຍ​ຊີວິດອີກ 1 ຄົນ.

ສະຫະລັດ​ແລະເຈົ້າ​ໜ້າ​ທີ່ອິຣັກ ​ໄດ້ສະ​ແດງຄວາມ​ເປັນ​ຫ່ວງ​ນໍາ​ຄວາມ​ສາມາດ​ຂອງ​ອີ​ຣັກໃນ
ການ​ຄວບຄຸມ​ສະຖານະ​ການ​ດ້ານຄວາ​ມປອດ​ໄພ​ ຫຼັງ​ຈາກທີ່ສະຫະລັດ​ຖອນ​ກອງ​ກໍ​າລັງ
ອອກ​ໄປ​ພາຍ​ໃນ​ທ້າຍ​ປີ​ນີ້​ນັ້ນ.

ເຈົ້າ​ໜ້າ​ທີ່​ອິຮັກໄດ້ກ່າວໃນ​ຕົ້ນເດືອນນີ້​ວ່າ ພວກ​ເຂົ້າ​ເຈົ້າ​ຈະເລີ່​ມທໍາ​ການ​ໂອ້​ລົມກັບສະຫະລັດ
ກ່ຽວ​ກັບ​ການຈະ​ໃຫ້​ໜ່ວຍຝຶກອົບ​ຮົມຂອງ​ສະຫະລັດຢູ່ໃນອິຣັກຕໍ່​ໄປ ຫຼັງ​ຈາກ​ການ​ຖອນອອກ​
ຢ່າງ​ເປັນ​ທາງ​ກາໃນ​ເດືອນ​ທັນວາ​ທີ່​ຈະ​ມາ​ເຖິງ​ນີ້.

XS
SM
MD
LG