ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

55 ຄົນຕາຍ ໃນການໂຈມຕີ ຫລາຍໆບັ້ນ ໃນທົ່ວອິຣັກ


ເຈົ້າໜ້າທີ່ອີຣັກກ່າວວ່າ ການໂຈມຕີດ້ວຍລະເບີດລົດຫຼາຍໆ
ຄັ້ງ ແລະເປັນທີ່ປາກົດວ່າມີການປະສານງານກັນນັ້ນ ເຮັດ
ໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 55 ຄົນ ໃນມື້ວານນີ້ ຫຼາຍໆ
ຄົນໃນຈໍານວນດັ່ງກ່າວ ແມ່ນເປັນຕຳຫຼວດ ຊຶ່ງເປັນມື້ທີ່
ມີການໂຈມຕີຮ້າຍແຮງສຸດ ໃນຮອບຫຼາຍເດືອນ.

ຍັງບໍ່ທັນມີກຸ່ມໃດອ້າງເອົາຄວາມຮັບຜິດຊອບເທື່ອ ແຕ່
ປາກົດວ່າຄວາມຮຸນແຮງສ່ວນໃຫຍ່ ໄດ້ແນເປົ້າໃສ່ກຳລັງ
ຮັກສາຄວາມສະຫງົບຂອງອີຣັກ ແລະ ເຫດຮ້າຍເຫຼົ່ານີ້ ມີຂຶ້ນຂະນະທີ່ສະຫະລັດພວມກະກຽມທີ່ຈະສິ້ນສຸດການ ປະຕິບັດງານສູ້ລົບຢ່າງເປັນທາງການຢູ່ໃນອີຣັກ ໃນວັນທີ 31 ສິງຫານີ້.

ການໂຈມຕີຮ້າຍແຮງສຸດແມ່ນມີຂຶ້ນທີ່ເມືອງ Kut ໃນພາກໃຕ້ຂອງອີຣັກ ບ່ອນທີ່ການ ໂຈມຕີດ້ວຍລະເບີດລົດສະລະຊີບໃກ້ໆປ້ອມຕຳຫຼວດແຫ່ງນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 20 ຄົນ ແລະໄດ້ຮັບບາດເຈັບອີກເກືອບ 100 ຄົນ. ເຈົ້າໜ້າທີ່ເວົ້າວ່າ
ໃນຈຳນວນຜູ້ເສຍຊີວິດເຫຼົ່ານີ້ ບໍ່ຕໍ່າກວ່າ 15 ຄົນ ແມ່ນເປັນຕຳຫຼວດ.

ທີ່ນະຄອນຫຼວງແບັກແດັດ ການໂຈມຕີດ້ວຍລະເບີດລົດສະລະຊີບຢູ່ນອກປ້ອມຕຳ ຫຼວດແຫ່ງນຶ່ງ ເຮັດໃຫ້ມີຜູ້ເສຍຊີວິດ 15 ຄົນແລະບາດເຈັບເກືອບ 60 ຄົນ.
ນອກນັ້ນ ຍັງໄດ້ມີການໂຈມຕີດ້ວຍລະເບີດ ໃກ້ໆກັບປ້ອມຕຳຫຼວດທີ່ເມືອງກາບາລາ
ແລະເມືອງບາສຣາ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງນ້ອຍ 30 ຄົນ. ສ່ວນການໂຈມຕີອື່ນໆ
ໄດ້ມີຂຶ້ນໃນຫຼາຍໆຫົວເມືອງ ຮວມທັງ Kirkuk, Buhriz ແລະ​ Fallujah ທີ່​ເຄີຍ​ເປັນ
ທີ່ໝັ້ນຂອງພວກກະບົດ.

XS
SM
MD
LG