ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຂະນະທີ່ສົງຄາມອີຣັກສິ້ນສຸດລົງ ທະຫານອາເມຣິກັນ ແລະອີຣັກ ພາກັນລະນຶກເຖິງ ຄວາມເຈັບປວດ ຈາກສົງຄາມ (ເບິ່ງວີດີໂອ ລາວ-ອັງກິດ)


ຂະນະທີ່ສົງຄາມອີຣັກສິ້ນສຸດລົງ ທະຫານອາເມຣິກັນ ແລະອີຣັກ ພາກັນລະນຶກເຖິງ ຄວາມເຈັບປວດ ຈາກສົງຄາມ (ເບິ່ງວີດີໂອ ລາວ-ອັງກິດ)
ຂະນະທີ່ສົງຄາມອີຣັກສິ້ນສຸດລົງ ທະຫານອາເມຣິກັນ ແລະອີຣັກ ພາກັນລະນຶກເຖິງ ຄວາມເຈັບປວດ ຈາກສົງຄາມ (ເບິ່ງວີດີໂອ ລາວ-ອັງກິດ)

ອີກ​ບໍ່​ເທົ່​າ​ໃດ​ມື້​ຕໍ່​ໜ້າ​ນີ້ ກອງທັບ​ສະຫະ​ລັດ​ຈະ​ສິ້ນ​ສຸດ ​ການ​ມີໜ້າ​ຂອງ​ຕົນ​ຢູ່​ໃນ​ອີຣັກ ຫລັງ​ຈາກໄດ້ປະຕິບັດງານ​ຢູ່​ທີ່​ນັ້ນ​ເປັນ​ເວລາ​ເກືອບ​ເກົ້າປີ. ທະຫານ​ອາ​ເມຣິກັນ​ແລະ​ອີຣັກ ​ມອງ​ເຫັນ​ການ​ຖອນ​ທະຫານ​ດ້ວຍ​ຄວາມ​ສະ​ເທືອ​ນ​ໃຈ ​ທີ່​ສັບສົນ​ພໍ​ສົມຄວນ. ນັກ​ຂ່າວ Sharon Behn ລາຍ​ງານ​ຈາກ​ຄ້າຍ​ທະຫານ Adder ຢູ່​ໃກ້​ເມືອ​ງ Nasriyah ທາງ​ພາກ​ໃຕ້​ຂອງ​ອີຣັກ. ທອງ​ປານ​ມີ​ເລຶ່ອງນີ້ ມາສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ

ເບິ່ງວີດິໂອພາສາລາວ

ໃນ​ທ້າຍ​ປີ​ນີ້ ທຸງຊາດ​ອາ​ເມຣິກາ​ຈະ​ຖືກ​ຊັກ​ລົງ ​ໃນ​ຄ້າຍ​ທະຫານ​ແຫ່ງ​ນີ້​ໃນ​ເຂດ​ພາກໃຕ້
​ອີຣັກ ຊຶ່ງ​ເປັນ​ຂີດ​ໝາຍ​ຂອງ​ການ​ສິ້ນ​ສຸດ​ການ​ມີໜ້າ​ຂອງກອງ ທັບ​ສະຫະລັດ​ໃນ​ອີຣັກ​
ເກືອບ 9 ປີ​ນັ້ນ.

ຈ່າ​ເອກ Butler Kendrick Jr. ກອງ​ພົນ​ນ້ອຍ​ທະຫານ​ຊ່າງ​ທີ່ 20 ​ເປັນຜູ້​ນຶ່ງ​ໃນ​ຈຸ​ທໍາ
ອິດ​ທີ່ເລິ່ມ​ເຂົ້າ​ໄປ​ປະ​ຈໍາ​ການ​ໃນ​ອີຣັກ ໃນ​ການ​ບຸກລຸກ​ອີຣັກ ຂັ້ນ​ເບື້ອງ​ຕົ້ນ​ໃນ​ປີ 2003
ຜູ້ກ່ຽວ​ໄດ້​ປະ​ຈໍາ​ການໄປໆ​ມາໆ​ຫລາຍ​ຄັ້ງ ແລະຜູ້ກ່ຽວ​ຈະ​ກັບ​ຄືນ​ບ້ານ​ອີກ​ໃນ​ປີ​ນີ້
​ແລະເປັນ​ຜູ້​ສຸດ​ທ້າຍ​ທີ່​ອອກ​ຈາກ​ອີຣັກ.

ລາວ​ເລິ່ມ​ໃຊ້ຊີວິດ​ບັ້ນ​ໃໝ່​ທີ່​ເຮືອນຂອງລາວ.

“ຂ້ອຍຕັ້ງໜ້າ​ລໍຄອຍ​ການ​ກັບ​ມາ​ໃຊ້​ຊີວິດ​ຢູ່​ກັບ​ລູກ​ສາວ​ແລະ​ເມຍ​ຂ້ອຍ ​ແລະ
ພຽງ​ສາມາດ​ມ່ວນ​ຊຶ່ນ​ ກັບ​ຊີວິດ​ແບບງ່າຍໆກໍ​ພໍ​ແລ້ວ”.

ແຕ່​ຈ່າ​ເອກ Kendrick ກໍ​ນໍາ​ເອົາ​ຄວາມຊົງ​ຈໍາ ​ທີ່ຫຼົງລືມໄດ້ຍາກ​ກັບ​ມາ​ບ້ານ​ນໍານັ້ນ ກໍຄື​
ການ​ສູນ​ເສຍ​ຜູ້​ບັງຄັບ​ກອງຮ້ອຍ ພັນ​ຕີ James Ahearn ຂອງລາວເມື່ອ​ສີ່​ປີຜ່ານມາ
ຍ້ອນ​ລະ​ເບີດ​ລູກ​ນຶ່ງ​ໃນ​ລະດູ​ຮ້ອນ​ປີ 2007 ອັນ​ເປັນ​ເຫດການ​ນຶ່ງ​ ທີ່​ລາວ​ລືມ​ບໍ່​ໄດ້.

ນາຍ​ຂ້ອຍ​ຖືກ​ລະ​ເບີດແຄມທາງ ​ແລະ​ເວລາ​ນັ້ນ​ຂ້ອຍ​ບໍ່​ໄດ້​ອອກ​ໄປ​ລາດຕະ​ເວນ
​ກັບ​ລາວ ​ແລະ​ຜູ້​ນັ້ນ ​ໃນ​ໝູ່​ທະຫານ​ທີ່​ເສຍ​ຊີວິດ​ຫລາຍໆ​ຄົນ ຜູ້​ນັ້ນ​ຫລະ​ທີ່​ຂ້ອຍ​
ຈື່​ຈໍາ​ຫລາຍ​ທີ່​ສຸດ ​ເພາະວ່າ​ລາວ​ເປັນ​ເພື່ອນ​ຮ່ວມ​ລົບ​ກັນມາ​ຕະຫລອດ.​”

ທະຫານ​ອາ​ເມຣິກັນ​ເສຍ​ຊີວິດ​ຫລາຍ​ກວ່າ 4,400 ຄົນ​ໃນ​ອີຣັກ ອີກຫລາຍ​ຄົນ​ອີກ​ທີ່
ບາດ​ເຈັບ. ສະຫະລັດ​ກ່າວ​ວ່າ​ມັນ​ເປັນ​ການ​ສູ້​ລົບ​ເພື່ອ​ນໍາ​ເອົາ​ປະຊາທິປະ​ໄຕ​ມາ​ແທນ
ທີ່​ລະບອບ​ຜະ​ເດັດ​ການ.

ພົນ​ເອກ Jeffrey Buchanan ກ່າວ​ວ່າ ມັນ​ກໍ​ມີ​ຄວາມ​ກ້າວ​ໜ່້າ​ຢູ່ ​ແຕ່ບັດ​ນີ້ ​ເລຶ່ອງ
ອະນາຄົດ​ແມ່ນ​ຂຶ້ນຢູ່​ກັບ​ອີຣັກ​ເອງ.

“​ໃນ​ຖານະ​ຄົນ​ຜູ້​ນຶ່ງ​ທີ່​ຮັບ​ໃຊ້​ຢູ່​ທີ່​ນີ້​ສໍາລັບ​ຫລາຍໆ​ຢ່າງ​ໃນ​ໄລຍະແປດ​ປີ​ນັ້ນ ຊຶ່ງ​
ມັນເປັນສິ່ງ​ດົນ​ໃຈ​ຫລາຍ​ທີ່​ຈະ​ສິ້ງ​ຊອມ​ເບິ່ງ​ຄວາມ​ກ້າວໜ້າ​ແຕ່​ໃນ​ຂະນະ​ດຽວ​ກັນ
ຂ້າພະ​ເຈົ້າບໍ່​ມີ​ວັນ​ລືມ​ຄວາມ​ສູນ​ເສຍ​ແລະ​ຄວາມ​ເສຍສະຫລະ ຂ້າພະ​ເຈົ້າຄິດ​ວ່າ
ບັດ​ນີ້​ຊາວ​ອີຣັກທັງຫລາຍ​ມີໂອກາດ​ອັນ​ໃຫຍ່​ຫຼວງ ທີ່ ພວກ​ເຂົາ​ເຈົ້າບໍ່​ເຄີຍ​ໄດ້​ຮັບ​
ມາ​ກ່ອນ. ຄວາມ​ຫວັງ​ອັນ​ຍິ່ງ​ໃຫຍ່​ທີ່​ສຸດ​ຂອງ ຂ້ອຍ ກໍ​ຄື​ວ່າ​ໃຫ້​ສວຍ​ເອົາໂອກາດ​
ທີ່​ພວກ​ເຂົາ​ເຈົ້າມີ​ນັ້ນ​ໄວ້”

ຊາວ​ອີຣັກບາງ​ຄົນ​ຍັງ​ບໍ່​ແນ່​ໃຈ​ປານ​ໃດ​ວ່າ ການ​ບຸກລຸກ​ຂອງ​ອາ​ເມຣິກາ ທີ່​ຍັງ​ຜົນ​ໃຫ້​ຊາວ
​ອີຣັກຫລາຍ​ພັນ​ຄົນ​ເສຍ​ຊີວິດ​ໄປ​ນັ້ນ ມັນ​ຄຸ້ມ​ຄ່າ​ບໍ່.

ເອື້ອ​ຍຂອງນາງ Heba Hisham ກໍ​ເປັນ​ຜູ້​ນຶ່ງ​ທີ່​ເສຍ​ຊີວິດ​ໃນ​ຈໍານວນ​ນັ້ນ ລາວ​ເສຍ​ຊີວິດ​
ຕອນ​ອາຍຸ 22 ປີ​ທີ່​ໂຮງໝໍ​ແບກ​ແດດ. ພວກ​ໝໍ​ຢູ່​ທີ່​ນັ້ນບໍ່ສາມາດ​ຊ່ວຍ​ຊີວິດ​ລາວ​ໄວ້​ໄດ້​
ຍ້ອນ​ບໍ່​ມີ​ອຸບປະກອນການ​ແພດແລະຢຸກຢາທີ່​ເໝາະ​ສົມ.

“ມັນ​ບໍ່​ສໍາຄັນ​ປານ​ໃດ​ວ່າ​ຊີວິດ​ແມ່ນ ຍຸ່ງຍາກສໍ່າ​ໃດ​ກ່ອນ​ຊັດ​ດາມ ກ່ອນ​ສົງຄາມ
ແຕ່​ຂ້າພະ​ເຈົ້າຄິດ​ວ່າ​ມັນ​ຄຸ້ມ​ຄ່າບໍ່​ ທີ່​ເຂັ່ນຂ້າ​ຫລາຍໆ​ຄົນ​ໄປ​ນັ້ນ ມັນ​ຄຸ້ມ​ຄ່າ​ບໍ່​ທີ່​
ພວກ​ຄົນ​ໜຸ່ມ​ເສຍ​ຊີວິດ ຂ້າພະ​ເຈົ້າຄິດ​ວ່າ​ມັນ​ບໍ່​ຄຸ້ມ​ຄ່າ​ເລີຍ. ຂ້ອຍ​ບໍ່​ຄິດ​ແທ້ໆ ​
ແລະ​ບັນຫາ​ກໍ​ຄື​ວ່າ ພວກ​ເຮົາ​ກໍ​ບໍ່​ເຫັນ​ມີຫຍັງ​ປ່ຽ​ນ​ແປງ ຄື​ແບບ​ວ່າ​ຍັງ​ມີ​ເຫດ
ການ​ລະ​ເບີດ​ຢູ່​ພໍ​ປານນັ້ນມີ​ການວາງ​ລະ​ເບີດ​ໃສ່​ພວກ​ຄົນ ພວກ​ຄົນ​ກໍ​ຍັງ​ລົ້ມ​
ຕາຍ​ໄປ​ນັບ​ມື້.”

ເວລາ​ແປດ​ປີ​ເຄິ່ງຂອງ​ສົງຄາມ ​ແມ່ນໄດ້​ປະຮອຍ​ແຜ​ທີ່​ລໍ້າ​ເລິກ​ໄວ້ກັບຊາວ​ອາ​ເມຣິກັນ​ທີ່​ໄດ້
​ຮັບໃຊ້​ໃນ​ກອງທັບ ​ແລະຊາວ​ອີຣັກທີ່​ຕ້ອງ​ທົນ​ກັບ​ມັນ​ນັ້ນ.

ເບິ່ງວີດິໂອຂ່າວພາສາອັງກິດ

XS
SM
MD
LG