ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແນວໂຮມ ພາຍໃຕ້ການນຳພາ ຂອງສະຫະລັດ ໃນອີຣັກ ໄດ້ເລີ້ມກົດດັນ ກຸ່ມລັດອິສລາມ


ພວກໄວ້ອາໄລພາກັນເອົາທຸງປົກຫີບສົບຜູ້ເຄາະຮ້າຍຈາກການວາງລະເບີດສະຫຼະຊີບ ໃນປະເທດອີຣັກ ວັນທີ 21 ມັງກອນ 2021.
ພວກໄວ້ອາໄລພາກັນເອົາທຸງປົກຫີບສົບຜູ້ເຄາະຮ້າຍຈາກການວາງລະເບີດສະຫຼະຊີບ ໃນປະເທດອີຣັກ ວັນທີ 21 ມັງກອນ 2021.

ອີຣັກ ແລະບັນດາປະເທດພັນທະມິດຕາເວັນຕົກປາກົດວ່າພາກັນເລັ່ງລັດການປາບທັບ
ມ້າງອົງປະກອບຂອງກຸ່ມລັດອີສລາມ ໂດຍທໍາການສັງຫານບັນດາຜູ້ນໍາຄົນສຳຄັນໆຂອງ
ກຸ່ມດັ່ງກ່າວອອກຈາກສະໜາມລົບ.

ແນວໂຮມຕໍ່ຕ້ານກຸ່ມລັດອິສລາມ (IS) ພາຍໃຕ້ການນຳພາຂອງສະຫະລັດໃນ ວັນພຸດວານ
ນີ້ ໄດ້ໃຫ້ການຢືນຢັນ ກ່ຽວກັບການເສຍຊີວິດຂອງທ້າວອາບູ ຮັສຊານ ອາລ ກາຣີບາວີ
(Abu Hassan Al-Gharibawi) ແລະນັກລົບອື່ນອີກ ສາມຄົນ ຢູ່ໃນອັນທີ່ບັນລະຍາມຍ
ວ່າ “ເປັນການໂຈມຕີທາງອາກາດຢ່າງແຮງ” ຢູ່ທາງພາກຕາເວັນຕົກຂອງແບັກແດດ
ໃນວັນອັງຄານທີ່ຜ່ານມາ.

ນາຍົກລັດຖະມົນຕີອີຣັກ ທ່ານມຸສຕາຟາ ອາລ-ກາດດີມີ (Mustafa al-Kadhimi) ໄດ້
ປະກາດເປັນເທື່ອທຳອິດ ກ່ຽວກັບຜົນການໂຈມຕີິທາງອາກາດ ຜ່ານທາງທວີດເຕີ້ໃນວັນ
ອັງຄານຜ່ານມານີ້ ໂດຍກ່າວເຖິງທ້າວກາຣີບາວີ ຜູ້ນຳ ຂອງກຸ່ມ IS ຢູ່ທາງພາກໃຕ້ອີຣັກ.

ທ່ານກາດດີມີຍັງກ່່າວວ່າ ການໂຈມຕີໄດ້ສັງຫານທ້າວກາແນມ ຊາບາ ຈາວາດ (Ghanem Sabah Jawad) ຜູ້ປະສານງານຂອງກຸ່ມ IS “ທີ່ຮັບຜິດຊອບ ຕໍ່ ການຂົນສົ່ງພວກໂຈມຕີ
ດ້ວຍລະເບີດສະຫຼະຊີບ.”

[[ https://twitter.com/MAKadhimi/status/1356698127944794118?s=20 ]]

ໜ່ວຍຕໍ່ຕ້ານການກໍ່ການຮ້າຍພິເສດຂອງອີຣັກ ໄດ້ສັງຫານທ້າວ ອາລ-ອິສຊາວີ (al-Issawi) ຫຼັງຈາກການສູ້ລົບໃນວັນທີ 27 ມັງກອນ ຢູ່ທາງພາກຕາເວັນຕົກ ຂອງເມືອງເຄີ
ກຸກ (Kirkuk) ຢູ່ໃນເຂດໄດ້ຄິດວ່າ ເປັນທີ່ໝັ້ນຂອງກ່ມ IS.

ການປະຕິບັດງານເຫຼົ່ານີ້ ມີຂຶ້ນໃນຂະນະທີ່ມີຄວາມກົດດັນເພີ້ມຂຶ້ນຕໍ່ລັດຖະບານ ອີຣັກ
ເພື່ອຕອບໂຕ້ຕໍ່ກຸ່ມ IS ທີ່ໄດ້ໂຈມຕີດ້ວຍລະເບີດສະຫຼະຊີບ ສອງຄັ້ງ ໃນ ເດືອນແລ້ວນີ້ ຢູ່
ຕະຫຼາດກາງແຈ້ງ ໃນນະຄອນແບັກແດດ. ຢ່າງໜ້ອຍ 32 ຄົນ ໄດ້ເສຍຊີວິດ ແລະອີກ
ກວ່າ 100 ຄົນ ໄດ້ຮັບບາດເຈັບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG