ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກບວດອິຣັກ ສັ່ງໃຫ້ພວກສະໜັບສະໜຸນຕົນ ຢຸດເຊົາທໍາການໂຈມຕີ ທະຫານສະຫະລັດ


ພວກທະຫານບ້ານ Mahdi Army ຍໍຮູບພາບນັກບວດຫົວຮຸນແຮງ
Muqtada al-Sadr ຂອງອິຣັກ.
ພວກທະຫານບ້ານ Mahdi Army ຍໍຮູບພາບນັກບວດຫົວຮຸນແຮງ Muqtada al-Sadr ຂອງອິຣັກ.

ນັກບວດ​ທີ່​ຕໍ່ຕ້ານ​ອາ​ເມຣິກາຄົນ​ນຶ່ງໄດ້ຮຽກຮ້ອງ​ ໃຫ້​ພວກ​ສະໜັບສະໜຸນ​ຕົນ ຢຸດ​ເຊົາ​ທໍາ​
ການ​ໂຈມ​ຕີ​ພວກ​ທະຫານ​ສະຫະລັດ ​ເພາະວ່າ​ບໍ່​ຢາກ​ໃຫ້​ທະຫານອາ​ເມຣິກັນມີ​ຂໍ້​ແກ້​ໂຕ​ເພື່ອ
ມີໜ້າ​ຢູ່​ໃນ​ອິຣັກຕໍ່​ໄປ.

ທ່ານ Muqtada al-Sadr ນັກບວດ​ນິກາຍ Shi’ite ກ່າວ​ຢູ່​ໃນ​ຖະແຫລ​ງການ​ສະບັບ​ນຶ່ງ
ໃນ website ຂອງ​ທ່ານ​ໃນ​ແລງ​ວັນ​ເສົາ​ວານ​ນີ້​ ວ່າ ທ່ານ​ໄດ້​ສັ່ງ​ໃຫ້​ພວກ​ທະຫານ​ບ້ານ​ຂອງ
ທ່ານ ປ່ອຍ​ໃຫ້​ພວກທະຫານ​ອາ​ເມຣິກັນ​ອອກ​ຈາກ​ປະ​ເທດ​ໄປ​ຢ່າງ​ສັນຕິ. ​ເຖິງ​ຢ່າງ​ໃດ​ກໍ​ດີ
ທ່ານ Sadr ກ່າວ​ເຕືອນ​ວ່າ ທ່ານ​ຈະ​ເພີ່ມ​ການ​ໂຈມ​ຕີ​ຕໍ່​ກໍາລັງ​ຂອງ​ສະຫະລັດ​ຂຶ້ນ ຖ້າ​ຫາກ​
ພວກ​ເຂົາ​ເຈົ້າຢູ່​ເກີນ​ກໍານົດ​ໄປ​ໃນ​ທ້າຍ​ປີ​ນີ້.

ເວລາ​ນີ້ ​ຍັງ​ມີ​ທະ​ຫານ​ສະຫະລັດຢູ່​ໃນ​ອິຣັກບໍ່​ຮອດ 50 ພັນ​ຄົນຊຶ່ງທັງ ​ໝົດ​ນີ້​ກໍານົດ​ຈະ​ຖອນ​
ອອກ​ຈາກ​ອິຣັກ​ໄປ​ໃນ​ທ້າຍ​ປີ​ນີ້. ແຕ່​ວ່າເວລາ​ນີ້ ພວກ​ຜູ້​ນໍາ​ດ້ານ​ການ​ເມືອງ​ຂອງ​ອິຣັກ​ກໍາລັງ
ທໍາ​ການ​ເຈລະຈາ​ກັບສະຫະລັດ​ ກ່ຽວ​ກັບ​ວ່າ ຈະ​ຮັກສາ​ພວກທະຫານ​ສະຫະລັດ​ຈໍານວນ​ນຶ່ງ​
ໄວ້ເພື່ອ​ເຝິກອົບຮົມ​ທະຫານ​ອິຣັກ​ ​ກາຍ​ທ້າຍປີ 2011 ໄປ​ຫລື​ບໍ?

ບັນດາ​ເຈົ້າ​ໜ້າ​ທີ່​ສະຫະລັດ​ແລະ​ອິຣັກ​ໄດ້​ກ່າວມາ​ກ່ອນວ່າ ພວກ​ກໍາລັງ​ອິຣັກສາມາດ​ຮັກສາ​
ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ​ຂອງ​ຕົນ​ໄດ້ ​ແຕ່ຕ້ອງການການ​ເຝິກ​ແອບ​ໃນ​ການ​ໃຊ້​ພວກ​
ອາວຸດ​ໜັກ​ເພື່ອ​ປ້ອງ​ກັນຊາ​ຍ​ແດນ​ ​ເຂດ​ນ່ານຟ້າ​ ແລະ​ເຂດ​ນໍ້າ​ແດນ​ດິນ​ທາງ​ທະ​ເລຂອງ​ປະ
ເທດ.

ທະຫານ​ກອງ​ຫລອນ Mahdi ຂອງ​ທ່ານ Sadr ​ໄດ້​ທໍາ​ການ​ສູ້​ລົບ​ກັບພວກ​ທະຫານ​ສະຫະ
ລັດ​ຢູ່​ໃນ​ອິຣັກມາ​ຮອດ​ປີ 2008 ​ເວລາ​ທ່ານ​ທັບ​ມ້າງ​ກໍາລັງ​ດັ່ງກ່າວ ​ແລະ​ເພ່ງ​ເລັງ​ຂະ​ບວນ
ການຂອງ​ທ່ານ​ໃສ່​ການ​ດໍາເນີນ​ຂັ້ນ​ຕອນ​ທາງ​ການ​ເມືອງ​ໃນ​ອິຣັກ. ພັກ​ນິຍົມ Sadr ​ເປັນ
ກຸ່ມ​ນຶ່ງທີ່​ສໍາຄັນ​ໃນ​ຄະນະ​ລັດຖະບານ​ປະສົມ​ຂອງ​ນາຍົກລັດຖະມົນຕີ Nouri Al-Maliki.

XS
SM
MD
LG