ເຖິງແມ່ນວ່າ ຊາວເຄີດ ໄດ້ພາກັນສະເຫຼີມສະຫຼອງ ການເຫັນພ້ອມ ໃນການລົງປະຊາ
ມະຕິ ເພື່ອຄວາມເປັນເອກກະລາດ ຢ່າງຖ້ວມລົ້ນ ກໍຕາມ ອີຣັກ ໄດ້ເອົາມາດຕະການ
ທີ່ຈະລົງໂທດ ລັດທີ່ຫວັງຈະແຍກໂຕອອກ ໂດຍປະຕິຍານວ່າ ຈະປິດເຂດນ່ານຟ້າ
ຂອງຕົນ ແລະ ເຂົ້າຮ່ວມ ການຊ້ອມລົບທາງດ້ານທະຫານ ກັບເທີກີ.
ໂດຍເອີ້ນການລົງປະຊາມະຕິ ນັ້ນວ່າ “ຜິດຕໍ່ລັດຖະທຳມະນູນ” ສະພາຂອງອີຣັກ
ໃນວັນພຸດວານນີ້ ຍັງໄດ້ຂໍໃຫ້ນາຍົກລັດຖະມົນຕີ Haider al-Abadi ສົ່ງກຳລັງ
ທະຫານ ໄປຍັງເມືອງ Kirkuk ທີ່ຜະລິດນ້ຳມັນ ແລະຄວບຄຸມໂດຍພວກຊາວເຄີດ
ເພື່ອເຂົ້າຄວບຄຸມບໍ່ນ້ຳມັນ ທີ່ມີກຳໄລງາມແຫ່ງນີ້.
ສະພາໄດ້ບອກ 34 ປະເທດທີ່ມີຄະນະທູດຢູ່ໃນເຂດ Kurdistan ໃຫ້ປິດສະຖານທູດ ພວກເຂົາເຈົ້າເສຍ ແລະ ໄດ້ຮຽກຮ້ອງ ໃຫ້ທ່ານ Abadi ຈັດຕັ້ງປະຕິບັດການຕັດສິນ
ທີ່ຈະປົດຜູ້ປົກຄອງເມືອງ Kirkuk ທ່ານ Najmaldin Karim ອອກຈາກຕຳແໜ່ງ
ທີ່ຈັດໃຫ້ມີການລົງຄະແນນສຽງ ແລະ ໃຫ້ສົ່ງກຳລັງໄປປະຈຳການຢູ່ໃນພື້ນທີ່ ທີ່ເຄີຍ
ຢູ່ພາຍໃຕ້ການຄວບຄຸມ ຂອງລັດຖະບານອີຣັກ ກ່ອນທີ່ເມືອງ Mosul ຈະຕົກໄປເປັນ
ຂອງກຸ່ມລັດອິສລາມ ໃນໄລຍະ 3 ປີ ຜ່ານມາ.
ທ່ານ Abadi ໄດ້ກ່າວວ່າ “ພວກເຮົາຈະບັງຄັບໃຊ້ອຳນາດລັດຖະບານກາງ ໃນເຂດ
Kurdistan ແລະ ພວກເຮົາ ກໍໄດ້ເລີ້ມຕົ້ນ ເຮັດແລ້ວ.”
ສຳນັກງານນາຍົກລັດຖະມົນຕີ ໄດ້ກ່າວວ່າ ທ່ານ Abadi ໄດ້ລົມກັບຄູ່ຕຳແໜ່ງຂອງ
ທ່ານ ຈາກເທີກີ ທ່ານ Binali Yildirim ໂດຍທາງໂທລະສັບ ຜູ້ທີ່ໄດ້ກ່າວວ່າ ເທີກີ
ສະໜັບສະໜູນ ການເອົາທຸກມາດຕະການ ໂດຍລັດຖະບານອີຣັກ ເພື່ອຮັກສາໄວ້
ຄວາມເປັນເອກກະພາບຂອງປະເທດ ລວມທັງການຕົກລົງ ກ່ຽວກັບການສົ່ງອອກ
ນ້ຳມັນ ກັບ ລັດຖະບານ Baghdad ເທົ່ານັ້ນ.
ການລົງປະຊາມະຕິ ຈະບໍ່ມີຜົນບັງຄັບ ແຕ່ມັນເປັນບາດກ້າວທີນຶ່ງ ໃນຂັ້ນຕອນ
ອັນຈະແຈ້ງ ທີ່ຈະນຳໄປສູ່ໃນທິດທາງນັ້ນ ເຖິງແມ່ນວ່າ ຈະມີການຕຳໜິ ຈາກອີຣັກ, ປະເທດເພື່ອນບ້ານຂອງຕົນ ໂດຍສະເພາະ ແມ່ນອີຣ່ານ ແລະ ເທີກີ ແລະ ສະຫະລັດ
ກໍຕາມ. ພວກປະເທດເຫຼົ່ານີ້ ໄດ້ອະທິບາຍວ່າ ມັນເປັນການເຮັດໃຫ້ບໍ່ມີສະຖຽນລະພາບ
ໃນເວລານີ້ ໃນເມື່ອທຸກໆຝ່າຍ ແມ່ນຍັງສູ້ລົບ ຕໍ່ຕ້ານ ກຸ່ມລັດອິສລາມຢູ່.
ກຳລັງທະຫານເທີກີ ພວມທຳການຊ້ອມລົບ ຢູ່ທີ່ຊາຍແດນຂອງອີຣັກ ແລະ ພວກທະຫານ
ອີຣັກ ໄດ້ເຂົ້າຮ່ວມ ຢູ່ 4 ກິໂລແມັດ ຈາກ ເມືອງ Habur ທີ່ເປັນດ່ານຊາຍແດນ ລະຫວ່າງ
ສອງປະເທດ. ສື່ມວນຊົນແຫ່ງຊາດ ແລະ ສາກົນໄດ້ສັງເກດການເບິ່ງການຊ້ອມລົບ ຈາກ
ຖະໜົນຫຼວງສາຍຫລັກ ໄປຫາດ່ານຊາຍແດນ.