ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ເລີ່ມປະຕິບັດການ ໂຈມຕີ ພວກລັດອິສລາມ ເພື່ອຍຶດຄືນເມືອງ Tal Afar


ນັກຮົບນິກາຍ ຊີໄອ ຂີ່ລົດທະຫານ ມຸ່ງໜ້າໄປສະໜາມບິນ Tal Afar ໃນລະຫວ່າງການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ
ໃນເມືອງ Tal Afar, ອີຣັກ, 16 ພະຈິກ, 2016.
ນັກຮົບນິກາຍ ຊີໄອ ຂີ່ລົດທະຫານ ມຸ່ງໜ້າໄປສະໜາມບິນ Tal Afar ໃນລະຫວ່າງການຕໍ່ສູ້ກັບພວກຫົວຮຸນແຮງລັດອິສລາມ ໃນເມືອງ Tal Afar, ອີຣັກ, 16 ພະຈິກ, 2016.

ອີຣັກ ໄດ້ເປີດການປະຕິບັດການທາງທະຫານ ໃນຕອນເຊົ້າຂອງວັນອາທິດມື້ນີ້ ເພື່ອ
ຍຶດຄືນເມືອງ Tal Afar ຈາກພວກຫົວຮຸນແຮງລັດອິສລາມ ຫຼື IS, ເປັນເມືອງໜຶ່ງທີ່ຕັ້ງ
ຢູ່ພາກຕາເວັນຕົກຂອງເມືອງ ໂມຊູລ.

ໃນການປະກາດ ກ່ຽວກັບ ການໂຈມຕີທທີ່ອອກທາງໂທລະພາບນັ້ນ, ນາຍົກລັດຖະມົນ
ຕີ ທ່ານ Haider al-Abadi ໄດ້ກ່າວຕໍ່ພວກທີ່ຍຶດຄອງເມືອງຢູ່ນັ້ນວ່າ “ເຈົ້າຈະຍອມຈຳ
ນົນ ຫຼື ຈະຍອມຕາຍ.”

ບັນດາເຈົ້າໜ້າທີ່ ອີຣັກ ແລະ ກອງທັບ ສະຫະລັດ ຄາດວ່າພວກ IS ປະມານ 2,000 ຄົນ
ໄດ້ຫຼົບລີ້ຢູ່ໃນເມືອງ Tal Afar. ກອງກຳລັງພັນທະມິດໄດ້ຂະຫຍາຍການໂຈມຕີທາງອາ
ກາດໃນເມືອງດັ່ງກ່າວ ກ່ອນການໂຈມຕີທາງພື້ນດິນ, ບັງຄັບໃຫ້ພົນລະເຮືອນຫຼາຍພັນ
ຄົນຕ້ອງຫຼົບໜີອອກໄປ.

ເມືອງ Tal Afar ແມ່ນ 1 ໃນບັນດາຂົງເຂດສຸດທ້າຍທີ່ຖືກຄວບຄຸມໂດຍພວກ IS, ລຸນ
ຫຼັງການປົດປ່ອຍເມືອງ ໂມຊູລ ໃນເດືອນກໍລະກົດຜ່ານມາ, ຕັ້ງຢູ່ປະມານ 80 ກິໂລແມັດ
ທາງພາກຕາເວັນອອກ.

ແຕກຕ່າງຈາກການຕໍ່ສູ້ໃນເມືອງ ໂມຊູລ, ເຊິ່ງເປັນເມືອງນຶ່ງທີ່ມີປະຊາກອນຊາວ ຊຸນນີ
ອາໄສຢູ່ເປັນສ່ວນໃຫຍ່ນັ້ນ, ພວກທະຫານບ້ານນິກາຍ ຊີໄອ ແມ່ນຄາດວ່າຈະຫຼິ້ນບົດ
ບາດທີ່ສຳຄັນໃນການຕໍ່ສູ້ເພື່ອຍຶດເອົາເມືອງ Tal Afar, ເຊິ່ງເປັນບ້ານຂອງຊາວ ຊີໄອ
ຈຳນວນຫຼາຍ. ບັນດາທະຫານບ້ານ ຊີໄອ ໄດ້ຍຶດຄືນສະໜາມບິນຂອງເມືອງ Tal Afar
ຕັ້ງຢູ່ນອກຕົວເມືອງໃນປີທີ່ຜ່ານມາ.

ສິ່ງດັ່ງກ່າວນັ້ນໄດ້ກໍ່ໃຫ້ມີຄວາມເປັນຫ່ວງ ກ່ຽວກັບ ຄວາມເປັນໄປໄດ້ໃນຄວາມຂັດແຍ້ງ
ຂອງການແບ່ງແຍກນິກາຍສາສະໜາ ລະຫວ່າງຊາວ ຊີໄອ ແລະ ເມືອງຂອງຊາວ ຊຸນນີ
ແລະ ປະຊາກອນຊົນເຜົ່າພື້ນ ເມືອງ ເທີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG