ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວຊີເຣຍ 35 ພັນຄົນ ຂ້າມຊາຍແດນ ເຂົ້າໄປ ໃນອີຣັກ (ວີດິໂອ/ສະໄລດ໌)


ຊາວອົບພະຍົບຊີເຣຍ ຂ້າມຊາຍແດນເຂົ້າໄປໃນອີຣັກ ຢູ່ດ່ານກວດຊາຍແດນທ່າເຮືອ Peshk ໃນແຂວງ Dahuk ໃນວັນທີ 20 ສິງຫາ 2013.
ຊາວອົບພະຍົບຊີເຣຍ ຂ້າມຊາຍແດນເຂົ້າໄປໃນອີຣັກ ຢູ່ດ່ານກວດຊາຍແດນທ່າເຮືອ Peshk ໃນແຂວງ Dahuk ໃນວັນທີ 20 ສິງຫາ 2013.
ອົງການອົບພະຍົບຂອງສະຫະປະຊາຊາດເວົ້າວ່າ ຊາວອົບ
ພະຍົບຫລາຍກວ່າ 30 ພັນຄົນ ໄດ້ຂ້າມຊາຍແດນເຂົ້າໄປ
ໃນພາກເໜືອຂອງອີຣັກ ໃນໄລຍະບໍ່ຮອດນຶ່ງອາທິດຜ່ານ
ມາເພື່ອຫລົບໜີຄວາມຮຸນແຮງ ຢູ່ໃນບ້ານເກີດເມືອງນອນ
ຂອງພວກເຂົາເຈົ້າ.

ອົງການດັ່ງກ່າວເວົ້າວ່າ ຊາວອົບພະຍົບປະມານ 35 ພັນ
ຄົນ ຊຶ່ງເຊື່ອກັນວ່າສ່ວນໃຫຍ່ແມ່ນຊາວຊີເຣຍເຊື້ອສາຍ
ເຄີດໄດ້ເຂົ້າໄປໃນເຂດ Kurdistan ຂອງອີຣັກ ນັບແຕ່
ວັນພະຫັດ ອາທິດແລ້ວນີ້ເປັນຕົ້ນມາ ລວມທັງປະມານ
5,100 ຄົນ ທີ່ເຂົ້າໄປເຂດດັ່ງກ່າວ ໃນວັນອັງຄານວານນີ້ ຊຶ່ງເປັນຈໍານວນອົບພະຍົບທີ່ເກີນຂອບເຂດຈໍາກັດຂອງລັດຖະບານທີ່ອະນຸຍາດໃຫ້
ອົບພະຍົບ ເຂົ້າປະເທດໄດ້ 3 ພັນຄົນຕໍ່ມື້ນັ້ນ.

ພວກເຈົ້າໜ້າຈຂອງອົງການອົບພະຍົບສະຫະປະຊາຊາດ ເວົ້າໃນວັນຈັນຜ່ານມາ ຢູ່ໃນ
ກອງປະຊຸມທີ່ນະຄອນແບກແດດວ່າ ຄາດກັນວ່າອາດຈະມີອົບພະຍົບຊາວຊີເຣຍ ຫລາຍ
ເຖິງ 1 ແສນຄົນ ທີ່ຈະຫລົບໜີເຂົ້າໄປຫາອີຣັກ ພາຍໃນເດືອນໜ້ານີ້ ຖ້າລະດັບການ
ຫລົບໜີຂອງອົບພະຍົບໃນປັດຈຸບັນຫາກຍັງດຳເນີນຢູ່ຕໍ່ໄປ.

ເບິ່ງວີດິໂອກ່ຽວກັບຂ່າວນີ້:

ວີດິໂອ-ຊາວອົບພະຍົບ ຊີເຣຍ ໃນອີຣັກ
please wait

No media source currently available

0:00 0:00:57 0:00

ການຫລົບໜີຈາກການໂຈມຕີຂອງຊາວອົບພະຍົບ ແລະຄວາມເຄັ່ງຕຶງດ້ານສາສະໜາ
ໃນເຂດຕ່າງໆຂອງພາກເໜືອຊີເຣຍລວມທັງນະຄອນ Aleppo ແລະ Efrin ເຮັດໃຫ້
ຊາວອົບພະຍົບທີ່ໄປເຖິງອີຣັກ ມີຄວາມອ່ອນແຮງ ໂດຍມີເດັກນ້ອຍຫລາຍຄົນ ມີ
ອາການຂາດນໍ້າຍ້ອນພາກັນຍ່າງໃນຂະນະມີແດດຮ້ອນຈ້າ.

ພວກທີ່ຫາກໍ່ໄປເຖິງແມ່ນໄດ້ຮ່ວມສົມທົບກັບຊາວອົບພະຍົບຊີເຣຍເກືອບຮອດ 2 ລ້ານ ຄົນ ທີ່ໄດ້ຫລົບໜີອອກຈາກປະເທດ ທີ່ມີການສັງຫານຢ່າງບໍ່ຢຸດຢັ້ງ ໄປຢູ່ຕ່າງ
ປະເທດ.

ເບິ່ງສະໄລດ໌ກ່ຽວກັບຂ່າວນີ້:


The United Nations' refugee agency says more than 30,000 Syrian refugees have crossed the border into northern Iraq in less than a week to escape violence in their homeland.

The agency says about 35,000 refugees, believed to be mainly Syrian Kurds, have entered Iraqi Kurdistan since last Thursday, including an estimated 5,100 on Tuesday, well above the limit of 3,000 refugees a day set by the government.

Officials with the U.N. refugee agency said Monday during a meeting in Baghdad that up to 100,000 Syrian refugees could be expected to flee to Iraq within the next month, if the current pace continued.

Fleeing bombardments and sectarian tensions in parts of northern Syria including Aleppo and Efrin, the refugees arrive exhausted, with many children dehydrated from walking in the scorching heat.

The new arrivals join nearly 2 million Syrians who already have found refuge abroad from the country's relentless carnage.
XS
SM
MD
LG