ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຢ່າງໜ້ອຍ ມີ 30 ຄົນໄດ້ເສຍຊີວິດ ໃນການໂຈມຕີດ້ວຍ ລະເບີດສະຫຼະຊີບໃນ ອີຣັກ


ປະຊາຊົນສຳຫຼວດສະຖານທີ່ເກີດເຫດລະເບີດລົດສະຫຼະຊີບຢູ່ຕະຫຼາດກາງແຈ້ງທີ່ມີຄວາມໜາແໜ້ນຢູ່ເມືອງ Sadr ທີ່ຕັ້ງຢູ່ພາກຕາເວັນອອກຂອງ ນະຄອນຫຼວງປະເທດ ອີຣັກ.Iraq, Jan 2, 2017.
ປະຊາຊົນສຳຫຼວດສະຖານທີ່ເກີດເຫດລະເບີດລົດສະຫຼະຊີບຢູ່ຕະຫຼາດກາງແຈ້ງທີ່ມີຄວາມໜາແໜ້ນຢູ່ເມືອງ Sadr ທີ່ຕັ້ງຢູ່ພາກຕາເວັນອອກຂອງ ນະຄອນຫຼວງປະເທດ ອີຣັກ.Iraq, Jan 2, 2017.

ຕຳຫຼວດ ອີຣັກ ແລະ ບັນດາເຈົ້າໜ້າທີ່ ໂຮງໝໍກ່າວວ່າ ປະຊາຊົນຢ່າງໜ້ອຍ 18 ຄົນໄດ້ ເສຍຊີວິດ ແລະ ອີກປະມານ 25 ຄົນໄດ້ຮັບບາດເຈັບໃນວັນຈັນມື້ນີ້ ເມື່ອມືລະເບີດສະຫຼະ ຊີບຄົນໜຶ່ງໄດ້ກົດປຸ່ມລະເບີດລົດກະບະທີ່ເຕັມໄປດ້ວຍລະເບີດ ໃນເຂດຕະຫຼາດທີ່ມີຄົນ ໜາແໜ້ນໃນນະຄອນຫຼວງ ແບກແດັດ.

ຄົນທີ່ເສຍຊີວິດຫຼາຍຄົນແມ່ນກຳມະກອນຜູ້ທີ່ລໍຖ້າວຽກເຮັດ. ຈຳນວນຜູ້ເສຍຊີວິດສູງສຸດ ແມ່ນຄາດວ່າຈະເພີ່ມສູງຂຶ້ນ.

ບໍ່ມີໃຜອອກມາອ້າງຄວາມຮັບຜິດຊອບສຳລັບການລະເບີດຄັ້ງນີ້, ແຕ່ພວກລັດອິສລາມ ໄດ້ດຳເນີນການໂຈມຕີທີ່ຄ້າຍຄືກັນນີ້ໃນຄັ້ງທີ່ຜ່ານມາ.

ມືລະເບີດໄດ້ກົດປຸ່ມລະເບີດຢູ່ຕະຫຼາດໝາກໄມ້ ແລະ ຜັກໃນເມືອງ Sadr ທີ່ຕັ້ງຢູ່ພາກຕາ ເວັນອອກຂອງນະຄອນຫຼວງ ແບກແດັດ, ເປັນຊຸມຊົນທີ່ມີຊາວມຸສລິມນິກາຍ ຊີໄອ ອາໄສ ຢູ່ເປັນສ່ວນໃຫຍ່ ເຊິ່ງໄດ້ຕົກເປັນເປົ້າໝາຍຂອງການໂຈມຕີຢ່າງຊ້ຳແລ້ວຊ້ຳອີກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Iraq Blast
please wait
Embed

No media source currently available

0:00 0:00:43 0:00

XS
SM
MD
LG