ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ຕັດສິນຈໍາຄຸກລູກສາວຂອງ ທ່ານຊັດດາມ ຮຸສເຊນ ກ່ຽວກັບການສະໜັບສະໜູນພັກການເມືອງ ທີ່ຖືກຫ້າມໄປແລ້ວ


ແຟ້ມຮູບ- ຜູ້ປະທ້ວງຊາວອີຣັກຄົນນຶ່ງ ຢຽບເທິງຮູບພາບຂອງອະດີດປະທານາທິບໍດີອີຣັກ ທ່ານຊັດດາມ ຮຸສເຊນ ແລະລູກສາວຂອງທ່ານ ທ່ານນາງຣາກາດ ຮຸສເຊນ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງແບັກແດດ, ອີຣັກ, ວັນທີ 23 ທັນວາ 2019.
ແຟ້ມຮູບ- ຜູ້ປະທ້ວງຊາວອີຣັກຄົນນຶ່ງ ຢຽບເທິງຮູບພາບຂອງອະດີດປະທານາທິບໍດີອີຣັກ ທ່ານຊັດດາມ ຮຸສເຊນ ແລະລູກສາວຂອງທ່ານ ທ່ານນາງຣາກາດ ຮຸສເຊນ ໃນລະຫວ່າງການປະທ້ວງຕໍ່ຕ້ານລັດຖະບານ ໃນນະຄອນຫຼວງແບັກແດດ, ອີຣັກ, ວັນທີ 23 ທັນວາ 2019.

ສານ​ແຫ່ງ​ນຶ່ງ​ໃນ​ນະຄອນຫຼວງແບັກແດດ, ​ໃນ​ວັນ​ອາທິດ​ວານ​ນີ້ ​ໄດ້​ຕັດສິນ​ໂທດ​ໃຫ້​ລູກ​ສາວ​ຂອງ​ປະທານາທິບໍດີຜະເດັດການຂອງອີຣັກ ທ່ານຊັດດາມ ຮຸສເຊນ (Saddam Hussein) ທີ່ໄດ້​ອາ​ໄສ​ພັດ​ຖິ່ນ​ໃນ​ຕ່າງ​ປະ​ເທດນັ້ນ ​ຖືກ​ຂັງ​ຄຸກ​ເປັນ​ເວລາ 7 ປີ ​ໃນ​ຂໍ້​ຫາ "ສະໜັບສະໜູນ" ພັກ ບາດທ໌ (Baath) ທີ່​ບໍ່​ຖືກ​ກົດ ໝາຍ​ຂອງ​ພໍ່​ນາງ, ອີງຕາມລາຍງານຂອງອົງການຂ່າວ AFP.

ພັກດັ່ງກ່າວ​ນີ້​ຖືກ​ຍຸບ​ ​ແລະ​ຖືກ​ຫ້າມ​ຫລັງ​ຈາກ ​ທ່ານ ຮຸສເຊນ ຖືກ​ໂຄ່ນ​ລົ້ມ​ໃນ​ລະຫວ່າງ​ການ​ບຸກເຂົ້າ ອິຣັກ ທີ່ນໍາໜ້າໂດຍສະຫະລັດ ໃນປີ 2003.

ອີງຕາມຄໍາຕັດສິນ, ເຊິ່ງອົງການຂ່າວ AFP ສາມາດທົບ​ທວນ​ນັ້ນ, ທ່ານນາງ ຣາກາດ ຮຸສເຊນ (Ragad Saddam Hussein) ຖືກພົບວ່າມີຄວາມຜິດໃນ ອາຊະຍາກໍາກ່ຽວກັບການ "ສົ່ງເສີມກິດຈະກໍາຂອງພັກ ບາດທ໌ ທີ່ຖືກສັ່ງຫ້າມ ໄປແລ້ວ," ໃນລະຫວ່າງທີ່ນາງໃຫ້ສໍາພາດທາງໂທລະພາບໃນປີ 2021.

​ປະ​ເທດ​ອີ​ຣັກ​ໃນປັດຈຸບັນນີ້, ຜູ້​ໃດ​ກໍຕາມທີ່​ສະ​ແດງ​ຮູບ​ພາບ ​ຫຼື ​ຄຳ​ຂວັນ​ ທີ່​ສົ່ງ​ເສີມຕໍ່​ລະ​ບອບ​ການ​ປົກ ຄອງທີ່ຖືກໄລ່ອອກຈາກອໍານາດໄປແລ້ວນັ້ນ ​ສາ​ມາດ​ຖືກ​ດຳ​ເນີນ​ຄະ​ດີໄດ້.

ຄໍາຕັດສິນດັ່ງກ່າວ ບໍ່ໄດ້ລະບຸເຖິງການສໍາພາດທີ່ແນ່ນອນກ່ຽວກັບການທີ່ນາງ ໄດ້ຖືກຕັດສິນລົງໂທດ.

ແຕ່ໃນປີ 2021, ທ່ານນາງ ຮຸສເຊນ ໄດ້ກ່າວກ່ຽວກັບສະພາບການຕ່າງໆ ຂອງອີຣັກ ພາຍໃຕ້ການປົກຄອງທີ່ເຂັ້ມງວດຂອງພໍ່ນາງ ຈາກປີ 1979 ຫາປີ 2003 ທາງຊ່ອງໂທລະພາບ ອາລ-ອາຣາບີຢາ (Al-Arabiya) ຂອງ ຊາອຸດີອາຣາເບຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG