ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ມຸກຕາດາ ອາລ-ຊາຣເດີ ຂອງກຸ່ມປະສົມ ນຳໜ້າ ໃນການເລືອກຕັ້ງ ຂອງອີຣັກ


Iraq Elections
please wait
Embed

No media source currently available

0:00 0:01:00 0:00

ພວກສະໜັບສະໜູນ ນັກສອນສາສະໜາ ນິກາຍຊີໄອ ທ່ານ ມຸກຕາດາ ອາລ-ຊາຣເດີ
ຫຼາຍຮ້ອຍຄົນ ໄດ້ພາກັນລົງສູ່ຖະໜົນສາຍຕ່າງໆ ຂອງນະຄອນຫຼວງ ແບກແດດ ໃນ
ຕອນແລງ ວັນອາທິດວານນີ້ ເພື່ອສະເຫຼີມສະຫຼອງການປະກາດຜົນສ່ວນນຶ່ງ ຂອງການ
ເລືອກຕັ້ງສະມາຊິກສະພາ ອີຣັກ.

ຄະນະກຳມາທິການເລືອກຕັ້ງ ຂອງອີຣັກ ໄດ້ປະກາດວ່າ ທ່ານ ອາລ-ຊາຣເດີ ໃນ
ປັດຈຸບັນ ເປັນຜູ້ນຳໜ້າ ໃນການເລືອກຕັ້ງແຫ່ງຊາດ ໂດຍມີຜົນນັບຄະແນນຢ່າງເປັນ
ທາງການ ຈາກແຂວງຕ່າງໆໃນເຄິ່ງນຶ່ງຂອງປະເທດ.

ທ່ານ ອາລ-ຊາຣເດີ ບໍ່ໄດ້ລົງແຂ່ງຂັນໃນການເລືອກຕັ້ງ ແຕ່ທ່ານ ໄດ້ຮັບຄວາມນິຍົມສູງ
ຈາກກຸ່ມປະສົມ ໂດຍສ່ວນໃຫຍ່ ຢູ່ໃນນະຄອນຫຼວງແບກແດດ.

ບັນດາຜູ້ສະໝັກຂອງກຸ່ມພັນທະມິດ ທີ່ມີຄວາມໃກ້ຊິດກັບ ກຸ່ມທະຫານນິກາຍຊີໄອ ທີ່ມີ
ອຳນາດຂອງອີຣັກ ກໍໄດ້ເຂົ້າມາເປັນອັນດັບສອງ.

ພວກສະໜັບສະໜູນ ນັກສອນສາສະໜາ ນິກາຍ ຊີໄອ ທ່ານ ມຸກຕາດາ ອາລ-ຊາຣເດີ (Muqtada al-Sadr) ພາກັນສະເຫຼີມສະຫຼອງ ຢູ່ໃນເມືອງ ຊາຣເດີ ໃນເຂດນະຄອນຫຼວງ ແບກແດດ ຂອງອີຣັກ, ເມື່ອຕອນເຊົ້າ ວັນຈັນ ທີ 14 ພຶດສະພາ 2018.
ພວກສະໜັບສະໜູນ ນັກສອນສາສະໜາ ນິກາຍ ຊີໄອ ທ່ານ ມຸກຕາດາ ອາລ-ຊາຣເດີ (Muqtada al-Sadr) ພາກັນສະເຫຼີມສະຫຼອງ ຢູ່ໃນເມືອງ ຊາຣເດີ ໃນເຂດນະຄອນຫຼວງ ແບກແດດ ຂອງອີຣັກ, ເມື່ອຕອນເຊົ້າ ວັນຈັນ ທີ 14 ພຶດສະພາ 2018.

ໄຊຊະນະຂອງທ່ານ ອາລ-ຊາຣເດີ ຈະສົ່ງຜົນກະທົບຢ່າງໃຫຍ່ ຕໍ່ການປຸກລະດົມ
ໂຄສະນາ ເພື່ອການຖືກເລືອກອີກຄັ້ງນຶ່ງ ຂອງນາຍົກລັດຖະມົນຕີ ໄຮເດີ ອາລ-ອາບາດີ.

ຖ້າຜົນດັ່ງກ່າວ ຖືວ່າເປັນໄປຕາມນັ້ນ ທ່ານ ອາລ-ຊາຣເດີ ຜູ້ກ່າວຕຳໜິທີ່ຫ້າວຫັນ ຕໍ່
ສະຫະລັດ ກໍອາດຈະໄດ້ຮັບສຽງສ່ວນຫຼາຍ ທີ່ຈະກ່າວໄດ້ວ່າ ຜູ້ໃດ ຈະເປັນຜູ້ນຳຄົນ
ຕໍ່ໄປຂອງອີຣັກ.

ຄະນະກຳມາທິການເລືອກຕັ້ງ ໄດ້ກ່າວວ່າ ຜົນຂອງການເລືອກຕັ້ງທັງຫຼາຍ ທີ່ເລືອກເອົາ
ສະມາຊິສະພາ ມາປະຈຳ 329 ບ່ອນນັ່ງໃນສະພາຂອງປະເທດນັ້ນ ຄາດກັນວ່າ ຈະຮູ້ຜົນ
ພາຍໃນສອງວັນຂ້າງໜ້ານີ້.

ບັນດາເຈົ້າໜ້າທີ່ ໄດ້ກ່າວວ່າ ພຽງ 44 ເປີເຊັນ ຂອງພວກຄົນທີ່ມີສິດອອກສຽງ ໄດ້ໄປ
ປ່ອນບັດ ໃນວັນເສົາຜ່ານມານີ້ ເຊິ່ງເປັນການອອກມາໃຊ້ສິດອອກສຽງ ໃນຈຳນວນທີ່
ຕ່ຳສຸດ ນັບຕັ້ງແຕ່ ຊາດາມ ຮູເຊນ ໄດ້ຖືກໂຄ່ນລົ້ມ ໃນປີ 2003 ເປັນຕົ້ນມາ. ບັນດາ
ເຈົ້າໜ້າທີ່ ຂອງໜ່ວຍເລືອກຕັ້ງ ໄດ້ຖິ້ມໂທດ ການທີ່ມີຄົນອອກມາໃຊ້ສິດອອກສຽງທີ່ຕ່ຳ
ກໍຍ້ອນມາດຕະການຮັກສາຄວາມປອດໄພ ທີ່ເພີ່ມຂຶ້ນນັ້ນ ຄົນມີສິດອອກສຽງບໍ່ຄ່ອຍ
ສົນໃຈ ແລະ ຄວາມບໍ່ຖືກຕ້ອງຕ່າງໆນາໆ ທີ່ກ່ຽວຂ້ອງກັບລະບົບການປ່ອນບັດ ອີເລັກ-
ໂທຣນິກແບບໃໝ່ ນັ້ນເອງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG