ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຣັກ ກ່າວວ່າ ກຸ່ມລັດອິສລາມ ສັງຫານຊົນເຜົ່າ ຫຼາຍກວ່າ 300 ຄົນ


ລົດກຳລັງຮັກສາຄວາມປອດໄພ ຂອງອີຣັກ ກຳລັງເພີ່ມທະວີ ການຮັກສາຄວາມປອດໄພຂຶ້ນ ຕ້ານພວກກຸ່ມລັດອິສລາມ ໃນເມືອງ Amriyat al-Falluja ແຂວງ Anbar ວັນທີ 31ຕຸລາ 2014.
ລົດກຳລັງຮັກສາຄວາມປອດໄພ ຂອງອີຣັກ ກຳລັງເພີ່ມທະວີ ການຮັກສາຄວາມປອດໄພຂຶ້ນ ຕ້ານພວກກຸ່ມລັດອິສລາມ ໃນເມືອງ Amriyat al-Falluja ແຂວງ Anbar ວັນທີ 31ຕຸລາ 2014.

ອີຣັກ ກ່າວ​ວ່າ ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມ ​ໄດ້​ປະຫານ
​ຊີວິດ​ພວກ​ສະມາຊິກ​ຂອງ​ຊົນ​ເຜົ່າ​ອີຣັກກຸ່ມ​ນຶ່ງ ຫຼາຍ​ກວ່າ
300 ຄົນ ຮວມທັງ​ພວກ​ແມ່ຍິງ ​ແລະ​ເດັກນ້ອຍ 50 ຄົນ
ທີ່​ໄດ້​ພົບ​ເຫັນ​ຊາກ​ສົບ​ຂອງເຂົາເຈົ້າ​ຖິ້ມ​ລົງ​ໃນ​ນ້ຳສ້າງ​
ແຫ່ງ​ນຶ່ງ.

​ໄດ້​ມີ​ການ​ອ້າງ​ຄວາມ​ເວົ້າ​ຂອງ​ພວກ​ທີ່​ເຫັນ​ເຫດການ​ຈຳ
ນວນ​ນຶ່ງ ທີ່​ກ່າວ​ວ່າ ການ​ເຂັ່ນຂ້າ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ໃນ
​ວັນ​ອາທິດ​ວານ​ນີ້ ​ແລະ​ຮວມທັງ​ການ​ຂ້າ​ຜູ້​ຄົນ​ເປັນ​ໝູ່ 50
ຄົນ​ຈາກ​ຊົນ​ເຜົ່າ Al-Bu Nimr ທີ່​ຖື​ນິກາຍຊຸນ​ນີທີ່​ເປັນ​
ເປົ້າ​ໝາຍ​ຂອງ​ການ​ໂຈມ​ຕີ​ນັ້ນ. ມີ​ລາຍ​ງານ​ວ່າ ປະຊາຊົນ
​ຕື່ມ​ອີກ 50 ຄົນ​ໄດ້​ເສຍ​ຊີວິດ​ໄປ​ໃນ​ວັນ​ເສົາ​ມື້ກ່ອນ​ນີ້.

ນອກຈາກ​ນີ້ ບັນດາ​ເຈົ້າ​ໜ້າ​ທີ່​ວ່າ​ດ້ວຍ​ສິດທິ​ມະນຸດ​ອີຣັກ ​ໃນ​ການ​ກ່າວ​ໃນ​ວັນ​ອາທິດ​ວານ​ນີ້ ​ເວົ້າວ່າ ສະມາຊິກ 65 ຄົນ​ຂອງ​ຊົນ​ເຜົ່າ​ໄດ້​ຖືກລັກພາ​ໂຕ​ໄປ ຫຼັງ​ຈາກ​ທຳ​ການ​ຕໍ່ສູ້ກັບ​ພວກ​ລັດ​ອິສລາມ​ມາ​ເປັນ​ເວລາ​ຫຼາຍ​ສັບປະດາ ກ່ອນ​ພວກ​ເຂົາ​ເຈົ້າ​ໝົດ​ລູກ​ກະ​ສູນ​ໄປ​ນັ້ນ.

ລາຍ​ງານ​ຂ່າວ​ຕາ​ເວັນ​ຕົກ ອ້າງ​ຄຳ​ເວົ້າ​ຂອງ​ຜູ້ນຳ​ອາວຸ​ໂສ​ຊົນ​ເຜົ່າ ທ່ານSheik Naeem al-Gaoud ວ່າ ທ່ານ​ໄດ້​ຂໍ​ຮ້ອງ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໄປ​ຍັງ​ລັດຖະບານ​ແບັກ​ແດດ ​ເພື່ອ​ຂໍ​ກຳລັງ​ແລະ​ອາວຸດ​ຕື່ມ. ​ແຕ່​ທ່ານ​ກ່າວ​ວ່າ ລັດຖະບານ​ແບັກ​ແດດບໍ່​ໄດ້​ເຮັດ​ຫຍັງ​ເລີຍ.

​ໂທລະພາບ​ແຫ່ງ​ລັດ​ອີຣັກ ກ່າວ​ວ່າ ນາຍົກລັດຖະມົນຕີ Haider al-Abadi ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ໃສ່​ທີ່​ໝັນ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ​ໃກ້ໆ​ກັບ​ເມືອງ Hit ໃນ​ການ​ຕອບ​ໂຕ້​ຕໍ່​ການ​ເຂັ່ນຂ້າ​ເຫຼົ່າ​ນີ້.

XS
SM
MD
LG