ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສອນສາສະໜາ ຫົວຮຸນແຮງ ກັບຄືນໄປອີຣັກ


ນັກສອນສາສະໜາຊີໄອທ໌ຫົວຮຸນແຮງ Moqtada al-Sadr ກ່າວຄຳໄສ ເທື່ອທຳອິດ ທີ່ເມືອງນາຈາບ ນັບແຕ່ໄດ້ເດີນທາງກັບຄືນປະເທດ ຈາກການລີ້ໄພ ຢູ່ອີຣ່ານເປັນເວລາ 3 ປີກວ່າໆ (8 ມັງກອນ 2011)
ນັກສອນສາສະໜາຊີໄອທ໌ຫົວຮຸນແຮງ Moqtada al-Sadr ກ່າວຄຳໄສ ເທື່ອທຳອິດ ທີ່ເມືອງນາຈາບ ນັບແຕ່ໄດ້ເດີນທາງກັບຄືນປະເທດ ຈາກການລີ້ໄພ ຢູ່ອີຣ່ານເປັນເວລາ 3 ປີກວ່າໆ (8 ມັງກອນ 2011)

ນັກສອນສາສະໜາຊີໄອທ໌ ຕໍ່ຕ້ານອະເມຣິກັນ ທ່ານ
Moqtada al-Sadr ໄດ້ຮຽກຮ້ອງໃຫ້ພວກສະໜັບ
ສະໜຸນທ່ານສືບຕໍ່ການຄັດຄ້ານສະຫະລັດ ໃນຄຳປາ
ໄສເທື່ອທຳອິດ ນັບແຕ່ທ່ານ ໄດ້ເດີນທາງກັບຄືນໄປ
ອີຣັກຈາກການລີ້ໄພຢູ່ຕ່າງປະເທດ ເປັນເວລາ 3 ປີ
ກວ່າໆ.

ທ່ານ Sadr ກ່າວຕໍ່ພວກສະໜັບສະໜຸນທີ່ພາກັນ
ໂຫ່ຮ້ອງຫຼາຍພັນຄົນຢູ່ທີ່ເມືອງນາຈາບ ຫົວເມືອງ
ສັກສິດ ຂອງສາສະໜາຊີໄອທ໌ ໃນວັນເສົາມື້ນີ້ວ່າ
ໃຫ້ຕໍ່ຕ້ານສະຫະລັດ ແລະພວກຢຶດຄອງອີຣັກອື່ນໆ ໃນທຸກໆວິທີທາງທີ່ຈຳເປັນ.

ນອກນັ້ນ ທ່ານຍັງໄດ້ຮ້ອງຂໍໃຫ້ບໍລິວານຂອງທ່ານສະໜັບສະໜຸນລັດຖະບານຊຸດໃໝ່ຂອງ
ອີຣັກ ຕາບໃດທີ່ລັດຖະບານດັ່ງກ່າວຍັງເຮັດໜ້າທີ່ຮັບໃຊ້ປະຊາຊົນຊາວອີຣັກ.

ທ່ານ Sadr ໄດ້ເດີນທາງກັບຄືນໄປຍັງບ້ານເກີດ ຂອງຄອບຄົວທ່ານໃນອີຣັກ ໃນວັນພຸດ
ຜ່ານມາ. ທ່ານໄດ້ໄປລີ້ໄພຢູ່ທີ່ປະເທດອີຣ່ານ ຍັງບໍ່ທັນເປັນທີ່ຈະແຈ້ງເທື່ອວ່າ ທ່ານມີແຜນ
ການ ຢູ່ທີ່ອີຣັກດົນປານໃດ.

XS
SM
MD
LG