ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ວ່າ ອົບພະຍົບອີຣັກ ມີຊີວິດຢູ່ຢ່າງລໍາບາກຍາກແຄ້ນ


ເຄື່ອງໝາຍ ອົງການອົບພະຍົບ ຂອງ ສະຫະປະຊາຊາດ
ເຄື່ອງໝາຍ ອົງການອົບພະຍົບ ຂອງ ສະຫະປະຊາຊາດ

ຫົວໜ້າ ອົງການອົບພະຍົບ ຂອງ ສະຫະປະຊາຊາດ ກ່າວວ່າ ພວກອົບພະຍົບຊາວອີຣັກ ຈຳນວນຫຼາຍສິບ ພັນຄົນ ໄດ້ພາກັນ ດຳລົງຊີວິດ ດ້ວຍຄວາມ ທຸກຍາກລຳບາກ ທັງໆທີ່ໄດ້ ມີການດຳເນີນ ຄວາມພະຍາຍາມ ເພື່ອຊອກຫາ ບ່ອນຢູ່ໃໝ່ ໃຫ້ແກ່ ພວກເຂົາເຈົ້າ.

ທ່ານ ANTONIO GUTERRES ຂ້າຫຼວງໃຫຍ່ ໃນດ້ານອົບພະຍົບ ຂອງ ສະຫະປະຊາຊາດ ກ່າວໃນວັນສຸກ ມື້ນີ້ວ່າ ມີແຕ່ປະມານ ເຄິ່ງນຶ່ງທໍ່ນັ້ນ ຂອງພວກອົບພະຍົບອີຣັກ 100 ພັນຄົນ ທີ່ພາກັນ ຊອກຫາ ບ່ອນຢູ່ໃໝ່ນັ້ນ ສາມາດໄປຕັ້ງ ຖິ່ນຖານ ໃນປະເທດ ທີ່ຮັບເອົາ ພວກເຂົາເຈົ້າ ນັບແຕ່ປີ 2007 ເປັນຕົ້ນມາ.

ປະມານ 75 ເປີເຊັນ ຂອງຊາວອີຣັກ ທີ່ໄດ້ໄປຕັ້ງ ຖິ່ນຖານໃໝ່ນັ້ນ ແມ່ນໄດ້ມາຢູ່ ສະຫະລັດ ແລະທ່ານ GUTERRES ໄດ້ຮຽກຮ້ອງ ໃຫ້ປະເທດອື່ນໆ ຮັບເອົາ ພວກອົບພະຍົບອີຣັກ ແລະ ເລັ່ງລັດຂັ້ນຕອນ ໃນການໄປຕັ້ງ ຖິ່ນຖານໃໝ່.

ທ່ານ GUTERRES ໃຫ້ຄວາມເຫັນ ດັ່ງກ່າວ ໃນລະຫວ່າງ ການເດີນທາງໄປຢ້ຽມຢາມ ຊີເຣຍ ເນື່ອງໃນໂອກາດ ວັນອົບພະຍົບ ຂອງໂລກ ໃນມື້ວັນອາທິດ ຜ່ານມາ. ຊີເຣຍ ເປັນປະເທດທຳອິດ ໃນເຂດ ພາກຕາເວັນອອກກາງ ທີ່ໄດ້ເປັນເຈົ້າພາບ ຈັດກອງປະຊຸມ ກ່ຽວກັບເລື່ອງນີ້ ແລະເປັນບ່ອນ ພັກພາອາໄສ ຂອງພວກອົບພະຍົບອີຣັກ 45 ເປີເຊັນ ທີ່ຊອກສະແຫວງຫາ ບ່ອນຢູ່ໃໝ່.

ອົງການ ສະຫະປະຊາຊາດ ກ່າວວ່າ ມີອົບພະຍົບ ຊາວອີຣັກ ທັງໝົດ 1 ລ້ານ 8 ແສນ ຄົນ ສ່ວນໃຫຍ່ແລ້ວ ແມ່ນອາໄສ ຢູ່ທີ່ປະເທດຊີເຣຍ ຈໍແດັນ ເລບານອນ ອີຈິບ ແລະເຕີກກີ.

XS
SM
MD
LG