ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອີ​ຣັກ ຕຳ​ໜິ​​ຢ່າງ​ແຮງ ​ຕໍ່ການ​ໂຈມ​ຕີ ພວກປະ​ທ້ວງ​ ​ຕ້ານ​ລັດ​ຖະ​ບານ ແລະ​ພວກ​ນັກ​ຂ່າວ


ຕຳ​ຫລວດ​ຖືກ​ສົ່ງ​ໄປ​ປະ​ຈຳ​ການ ຢູ່​ເມືອງ Sadr ຂອງ​ນະ​ຄອນ​ແບັກ​ແດດ, ວັນ​ທີ 7 ຕຸ​ລາ, 2019.
ຕຳ​ຫລວດ​ຖືກ​ສົ່ງ​ໄປ​ປະ​ຈຳ​ການ ຢູ່​ເມືອງ Sadr ຂອງ​ນະ​ຄອນ​ແບັກ​ແດດ, ວັນ​ທີ 7 ຕຸ​ລາ, 2019.

ປະ​ທາ​ນາ​ທິ​ບໍ​ດີອີ​ຣັກ, ທ່ານ ບາ​ແຮມ ຊາ​ລີ (Barham Salih) ໄດ້ຕຳ​ໜິ​ຢ່າງ​ແຮງ ​ຕໍ່ການ​ໂຈມ​ຕີພວກປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ແລະ​ພວກນັກຂ່າວ ພາຍ​ຫລັງ​ທີ່​ມີ​ການ​ເດີນ​ຂະ​ບວນ​ປະ​ທ້ວງ​ແກ່​ຍາວ​ມາ​ໄດ້ 1 ອາ​ທິດ ແລະ​ການ​ປະ​ທະ​ທີ່​ກ່ຽວ​ກັບ​ການ​ປະ​ທ້ວງ ຊຶ່ງ​ເຮັດ​ໃຫ້​ຫລາຍກວ່າ 100 ເສຍ​ຊີ​ວິດ ແລະ 6,000 ຄົນ ໄດ້​ຮັບ​ບາດ​ເຈັບ.

ທ່ານ​ເອີ້ນ​ພວກ​ທີ່ກໍ່​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ ເປັນອາດ​ຊະ​ຍາ​ກອນ ແລະ​ສັດ​ຕູ ແລະ ໃນ​ວັນ​ຈັນ​ວານນີ້ ໄດ້ໃຊ້​ການ​ຄຳ​ປາ​ໄສ​ທີ່​ກ່າວຜ່ານທາງ​ໂທ​ລະ​ພາບ​ເພື່ອ​ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ສະ​ພາບການ​ເພີ້ມຄວາມ​ຮ້າຍ​ແຮງ​ຂຶ້ນ.

​ທ່ານ ຊາ​ລີ ເວົ້າ​ວ່າ ອີ​ຣັກ​ໄດ້​ປະ​ສົບ​ກັບ​ການ​ຖືກ​ທຳ​ລາຍ, ການນອງ​ເລືອດ, ສົງ​ຄາມ ແລະ​ການກໍ່​ການ​ຮ້າຍ​ ມາ​ພໍ​ແລ້ວ.

ຝ່າຍ​ທະ​ຫານ​ໄດ້​ຍອມ​ຮັບກ່ອນ​ໜ້ານັ້ນໃນ​ວັນຈັນວານນີ້ວ່າ ໄດ້​ໃຊ້ "ກຳ​ລັງ​ແຮງ​ເກີນ​ໄປ" ຢູ່ໃນ​ການປະ​ເຊີນ​ໜ້າ​ກັນກັບ​ພວກ​ປະ​ທ້ວງຢູ່​ໃນຄຸ້ມເມືອງ​ຊາດຂອງ​ນະ​ຄອນ​ຫລວງ​ແ​ບັກ​ແດດນັ້ນ.

ລັດ​ຖະ​ບານ​ໄດ້​ເອົາ​ບາດ​ກ້າວໃນຖອນ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ອອກ​ຈາກ​ຂົງ​ເຂດ​ດັ່ງ​ກ່າວໄປ ແລະ​ມອບ​ວຽກລາດ​ຕະ​ເວນ​ໃຫ້​ແກ່​ຕຳ​ຫລວດ. ພວກ​ເຈົ້າ​ໜ້າ​ທີ່ໄດ້ສັນ​ຍາ​ວ່າຈະ​ເຮັດ​ໃຫ້ສະ​ມາ​ຊິກ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຄົນ​ໃດ​ກໍ​ຕາມທີ່ “​ກະ​ທຳ​ຜິດ​” ໃຫ້​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບຂອງຕົນ.

ການ​ປະ​ທ້ວງຕ່າງໆ​ຢູ່​ໃນ​ນະ​ຄອນ​ຫລວງແ​ບັກ​ແດດ ແລະ​ໃນ​ຫລາຍ​ຕົວ​ເມືອງ​ຢູ່​ພາກ​ໃຕ້​ຂອງ​ອີ​ຣັກ ໄດ້​ເລີ້ມ​ມາ​ຈາກການ​ຮຽກ​ຮ້ອງເບື້ອງ​ຕົ້ນ ​ທີ່ຂໍ​ໃຫ້ມີ​ວຽກ​ເຮັດ​ງານ​ທຳ​ ແລະ​ໃຫ້​ປັບ​ປຸງ​ການ​ບໍ​ລິ​ການຢູ່​ໃນ​ເມືອງນັ້ນ, ເຊັ່ນ ນ້ຳ​ປະ​ປາ ແລະ​ໄຟ​ຟ້ານັ້ນ ດຽວນີ້ໄດ້​ກາຍ​ມາ​ເປັນເຖິງ​ຂັ້ນ​ຂໍ​ໃຫ້​ຍຸ​ຕິ​ການ​ສໍ້​ລາດ​ບັງ​ຫລວງ ຢູ່​ໃນ​ປະ​ເທດ​ທີ່​ອຸດົມ​ຮັ່ງ​ມີ​ໄປ​ດ້ວຍ​ນ້ຳ​ມັນ ແລະ​ມີ​ປະ​ຊາ​ຊົນ 40 ລ້ານ ​ຄົນ ​ແຫ່ງນັ້​ນ.

ຄະ​ນະ​ລັດ​ຖະ​ບານ​ຂອງ​ອີ​ຣັກ ໄດ້​ວາງ​ແຜນ​ການ​ປະ​ຕິ​ຮູບໃໝ່​ອອກ​ມາ​ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດຜ່ານ​ມາ ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ຕອບ​ສະ​ໜອງ​ຕາມ​ຄຳ ຮຽກ​ຮ້ອງ​ຂອງ​ການ​ປະ​ທ້ວງ ທີ່​ມີ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ຢ່າງບໍ່​ນຶກບໍ່​ຝັນ​ນັ້ນ.

ຫລັງ​ຈາກ​ໄດ້​ມີ​ການ​ປະ​ຊຸມ​ກັນ​ໝົດ​ຄືນ​ວັນ​ເສົາ​ຜ່ານ​ມາ, ພວກ​ເຈົ້າ​ໜ້າ​ທີ່​ໃນ​ຄະ​ນະ​ລັດ​ຖະ​ບານ​ກໍ​ໄດ້​ເຜີຍ​ແຜ່​ການ​ປະ​ຕິ​ຮູບ​ຢູ່​ໃນ​ແຜນ​ການ​ອອກ​ມາ ຊຶ່ງ​ໄດ້​ແກ້​ໄຂ​ບັນ​ຫາ​ເລື້ອງ​ແບ່ງ​ປັນ​ດິນ ແລະ​ການ​ເກນ​ທະ​ຫານ ພ້ອມ​ກັບ​ການ​ເພີ້ມ​ເງິນ​ສະ​ຫວັດ​ດີ​ການສັງ​ຄົມໃຫ້​ແກ່​ຄອບ​ຄົວ​ທຸກ​ຈົນ ແລະ​ໂຄງ​ການ​ຝຶກ​ອົບ​ຮົມສຳ​ລັບ​ຊາວ​ໜຸ່​ມທີ່​ຫວ່າງ​ງານອີກດ້ວຍ.

ທ່ານ ອາ​ແດ​ລ ອັບ​ດູ​ລ-ມາ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກໄດ້​ບອກ​ໃຫ້​ຄະ​ນະລັດ ຖະ​ບານ​ຂອງ​ທ່ານ​ໃນ​ຕອນ​ແລງ​ວັນ​ເສົ​າຜ່ານ​ມາ ຢູ່​ໃນ​ຄຳ​ປາ​ໄສທີ່​ກ່າວຜ່ານທາງ​ໂທ​ລະ​ພາບ​ວ່າທ່ານ​ຍິນ​ດີ​ທີ່​ຈະ​ພົບ​ກັບ​ພວກ​ປະ​ທ້ວງ ແລະ​ຟັງ​ຄຳ​ຮຽກ​ຮ້ອງ​ຂອງ​ເຂົາ​ເຈົ້າ. ທ່ານ​ຮຽກ​ຮ້ອງ​ໃຫ້​ພວກ​ປະ​ທ້ວງ​ຍຸ​ຕິ​ການ​ເດີນ​ຂະ​ບວນ​ຂອງ​ເຂົາ​ເຈົ້າ​ລົງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG