ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

15 ຄົນເສຍຊີວິດ ໃນການປະທ້ວງຢູ່ອີຣັກ


ຕຳຫຼວດປາບຈະລາຈົນອີຣັກ ສະກັດກັ້ນບໍ່ໃຫ້ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຂົ້າໄປໃນເຂດ Green Zone ໃນນະຄອນຫຼວງແບັກແດັດ (25 ກຸມພາ 2011)
ຕຳຫຼວດປາບຈະລາຈົນອີຣັກ ສະກັດກັ້ນບໍ່ໃຫ້ພວກປະທ້ວງ ຕໍ່ຕ້ານລັດຖະບານ ເຂົ້າໄປໃນເຂດ Green Zone ໃນນະຄອນຫຼວງແບັກແດັດ (25 ກຸມພາ 2011)

ຊາວອີຣັກຈຳນວນຫຼາຍພັນຄົນ ໄດ້ພາກັນລົງຖະໜົນຫົນ
ທາງໃນມື້ວັນສຸກວານນີ້ ເພື່ອເຂົ້າຮ່ວມການໂຮມຊຸມນຸມ
ປະທ້ວງ “ວັນແຫ່ງຄວາມໂກດແຄ້ນ” ໃນທົ່ວປະເທດທີ່
ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 11 ຄົນໃນການປະ
ທະກັນກັບກຳລັງຮັກສາຄວາມສະຫງົບ.

ມີລາຍງານວ່າມີຢ່າງນ້ອຍ 5 ຄົນເສັຍຊີວິດທີ່ເມືອງ Mo-
sul ໃນພາກເໜືອຂອງອີຣັກ ຂະນະທີ່ການປະທະກັນຍັງ
ໄດ້ລະເບີດຂຶ້ນຢູ່ຕາມຫົວເມືອງຕ່າງໆ ຮວມທັງເມືອງ Ti-
krit, Fallujah, Samarra ແລະ ນະຄອນຫຼວງແບັກ
ແດັດນຳດ້ວຍ.

ທີ່ກຸງແບັກແດັດ ພວກເດີນຂະບວນປະທ້ວງໄດ້ລົ້ມແທ່ງຊີມັງ ແລະແກວ່ງກ້ອນຫີນໃສ່ຕຳ
ຫຼວດປາບຈະລາຈົນ ທີ່ຕັນຂົວແຫ່ງນຶ່ງມຸ່ງໜ້າໄປຫາເຂດ Green Zone ຊຶ່ງເປັນເຂດທີ່
ມີການຮັກສາຄວາມສະຫງົບຢ່າງແໜ້ນໜາ ສຳລັບຕຶກໂຮງການລັດຖະບານແລະສະຖານ
ທູດຕ່າງປະເທດ.

ພວກເດີນຂະບວນຊາວອີຣັກພາກັນຮຽກຮ້ອງໃຫ້ລັດຖະບານໃຫ້ການບໍລິການທາງດ້ານສັງ
ຄົມທີ່ດີຂຶ້ນແລະກຳຈັດການສໍ້ລາດບັງຫຼວງຢູ່ໃນລັດຖະບານ.

XS
SM
MD
LG