ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ມີ 2 ຄົນເສຍຊີວິດ ໃນການປະທ້ວງຢູ່ອີຣັກ


ພວກປະທ້ວງຕໍ່ຕ້ານລັດຖະບານ ຫຼາຍພັນຄົນໃນອີຣັກ ແກວ່ງກ້ອນຫີນ ແລະຂີ້ເຫຍື້ອ ເຂົ້າໃສ່ຕຳຫຼວດ ປາບຈະລາຈົນ ໃນການໂຮມຊຸມນຸມປະທ້ວງ ຢູ່ກຸງແບັກແດັດ (25 ກຸມພາ 2011)
ພວກປະທ້ວງຕໍ່ຕ້ານລັດຖະບານ ຫຼາຍພັນຄົນໃນອີຣັກ ແກວ່ງກ້ອນຫີນ ແລະຂີ້ເຫຍື້ອ ເຂົ້າໃສ່ຕຳຫຼວດ ປາບຈະລາຈົນ ໃນການໂຮມຊຸມນຸມປະທ້ວງ ຢູ່ກຸງແບັກແດັດ (25 ກຸມພາ 2011)

ມີຜູ້ເສຍຊີວິດ 2 ຄົນແລະໄດ້ຮັບບາດເຈັບອີກຢ່າງນ້ອຍ
20 ຄົນ ໃນການປະທ້ວງຢູ່ອີຣັກ ບ່ອນທີ່ພວກເດີນຂະ
ບວນພາກັນຮຽກຮ້ອງໃຫ້ ປັບປຸງການບໍລິການດ້ານສັງ
ຄົມ ແລະເອົາມາດຕະການ ກຳຈັດການສໍ້ລາດບັງຫຼວງ
ຂອງລັດຖະບານ.

ຕຳຫຼວດເວົ້າວ່າ ການເສຍຊີວິດທີ່ວ່ານີ້ ມີຂຶ້ນທີ່ເມືອງ
Hawija ໃນພາກເໜືອຂອງອີຣັກ ໃນວັນສຸກມື້ນີ້ ໃນ
ການປະທະກັນລະຫວ່າງພວກປະທ້ວງແລະຕຳຫຼວດ.

ພວກປະທ້ວງຈຳນວນຫຼາຍພັນຄົນ ຈາກທົ່ວປະເທດອີ
ຣັກໄດ້ເຂົ້າຮ່ວມແຜນການໂຮມຊຸມທີ່ມີຊື່ວ່າ “ວັນແຫ່ງ
ຄວາມໂກດແຄ້ນ” ທີ່ໄດ້ຮັບແຮງກະຕຸກຊຸກຍູ້ຈາກການ
ປະທ້ວງເມື່ອໄວໆມານີ້ຢູ່ທີ່ປະເທດຕູນີເຊຍ ອີຈິບແລະ
ປະເທດອື່ນໆ ໃນ ພາກຕາເວັນອອກກາງ.

ໄດ້ມີການຮັກສາຄວາມປອດໄພຢ່າງເຄັ່ງຄັດ ທັງຢູ່ໃນບໍລິເວນ ແລະອ້ອມແອມຈະຕຸລັດປົດ
ປ່ອຍຫຼື Tahrir ໃນນະຄອນຫຼວງແບັກແດັດ ຊຶ່ງເປັນຈຸດສູນກາງຂອງການປະທ້ວງ. ທາງ
ນະຄອຫຼວງແບັກແດັດ ໄດ້ມີການຫ້າມບໍ່ໃຫ້ມີການໃຊ້ລົດດັ່ງນັ້ນພວກປະທ້ວງຈຶ່ງຕ້ອງໄດ້
ຍາງໄປຍັງສະຖານທີ່ໂຮມຊຸມນຸມ.

ໃນຄຳປາໄສທາງໂທລະພາບມື້ວານນີ້ນາຍົກລັດຖະມົນຕີ Nouri al-Maliki ໄດ້ຮຽກຮ້ອງ
ໃຫ້ຊາວອີຣັກບໍ່ໃຫ້ໄປຮ່ວມການປະທ້ວງ ໂດຍເວົ້າວ່າ ຈັດຂຶ້ນໂດຍພວກກະບົດແລະພວກ
ສະໜັບສະໜຸນ Saddam Hussein ມື້ລາງຜູ້ນຳອີຣັກທີ່ຖືກຂັບໄລ່ອອກຈາກອຳນາດນັ້ນ
ເພື່ອຊອກຫາຊ່ອງທາງຍຸແຍ່ໃຫ້ເກີດຄວາມຮຸນແຮງ

XS
SM
MD
LG