ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ເຈົ້າ​ໜ້າ​ທີ່ອີ​ຣັກ ຕອບ​ໂຕ້​ຕໍ່​ພວກ​ປະ​ທ້ວງ ດ້ວຍ​ການ​ຍິງ​ລູກ​ປືນ​ແທ້ ແລະ​​ລະ​ບຽບ​ຫ້າມ​ອອກ​ບ້ານ ຕໍ່​ພວກ​ເຂົາ​ເຈົ້າ


ພວກປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານຍັກ​ມື​ເຮັດ​ເປັນ​ຮູບ​ໂຕ ​v-ໃນ​ໄລ​ຍະ​ເດີນ​ຂະ​ບວນຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ແບກ​ແດກ ຂອງ​ອີ​ຣັກ, ໃນ​ວັນ​ທີ 3 ຕຸ​ລາ, 2019
ພວກປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານຍັກ​ມື​ເຮັດ​ເປັນ​ຮູບ​ໂຕ ​v-ໃນ​ໄລ​ຍະ​ເດີນ​ຂະ​ບວນຢູ່​ໃຈ​ກາງ​ນະ​ຄອນ​ຫລວງ​ແບກ​ແດກ ຂອງ​ອີ​ຣັກ, ໃນ​ວັນ​ທີ 3 ຕຸ​ລາ, 2019

ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ​ ອີ​ຣັກ ໄດ້​ໃຊ້​ແກັ​ສ​ນ້ຳ​ຕາ ແລະ ໄດ້​ຍິງ​ລູກ​ປືນ​ແທ້​ເພື່ອ​ແຍກ​ຍ້າຍ​ຜູ້​ປະ​ທ້ວງ​ ໃນ​ວັນ​ທີ​ສາມ​ຂອງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ໃນ​ນະ​ຄອນຫຼວງ ແບກ​ແດັດ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ທ່ານ ອາ​ແດັ​ລ ອັບ​ດຸ​ລ-ມາ​ດີ ໄດ້​ປະ​ກາດ​ກັກ​ບໍ​ລິ​ເວນ​ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ພະ​ຍາ​ຍາມ​ຄວບ​ຄຸມ​ການ​ປະ​ທ້ວງ​ໃນ​ນະ​ຄອນຫຼວງ ແລະ ບ່ອນ​ອື່ນໆ​ໃນ​ປະ​ເທດ.

ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ​ໄດ້​ເລີ່ມ​ຂຶ້ນ​ໃນ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ, ການ​ປະ​ທະ​ກັນ​ກັບ​ບັນ​ດາ​ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ 18 ຄົນ, ລວມ​ທັງ​ຕຳຫຼວດ​ຄົນ​ນຶ່ງ ແລະ ອີກ​ຫຼາຍ​ຮ້ອຍ​ຄົນ​ໄດ້​ຮັບ​ບາດ​ເຈັບ. ນອກ​ຈາກ​ລູກ​ປືນ​ແທ້ ແລະ ແກັ​ສ​ນ້ຳ​ຕາ​ນັ້ນ, ບັນ​ດ​າ​ເຈົ້າ​ໜ້າ​ທີ່​ຍັງໄດ້​ໃຊ້​ປືນ​ນ້ຳ ແລະ ລູກ​ປືນ​ຢາງ​ເພື່ອ​ພະ​ຍາ​ຍາມ​ຂັບ​ໄລ່​ຝູງ​ຄົນ.

ຜູ້​ປະ​ທ້ວງ​ແມ່ນບໍ່​ພໍ​ໃຈ​ກັບ​ການ​ບໍ​ລິ​ການ​ທີ່ບໍ່​ດີ​ຂອງ​ລັດ​ຖະ​ບານ ແລະ ການ​ສໍ້​ລາດ​ບັງຫຼວງ.

ມັນ​ມີ​ລາຍ​ງານ​ຢ່າງກວ້າງ​ຂວາງວ່າ ສັນ​ຍານ​ອິນ​ເຕີ​ແນັດ ກໍ​ໄດ້​ມອດ​ໃນ​ວັນ​ພະ​ຫັດ​ມື້ນີ້.

ການ​ປະ​ທ້ວງ​ທັງຫຼາຍ​ແມ່ນ​ສິ່ງ​ທ້າ​ທາຍ​ທີ່​ສຳ​ຄັນ​ຄັ້ງ​ທຳ​ອິດ​ຕໍ່​ທ່ານ ອັບ​ດຸ​ລ-ມາ​ດີ, ຜູ້​ທີ່​ໄດ້​ຕັ້ງ​ລັດ​ຖະ​ບານ​ຂອງ​ທ່ານ​ຂຶ້ນ​ເມື່ອ​ນຶ່ງ​ປີ​ທີ່​ຜ່ານ​ມາ.

ລັດ​ຖະ​ບານ​ໄດ້​ຖິ້ມ​ໂທດ​ຄວາມ​ຮຸນ​ແຮງ​ໃສ່ “ກຸ່ມ​ຍຸ​ແຍ່​ການ​ຈະ​ລາ​ຈົນ” ແລະ ໄດ້​ກ່າວ​ວ່າ ກອງ​ກຳ​ລັງ​ຮັກ​ສາ​ຄວາມ​ປອດ​ໄພ ໄດ້​ເຮັດ​ວຽກ​ເພື່ອ​ປົກ​ປ້ອງ​ຄວາມ​ປອດ​ໄພ​ຂອງ​ຜູ້​ປະ​ທ້ວງ​ທີ່ບໍ່​ໄດ້​ໃຊ້​ຄວາມ​ຮຸນ​ແຮງ.

ສະພາ​ແຫ່ງ​ຊາດ​ຂອງ ອີ​ຣັກ ໄດ້​ສັ່ງ​ໃສ່​ທຳ​ການ​ສືບ​ສວນ ກ່ຽວ​ກັບ ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ.

ປະ​ຊາ​ຊົນ ອີ​ຣັກ ຈຳ​ນວນຫຼາຍ​ໄດ້​ກ່າວ​ຫາ​ບັນ​ດາ​ນັກ​ການ​ເມືອງ ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ສຳ​ລັບ​ການ​ສໍ້​ລາດ​ບັງຫຼວງ​ທີ່​ໄດ້​ກີດ​ກັ້ນ​ປະ​ເທດ​ຈາ​ການ​ຟື້ນ​ຕົວ​ຄືນ ​ຈາກ​ຄວາມ​ຮຸນ​ແຮງ​ລະ​ຫວ່າງ​ນິ​ກາຍ​ສາ​ສະ​ໜາຫຼາຍ​ປີ ແລະ ການ​ຕໍ່​ສູ້​ເພື່ອ​ເອົາ​ຊະ​ນະ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ເຊິ່ງ​ໃນ​ຈຸດ​ນຶ່ງ​ໄດ້​ຄວບ​ຄຸມ​ຂົງ​ເຂດ​ທີ່ກວ້າງ​ຂວາງ​ທາງ​ພາກ​ເໜືອ ແລະ ຕາ​ເວັນ​ຕົກ​ຂອງ​ປະ​ເທດ.

ໃນ​ກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ​ປະ​ຈຳ​ອາ​ທິດ​ຂອງ​ທ່ານ​ນັ້ນ, ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ໄດ້​ເປີດ​ເຜີຍ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ສັນ​ຍາ​ວ່າ​ຈະ​ສະ​ໜອງວຽກ​ໃຫ້​ນັກ​ສຶ​ກ​ສາ​ທີ່​ຮຽນ​ຈົບ​. ທ່ານ​ຍັງ​ໄດ້​ສັ່ງ​ໃຫ້​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ ແລະ ອົງ​ການ​ລັດ​ຖະ​ບານ​ອື່ນໆ​ອອກ​ໂຄ​ຕ້າ 50 ເປີ​ເຊັນ​ສຳ​ລັບ​ພະ​ນັກ​ງານ​ໃນ​ທ້ອງ​ຖິ່ນ​ ໃນ​ການ​ເຮັດ​ສັນ​ຍາ​ກັບ​ຕ່າງ​ປະ​ເທດ​ທັງຫຼາຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG