ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວອິຣັກປະທວງ ທະຫານສະຫະລັດ


ທະຫານບ້ານທີ່ຈົງຮັກພັກດີຕໍ່ນັກບວດຕໍ່ຕ້ານສະຫະລັດ ທ່ານ Moqtada al-Sadr ເດີນຂະບວນຢຽບທຸງຊາດ ອະເມຣິກັນ ຂະນະທີ່ພວກເຂົາເຈົ້າພາກັນນຸ່ງເສື້ອທີ່ມີທຸງຊາດອີຣັກ ທີ່ຄຸ້ມ Sadr ໃນນະຄອນຫຼວງແບັກແດັດ (26 ພຶດສະພາ 2011)
ທະຫານບ້ານທີ່ຈົງຮັກພັກດີຕໍ່ນັກບວດຕໍ່ຕ້ານສະຫະລັດ ທ່ານ Moqtada al-Sadr ເດີນຂະບວນຢຽບທຸງຊາດ ອະເມຣິກັນ ຂະນະທີ່ພວກເຂົາເຈົ້າພາກັນນຸ່ງເສື້ອທີ່ມີທຸງຊາດອີຣັກ ທີ່ຄຸ້ມ Sadr ໃນນະຄອນຫຼວງແບັກແດັດ (26 ພຶດສະພາ 2011)

ພວກສະໜັບສະໜຸນນັກບວດອີຣັກທີ່ຕໍ່ຕ້ານອະເມຣິກາ
ທ່ານ Moqtada al-Sadr ຈຳນວນຫຼາຍພັນຄົນໄດ້
ພາກັນລົງສູ່ຖະໜົນຫົນທາງ ເດີນ​ຂະ​ບວນ ທີ່ນະຄອນ
ຫຼວງແບັກແດັດທວງໃຫ້ທະຫານອະເມຣິກັນຖອນອອກ
ໄປຈາກອີຣັກພາຍໃນທ້າຍປີນີ້.

ພວກປະທ້ວງ ພາກັນຮ້ອງຄຳຂວັນ ຕໍ່ຕ້ານອະເມຣິກັນ
ຊຶ່ງຈຳນວນນຶ່ງ ໄດ້ພາກັນຢຽບທຸງຊາດ ຂອງສະຫະລັດ
ອັງກິດ ແລະອິສຣາແອລ ທີ່ແຕ້ມໃສ່ກັບພື້ນດິນ. ສ່ວນ
ພວກສະໜັບສະໜຸນທ່ານ al-Sadr ທີ່ຢູ່ໃນເຄື່ອງແບບ
ໄດ້ພາກັນເດີນຂະ​ບວນ​ແບບ​ທະຫານສວນສະໜາມ.

ການປະທ້ວງຄັ້ງໃຫຍ່ໃນວັນພະຫັດມື້ນີ້ ມີຂຶ້ນໃນເວລາທີ່ພວກເຈົ້າໜ້າທີ່ອີຣັກພວມຄິດທົບ
ທວນກ່ຽວກັບວ່າ ເຂົາເຈົ້າຈະຮ້ອງຂໍໃຫ້ສະຫະລັດຕໍ່ອາຍຸໃນການປະຕິບັດງານທາງທະຫານ
ຢູ່ໃນປະ​ເທດ​ດັ່ງກ່າວຫຼືບໍ່.

ໃນຕົ້ນເດືອນນີ້ ນາຍົກລັດຖະມົນຕີອີຣັກທ່ານ Nouri al-Maliki ໄດ້ຮຽກຮ້ອງໃຫ້ມີການ
ເຈລະຈາກັບພວກຜູ້​ນໍາ​ທາງການເມືອງ ເພື່ອສົນທະນາຫາລືກ່ຽວກັບວ່າ ລັດຖະບານຂອງ
ທ່ານຈະຮ້ອງຂໍໃຫ້ກຳລັງສະຫະລັດຢູ່ໃນອີຣັກຕໍ່ຫຼືບໍ່. ໃນເດືອນເມສາຜ່ານມາທ່ານ Maliki
ເວົ້າວ່າ ອີຣັກບໍ່ຕ້ອງການຄວາມຊ່ອຍເຫຼືອໃດໆ ໃນການຮັກສາຄວາມສະຫງົບພາຍໃນປະ
ເທດ ແຕ່ອາດຍັງຕ້ອງການຄວາມຊ່ອຍເຫຼືອ ໃນເລື່ອງຄວາມໝັ້ນຄົງພາຍນອກ.

ເວລານີ້ຍັງມີທະຫານອະເມຣິກັນປະມານ 45,000 ຄົນຢູ່​ໃນອີຣັກ ຊຶ່ງສ່ວນໃຫຍ່ແລ້ວເຮັດ
ວຽກເປັນທີ່​ປຶກສາໃຫ້ຄຳແນະນຳ.

ໃນເດືອນແລ້ວ ພົນເຮືອເອກ Michael Mullen ຂອງສະຫະລັດກ່າວວ່າ ເວລາໃກ້ຈະໝົດ
ລົງແລ້ວສຳລັບການເຈລະຈາໃດໆກໍຕາມກ່ຽວກັບວ່າສະຫະລັດຈະສືບຕໍ່ການມີໜ້າຢູ່ໃນປະ
ເທດອີຣັກກາຍທ້າຍປີນີ້​ໄປຫຼືບໍ່ນັ້ນ.

XS
SM
MD
LG