ປະຊາຊົນຊາວອີຣັກຫລາຍພັນຄົນ ໄດ້ພາກັນລົງໄປໂຮມຊຸມນຸມປະທ້ວງຢູ່ໃນນະຄອນຫລວງແບັກແດດ ແລະ ພາກອື່ນໆຂອງປະເທດ ໃນວັນຈັນວານນີ້ ພາຍຫລັງທີ່ພວກນັກການເມືອງໄດ້ບໍ່ໄດ້ແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ໃຫ້ທັນກັບກຳນົດເວລາທີ່ວາງໄວ້ສຳລັບຄືນວັນອາທິດ.
ການໂຮມຊຸມນຸມຕໍ່ຕ້ານລັດຖະບານ ໄດ້ເຮັດໃຫ້ນະຄອນຫລວງແບັກແດດ ແລະ ພາກໃຕ້ຂອງປະເທດທີ່ປະຊາຊົນສ່ວນໃຫຍ່ເປັນຄົນທີ່ນັບຖືສາສະໜາອິສລາມນິກາຍຊີໄອ (Shiite) ນັ້ນ ສັ່ນສະເທືອນ ນັບຕັ້ງແຕ່ເດືອນຕຸລາເປັນຕົ້ນມາໂດຍ ທີ່ປະຊາຊົນທຳການປະທ້ວງເພື່ອຕ້ານກັບການສໍ້ລາດບັງຫລວງ, ການບໍລິການທີ່ບໍ່ດີ ແລະຂາດວຽກເຮັດງານທຳ.
ປະທານາທິບໍດີບາແຮມ ຊາລີ (Barham Salih) ແລະສະພາໄດ້ກາຍກຳນົດເສັ້ນຕາຍຫລາຍຄັ້ງ ໃນການແຕ່ງຕັ້ງນາຍົກລັດຖະມົນຕີຄົນໃໝ່ ພາຍຫລັງທີ່ ທ່ານ ອາແດລ ອັບດູລ ມາດີ (Adel Abdul Mahdi) ໄດ້ລາອອກໃນເດືອນແລ້ວນີ້. ທ່ານມາດີແລະລັດຖະບານຂອງເພິ່ນໄດ້ຕົກລົງທີ່ຈະເປັນຜູ້ຮັກສາການ ໄປຈົນກວ່າວ່າ ນາຍົກລັດຖະມົນຕີຄົນໃໝ່ຈະໄດ້ຮັບການອະນຸມັດ.
ການລາອອກຂອງນາຍົກລັດຖະມົນຕີ ມາດີ ບໍ່ໄດ້ເປັນທີ່ພໍໃຈຂອງພວກປະທ້ວງ ທີ່ເວົ້າວ່າ ການມີນາຍົກລັດຖະມົນຕີຄົນໃໝ່ມາກຳຕຳແໜ່ງເທົ່ານັ້ນ ມັນຍັງບໍ່ ເປັນການພຽງພໍເລີຍ. ພວກເຂົາເຈົ້າຮຽກຮ້ອງໃຫ້ປ່ຽນແປງທັງໝົດລະບົບການເມືອງທີ່ເອົາມາໃຊ້ ພາຍຫລັງທີ່ມີການບຸກລຸກຂອງສະຫະລັດໃນປີ 2003 ທີ່ ພວກເຂົາເຈົ້າເວົ້າວ່າ ມີການສໍ້ລາດບັງຫລວງ, ຂາດຄວາມສາມາດ ແລະຊ່ວຍປະຊາຊົນອີຣັກທີ່ທຸກຍາກໄດ້ພຽງໜ້ອຍດຽວນັ້ນ ເຖິງແມ່ນວ່າຈະມີຄວາມອຸດົມຮັ່ງມີໄປດ້ວຍນ້ຳມັນຂອງປະເທດນັ້ນກໍຕາມ.
ພວກປະທ້ວງ ໃນວັນອາທິດຜ່ານມາ ບໍ່ພໍອົກພໍໃຈຕໍ່ຜູ້ທີ່ອາດເປັນໄປໄດ້ສູງວ່າ ຈະຖືກແຕ່ງຕັ້ງໃຫ້ເປັນນາຍົກລັດຖະມົນຕີຄົນໃໝ່, ຄືອະດີດລັດຖະມົນຕີກະຊວງ ການສຶກສາຊັ້ນສູງ, ທ່ານຄູເຊ ອາລ-ຊູເຮລ (Qusay al-Suhail) ຜູ້ທີ່ຖືກຄັດຄ້ານ ໂດຍພວກຕ້ອງຕິທ່ານທັງຫຼາຍ ທີ່ເຫັນວ່າທ່ານມີສາຍສຳພັນກັບອີຣ່ານ. ພວກເດີນຂະບວນປະທ້ວງທັງຫຼາຍ ໄດ້ປະຕິເສດຢ່າງສິ້ນເຊີງ ຕໍ່ການສະໝັກ ເພື່ອແຂ່ງຂັນເອົາຕຳແໜ່ງດັ່ງກ່າວ ຂອງທ່ານພ້ອມກັນກັບຜູ້ສະໝັກຄົນອື່ນໆ ທີ່ອາດເປັນໄປໄດ້ສູງວ່າຈະເປັນຂູ່ແຂ່ງຂອງທ່ານທີ່ໄດ້ເຂົ້າຮ່ວມເຮັດວຽກໃນລັດຖະບານນັບຕັ້ງແຕ່ປີ 2003 ເປັນຕົ້ນມານັ້ນ.
ຢ່າງໜ້ອຍ 460 ຄົນ ໄດ້ຖືກຂ້າຕາຍ ແລະອີກຫຼາຍສິບພັນຄົນ ໄດ້ຮັບບາດເຈັບ ນັບຕັ້ງແຕ່ມີການເດີນຂະບວນປະທ້ວງລະເບີດຂຶ້ນໃນເດືອນຕຸລາເປັນຕົ້ນມາ ຢູ່ໃນນະຄອນຫຼວງແບັກແດດ ແລະໃນພື້ນທີ່ທາງພາກໃຕ້ຂອງອີຣັກທີ່ມີຊາວນິກາຍຊີໄອອາໄສຢູ່ເປັນສ່ວນໃຫຍ່ນັ້ນ.