ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກ​ປະ​ທ້ວງ ​ຢູ່​ໃນ​ອີ​ຣັກເສຍ​ຊີ​ວິດ ເກືອບ​ຮອດ 100 ຄົນ​ແລ້ວ


ຜູ້​ພວກ​ຜູ້​ຊາຍ​ພາ​ກັນ​ຫາມ​ຫີບ​ສົບ ຂອງ​ຄົນ​ທີ່​ຖືກ​ສັງ​ຫານ​ຊີ​ວິດ ຢູ່​ໃນ​ການ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ຢູ່​ໃນ​ນະ​ຄອນ​ແບກ​ແດດຂອງ​ອີ​ຣັກ, ໃນ​ວັນ​ທີ 4 ຕຸ​ລາ 2019
ຜູ້​ພວກ​ຜູ້​ຊາຍ​ພາ​ກັນ​ຫາມ​ຫີບ​ສົບ ຂອງ​ຄົນ​ທີ່​ຖືກ​ສັງ​ຫານ​ຊີ​ວິດ ຢູ່​ໃນ​ການ​ປະ​ທ້ວງ​ຕ້ານ​ລັດ​ຖະ​ບານ ຢູ່​ໃນ​ນະ​ຄອນ​ແບກ​ແດດຂອງ​ອີ​ຣັກ, ໃນ​ວັນ​ທີ 4 ຕຸ​ລາ 2019

ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ຍິງ​ກະ​ສູນ​ປືນ​ແທ້ ແລະ​ແກ​ສ​ນ້ຳ​ຕາ​ໃສ່​ພວກ​ເດີນ​ຂະ​ບວນ​ປະ​ທ້ວງ​ໃນ​ວັນ​ເສົາວານນີ້ ຊຶ່ງ​ໄດ້​ເຮັດ​ໃຫ້ຄົນ​ຢູ່​ໃນ​ແຕ່​ພຽງ​ນະ​ຄອນ​ຫລວງ​ແບກ​ແດດ​ເທົ່າ​ນັ້ນກໍ​ເສຍ​ຊີ​ວິດ 19 ຄົນ ແລະ​ຫລາຍ​ສິບ​ຄົນ​ໄດ້​ຮັບ​ບາດ​ເຈັບແລ້ວ ຢູ່​ໃນ​ມື້​ທີ 5 ຂອງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ເຮັດ​ໃຫ້​ປະ​ເທດ​ສັ່ນ​ສະ​ເທືອນນັ້ນ.

ຈຳ​ນວນ​ຄົນ​ເສຍ​ຊີ​ວິດ​ຂອງ​ພວກ​ປະ​ທ້ວງ​ໃນ​ນະ​ຄອນ​ຫລວງ​ແບກ​ແດດ ແລະ​ໃນ​ຫລາຍ​ຕົວ​ເມືອງ​ຢູ່​ພາກ​ໃຕ້​ຂອງ​ອີ​ຣັກ ໄດ້​ເພີ້ມ​ຂຶ້ນ​ເກືອບ​ຮອດ 100 ຄົນ​ແລ້ວ. ພວກ​ປະ​ທ້ວງ​ສ່ວນ​ໃຫ​ຍ່​ແມ່ນໄດ້ພາ​ກັນ​ບໍ່​ຫົວ​ຊາ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ລັດ​ຖະ ບານ​ແລະ​ຜູ້​ນຳ​ທາງ​ສາ​ສະ​ໜາ​ທີ່ບອກວ່າໃຫ້​ຢູ່​ໃນ​ຄວາມສະ​ຫງົບ. ຢູ່ໃນ​ນະ​ຄອນ​ຫລວງ​ແບກ​ແດດ ພວກ​ປະ​ທ້ວງ​ໄດ້​ປະ​ເຊີນ​ໜ້າ​ກັນ​ກັບ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບ ຢູ່​ໃນ​ຫລາຍ​ເຂດ​ຄຸ້ມ​ຢູ່​ອາ​ໄສ ແລະ​ໄດ້​ຈູດ​ເຜົາ​ຢາງ​ຕີນ​ລົດ​ຢູ່​ຕາມ​ຫົນ​ທາງ​.

ພວກ​ປະ​ທ້ວງໄດ້​ເພີ້​ມ​ການ​ຮຽກ​ຮ້ອງ​ຈາກ​ທຳ​ອິດ​ທີ່​ຂໍ​ໃຫ້ມີ​ວຽກ​ເຮັດ​ງານ​ທຳ​ ແລະ​ໃຫ້​ປັບ​ປຸງ​ການ​ບໍ​ລິ​ການ, ເຊັ່ນ ນ້ຳ​ປະ​ປາ ແລະ​ໄຟ​ຟ້ານັ້ນ ດຽວນີ້ກາຍ​ມາ​ເປັນເຖິງ​ຂັ້ນ​ຂໍ​ໃຫ້​ຍຸ​ຕິ​ການ​ສໍ້​ລາດ​ບັງ​ຫລວງ ຢູ່​ໃນ​ປະ​ເທດ​ທີ່​ອະ​ດົມ​ຮັ່ງ​ມີ​ໄປ​ດ້ວຍ​ນ້ຳ​ມັນ ແລະ​ມີ​ປະ​ຊາ​ຊົນ 40 ລ້ານ​ຄົນ​ແຫ່ງນັ້​ນ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ ໄດ້​ສືບ​ຕໍ່​ມີ​ຂຶ້ນ​ໃນ​ຕອນ​ທ້າຍ​ວັນ​ເສົາ​ວານນີ້ ຢູ່ໃນ​ນະ​ຄອນ​ຫລວງ​ແບກ​ແດດ ແລະໃນຫລາຍເຂດ​ຢູ່​ພາກ​ໃຕ້​ຂອງ​ອີ​ຣັກ

ຄະ​ນະຂ້າ​ຫລວງ​ໃຫຍ່​ດ້ານ​ປົກ​ປ້ອງ​ສິດ​ທິ​ມະ​ນຸດທີ່​ເປັນ​ອົງ​ການເຄິ່ງ​ທາງ​ການ ທີ່​ເປັນສາ​ຂາຂອງສະ​ພາ​ອີ​ຣັກນັ້ນ ​ເວົ້າ​ວ່າ ນັບ​ແຕ່​ໄດ້​ມີ​ການ​ປະ​ທ້ວງ​ເລີ້ມ​ຂຶ້ນ​ໃນ​ວັນ​ອ​ງັ​ຄານ​ຜ່ານ​ມາ ຢ່າງ​ໜ້ອຍ​ມີ 94 ຄົນ​ເສຍ​ຊີ​ວິດ ແລະ​ເກືອບ​ຮອດ 400 ຄົນ​ໄດ້​ຮັບ​ບາດ​ເຈັບ.

ຫົວ​ໜ້າ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ອີ​ຣັກ, ທ່ານ​ນາງ ຈີນ​ນາຍ​ນ໌ ເຮັນ​ນິ​ສ-ປ​ລາ​ສ​ເຈີດ​ທ໌ (Jeanine Hennis-Plasschaert) ຮຽກ​ຮ້ອງ​ໃຫ້​ຍຸ​ຕິ​ການກໍ່​ຄວາມ​ຮຸນ​ແຮງ​ໃນ​ວັນ​ເສົາ​ວານນີ້.

ທ່ານ​ນາງກ່າວ​ວ່າ “ໄດ້ຫ້າມື້​ມາ​ແລ້ວ​ທີ່​ມີ​ລາຍ​ງານ​ວ່າ ມີ​ຄົນ​ຕາຍ ແລະ​ໄດ້​ຮັບ​ບາດ​ເຈັບ: ສະ​ພາບນີ້​ຕ້ອງ​ຍຸ​ຕິ​ລົງ​ດຽວນີ້.”

ພວກ​ມື​ປືນ​ຫລາຍ​ຄົນ​ທີ່​ໃສ່​ໜ້າ​ກາກ ກໍ​ໄດ້​ໂຈມ​ຕີ​ສະ​ຖາ​ນີ​ໂທ​ລະ​ພາບ 3 ແຫ່ງ ໃນ​ນະ​ຄອນ​ຫລວງ​ແບກ​ແດດ ຊຶ່ງ​ລວມ​ມີ ສະ​ຖາ​ນີ Al-Arabiya ຂອງ​ຊາ​ອຸ​ດີ ແລະ Dajla ຂອງ​ເອ​ກະ​ຊົນ​ອີ​ຣັກ ແລະຂ່າວຊ່ອງ NRT ຊຶ່ງ​ໄດ້​ທຸບ​ອຸ​ປະ​ກອນ​ຖິ້ມ ແລະ​ເວົ້າ​ຂົ່ມຂູ່​ຕໍ່​ພວກ​ພະ​ນັກ​ງານ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG