ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງທັບ ອີຣັກ ວາງແຜນ ໂຈມຕີ ກວດລ້າງ ກຸ່ມລັດອິສລາມ


ກຳລັງພິເສດອີຣັກຄົນນຶ່ງ ພວມຢືນຢູ່ຮ່ອມເຮືອນ ໃນເມືອງໂມຊູລ. (7 ກໍລະກົດ 2017)
ກຳລັງພິເສດອີຣັກຄົນນຶ່ງ ພວມຢືນຢູ່ຮ່ອມເຮືອນ ໃນເມືອງໂມຊູລ. (7 ກໍລະກົດ 2017)

ກອງທັບ​ອີ​ຣັກ ອາດ​ຈະ​ພະຍາຍາມ​ກຳຈັດ​ກຳລັງ​ຂອງກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິສລາມທີ່
​ຍັງ​ຫຼົງ​ເຫຼືອຢູ່ ​ໂດຍ​ເປີດ​ສາກ​ໂຈມ​ຕີ ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວ​ ຈາກຫຼາຍໆ​ດ້ານພ້ອມ
​ກັນດ້ວຍ​ຄວາມ​ຫວັງເພື່ອ​ຈະ​ສວຍ​ໂອກາດ​ໃນ​ຂະນະ​ທີ່​ຄະນະ​ນຳພາ​ຂອງກຸ່ມ​ກໍ່​ການ
​ຮ້າຍ​ດັ່ງກ່າວ​ພວມ​ມີ​ການ​ຂັດ​ແຍ້​ງກັນ​ແລະ​ອ່ອນ​ແອ​ລົງ​.

ຍຸດ​ທະ​ສາດທີ່​ວ່າ​ນີ້ ອາດ​ເປັນ​ຍຸດ​ທະ​ສາດ​ທີ່​ກ້າຫານ ​ເມື່ອ​ເວົ້າ​ເຖິງ​ກຳລັງ​ຂອງ​ອີຣັກ
ທີ່​ບາດ​ເຈັບ​ລົ້ມຕາຍ ​ໃນ​ຂະນະ​ທີ່​ພະຍາຍາມ​ຍຶດ​ເອົາ​ເມືອງ​ໂມ​ຊູ​ລຄືນ.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ກະ​ປະມານ​ວ່າ ກຳລັງ​ຂອງ​ກຸ່ມ​ລັດ​ອິສລາມ​ໄດ້​
ສ້າງ​ຄວາມ​ເສຍ​ຫາຍ ​ໃຫ້​ແກ່​ໜ່ວຍ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ​ຂອງ​ອີຣັກ ຊຶ່ງ​ເປັນກອງ
​ກຳລັງ​ທີ່​ສຳຄັນ​ຂອງ​ອີຣັກໃນ​ອັດຕາ 40 ​ເປີ​ເຊັນ ​ໃນ​ໄລຍະ 9 ​ເດືອນ ທີ່ພະຍາຍາມ
​ຍຶດ​ເອົາ​ເມືອງ​ໂມ​ຊູ​ລຄືນແລະ​ຜູຸ້ບັນຊາ​ການ​ກຳລັງ​ແນວ​ໂຮມ​ຕໍ່ຕ້ານ​ກຸ່ມລັດ​ອິສລາມ​
ຂອງ​ສະຫະລັດ ກ່າວ​ວ່າ ການ​ສູ້​ລົບ​ກັນ​ຢູ່​ເມືອງ​ໂມ​ຊູ​ລ​ເປັນ​ການສູ້​ລົບ​ທີ່​ກັນ​ທີ່ໃຫຍ່​
ແລະ​ໂຫດຮ້າຍ​ທີ່​ສຸດ ​ເທົ່າ​ທີ່​ທ່ານ​ເຄີຍ​ໄດ້​ເຫັນ​ມາ.

​ແຕ່​ພວກ​ເຈົ້າໜ້າ​ທີ່​ກອງທັບ​ອີຣັກ ທີ່​ເດີນທາງ​ມາ​ຢ້ຽມຢາມ​ທຳນຽບ​ໃນ​ອາທິດ​ນີ້ລຸນ
ຫຼັງການ​ປະກາດ​ໄຊຊະນະ ​ຕໍ່​ກຸ່ມ​ລັດ​ອິສລາມ​ທີ່​ເມືອງ​ໂມ​ຊູ​ລ​ແລ້ວນັ້ນປາກົດ​ວ່າຍັງ
​ມີ​ຄວາມ​ກ້າຫານ​ຢູ່.

ນາ​ຍພົນ​ຈັດຕະວາ Yahya Rasool ກ່າວ​ຜ່ານ​ນາຍ​ພາສາ​ວ່າ “​ພວກ​ເຮົາຈະ​ເລີ້ມ
ການ​ປະຕິບັດ​ງານ ທາງ​ທະຫານ ໃນໄວໆນີ້ ​ເພື່ອ​ປົດ​ປ່ອຍ​ດິນ​ແດນ​ອີຣັກ ທີ່ຍັງ​ຖືກ
​ຍຶດຄອງ​ຢູ່.”

ນາຍ​ພົນ Rasool ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ສາມາດ​ທີ່​ເລີ້ມການ​ປະຕິບັດ​ງານ​ທາງທະ
ຫານຢູ່​ໃນ​ເຂດ​ຕ່າງໆ​ໄດ້​ໃນ​ເວລາ​ດຽວ​ກັນ. ພວກ​ເຮົາ​ມີ​ຄວາມ​ເຊື່ອ​ໝັ້ນວ່າພວກ​ເຮົາ​ສາມາດປະຕິບັດ​ງານ​ທາງ​ທະຫານ​ຢູ່​ໃນ​ຫຼາຍໆ​ບ່ອນ​ ພ້ອມໆ​ກັນ​ໄດ້.”

ນາຍ​ພົນ Rasool ​ແລະ​ເຈົ້າໜ້າ​ທີ່ອື່ນໆ ​ຂອງ​ລັດຖະບານ​ ໄດ້​ສະ​ແດງ​ໃຫ້​ເຫັນວ່າ
ພວກ​ຜູ້ນຳ​ອີຣັກ ຍັງ​ບໍ່​ທັນໄດ້ຕັດສິນ​ໃຈ​ ຢ່າງ​ເປັນ​ການ​ໜັກ​ແໜ້ນ​ກ່ຽວ​ກັບ​ວ່າ ການ
ບຸກ​ໂຈມ​ຕີ​ ຈະ​ມີ​ຜົນ​ອອກ​ມາ​ແບບ​ໃດ ​ແຕ່​ແນວ​ໃດ​ກໍ​ຕາມ​ເປົ້າໝາຍ​ທີ່​ອາດ​ເປັນ​ໄປ
​ໄດ້​ແມ່ນ​ຮວມທັງ​ເມືອງ Tal Afar ທີ່​ຕັ້ງຫ່າງ​ຈາກເມືອງ​ໂມ​ຊູ​ລ​ ໄປ​ທາງ​ຕາ​ເວັນ​ຕົກ ​
ປະມານ 60 ກິ​ໂລ​ແມັດ ​ແລະ​ເມືອງ Hawija ຢູ່​ໃນ​ແຂວງ Kirkuk ຂອງ​ອີຣັກ.

​ເຈົ້າໜ້າ​ທີ່​ສະຫະລັດ ກ່າວ​ວ່າ ການ​ດຳ​ເນີນ​ຄວາມ​ພະຍາຍາມ​ເພື່ອກວດ​ລ້າງ​ນັກ
ລົບ​ຂອງ​ກຸ່ມ​ລັດ​ອິສລາມທີ່​ຍັງ​ຕົກ​ຄ້າງ​ຢູ່​ໃນ​ບາງ​ບ່ອນ​ຂອງ​ເມືອງ​ໂມ​ຊູ​ລນັ້ນ ອາດ
ຈະ​ໃຊ້​ເວລາ​ຫຼາຍໆ​ອາທິດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG