ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເມືອງໃນອີຣັກ


ປະທານາທິບໍດີອີຣັກ ທ່ານ Jalal Talabani (ກາງຊ້າຍ) ຈັບມືກັບທ່ານ Osama al-Nujeifi (ກາງຂວາ) ປະທານສະພາແຫ່ງຊາດຄົນໃໝ່ຂອງອີຣັກ ທີ່ຖືກເລືອກໃນລະຫວ່າງກອງປະຊຸມ ທີ່ນະຄອນຫຼວງແບັກແດັດ (11 ພະຈິກ 2010)
ປະທານາທິບໍດີອີຣັກ ທ່ານ Jalal Talabani (ກາງຊ້າຍ) ຈັບມືກັບທ່ານ Osama al-Nujeifi (ກາງຂວາ) ປະທານສະພາແຫ່ງຊາດຄົນໃໝ່ຂອງອີຣັກ ທີ່ຖືກເລືອກໃນລະຫວ່າງກອງປະຊຸມ ທີ່ນະຄອນຫຼວງແບັກແດັດ (11 ພະຈິກ 2010)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາກ່າວວ່າ
ລັດຖະບານປະສົມຊຸດໃໝ່ຂອງອີຣັກ ຈະເປັນລັດຖະບານ
ໂຕແທນປະຊາຊົນມີຫຼາຍພັກຝ່າຍເຂົ້າຮ່ວມແລະສະທ້ອນ
ໃຫ້ເຫັນເຖິງຄວາມປາດຖະໜາຂອງຊາວອີຣັກ.

ທ່ານໂອບາມາ ກ່າວຕໍ່ພວກນັກຂ່າວທີ່ກຸງໂຊລວ່າ ຂໍ້ຕົກ
ລົງການຄອງອຳນາດ ຮ່ວມກັນທີ່ໄດ້ບັນລຸໃນສັບປະດານີ້
ແມ່ນຂີດໝາຍທີ່ສຳຄັນອີກອັນນຶ່ງສຳລັບອີຣັກໃນຍຸກໃໝ່.

ທ່ານເວົ້າວ່າ ຊາວອີຣັກພວມສະແດງໃຫ້ເຫັນເຖິງການຕັດ
ສິນໃຈຢ່າງແນ່ວແນ່ຂອງພວກເຂົາເຈົ້າ ທີ່ຈະປຸ້ມລຸມສາມັກ
ຄີປະເທດຊາດແລະເສີມສ້າງອະນາຄົດໃຫ້ເຂັ້ມແຂງ ກວ່າພວກທີ່ຕ້ອງການຢາກໃຫ້ອີຣັກ
ກ້າວໄປສູ່ສົງຄາມທາງສາສະໜາແລະຄວາມວຸ້ນວາຍ.

ລຸນຫຼັງທີ່ໄດ້ຕົກຢູ່ໃນສະພາບບໍ່ໄປບໍ່ມາມາໄດ້ 8 ເດືອນແລ້ວພວກຜູ້ນຳອີຣັກໄດ້ບັນລຸການ
ຕົກລົງກັນໃນມື້ວັນພຸດຜ່ານມາ ໃຫ້ນາຍົກລັດຖະມົນຕີຈາກກຸ່ມຊີໄອທ໌ ທ່ານ Nouri al-
Maliki ເຂົ້າກຳອຳນາດຕື່ມອີກສະໄໝນຶ່ງເປັນເວລາ 4 ປີ.

ຂໍ້ຕົກລົງທີ່ວ່ານີ້ ຍັງມອບຕຳແໜ່ງປະທານສະພາ ໃຫ້ແກ່ພັກ Iraqiya ທີ່ໄດ້ຮັບການໜຸນ
ຫຼັງຈາກກຸ່ມສາສະໜາອິສລາມນິກາຍຊຸນນີ່ແລະອະນຸຍາດໃຫ້ຜູ້ນຳຂອງຊາວ Kurd ທ່ານ
Jalal Talabani ກຳຕຳແໜ່ງປະທານາທິບໍດີຕໍ່ໄປຕື່ມອີກ.

ແຕ່ຂໍ້ຕົກລົງດັ່ງກ່າວໄດ້ເລີ້ມຕົ້ນບໍ່ຄ່ອຍລາບລື່ນປານໃດໃນວັນພະຫັດວານນີ້ ເວລາສະມາຊິກ
ສະພາແຫ່ງຊາດອີຣັກ ປະມານ 2 ສ່ວນ 3 ຂອງຈຳນວນທັງ ໝົດ 91 ຄົນໄດ້ພາກັນຍ່າງ
ອອກຈາກບ່ອນປະຊຸມໂດຍເວົ້າວ່າຄວາມຮຽກຮ້ອງຕ້ອງການຂອງພວກເຂົາເຈົ້າບໍ່ໄດ້ຮັບການ
ສະໜອງຕອບ.

ກ່ຽວຂ້ອງກັນ

XS
SM
MD
LG