ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອີຣັກຕັ້ງລັດຖະບານຊຸດໃໝ່


ຮູບຄະນະລັດຖະບານອີຣັກຊຸດໃໝ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ຢູ່ນະຄອນຫຼວງແບັກແດັດ (21 ທັນວາ 2010)
ຮູບຄະນະລັດຖະບານອີຣັກຊຸດໃໝ່ໃນພິທີສາບານໂຕເຂົ້າຮັບຕຳແໜ່ງ ຢູ່ນະຄອນຫຼວງແບັກແດັດ (21 ທັນວາ 2010)

ຫຼັງຈາກໄດ້ມີການຂັດແຍ້ງກັນ ມາໄດ້ຫຼາຍເດືອນແລ້ວ
ສະພາແຫ່ງຊາດຂອງອີຣັກ ໄດ້ໃຫ້ການອະນຸມັດດ້ວຍ
ຄະແນນສຽງຢ່າງເປັນເອກກະສັນ ຕໍ່ຄະນະລັດຖະບານ
ຊຸດໃໝ່ ຊຶ່ງມີນາຍົກລັດຖະມົນຕີ ຂອງລັດຖະບານຊຸດ
ແລ້ວ ທ່ານ Nouri Al-Maliki ເຂົ້າຮັບຕຳແໜ່ງເປັນ
ນາຍົກລັດຖະມົນຕີຕື່ມອີກ.

ສະພາແຫ່ງຊາດຂອງອີຣັກ ໄດ້ໃຫ້ການອະນຸມັດຕໍ່ສະ
ມາຊິກ 29 ທ່ານຂອງຄະນະລັດຖະບານທີ່ມີທັງໝົດ
42 ທ່ານ ໃນການລົງຄະແນນສຽງ ໃນວັນອັງຄານ
ວານນີ້ ໂດຍ​ໄດ້​ຍຸດຕິສະພາບການບໍ່ໄປບໍ່ມາທາງດ້ານການເມືອງເປັນເວລາ 9 ເດືອນລຸນ
ຫຼັງການເລືອກຕັ້ງໃນເດືອນມີນາ ທີ່ບໍ່ມີພັກຝ່າຍໃດ ໄດ້ຮັບໄຊຊະນະແບບເດັດຂາດນັ້ນ.

ລັດຖະມົນຕີຮັກສາການ ຈະກຳຕຳແໜ່ງລັດຖະມົນຕີອີກ 13 ຕໍາ​ແໜ່ງ ເປັນການຊົ່ວຄາວ
ຈົນກວ່າພວກທີ່​ຖືກ​ແຕ່ງ​ຕັ້ງ​ໃຫ້​ເປັນລັດຖະມົນຕີ​ຖາວອນ ຈະໄດ້ຮັບການອະນຸມັດຈາກສະ
ພາແຫ່ງຊາດ.

ພວກນັກວິເຄາະເວົ້າວ່າ ການປ່ອຍ​ໃຫ້​ມີ​ລັດຖະມົນຕີຮັກສາການຊົ່ວຄາວ ຢູ່ໃນຕຳແໜ່ງ
ຕ່າງໆເກືອບ 1 ສ່ວນ 3 ຂອງຄະນະລັດຖະບານນັ້ນ ອາດເປັນສິ່ງທີ່ພາໃຫ້ລັດຖະບານ
ຊຸດໃໝ່ບໍ່ມີສະເຖຍລະພາບ​ໄດ້ແລະພວກເຂົາເຈົ້າທຳນາຍວ່າຈະມີການຜິດຂ້ອງຕ້ອງຖຽງ
ທາງດ້ານການເມືອງເພີ່ມຕື່ມ.

ທ່ານ Maliki ຈະເຂົ້າກຳຕຳແໜ່ງ ໃນຖານະລັດຖະມົນຕີຮັກສາການ ຂອງ 3 ກະຊວງທີ່
ສຳຄັນໆ ຄືກະຊວງພາຍໃນ ປ້ອງກັນປະເທດ ແລະຄວາມໝັ້ນຄົງແຫ່ງຊາດ ຈົນກວ່າລັດ
ຖະມົນຖາວອນ ຂອງກະຊວງເຫຼົ່ານີ້ຈະໄດ້ຖືກຄັດເລືອກ ບາງທີຫຼັງຈາກການເຈລະຈາທາງ
ດ້ານການເມືອງກັບອະດີດນາຍົກລັດຖະມົນຕີ Ayad Allawi. ພັກປະສົມ Iraqiya ຂອງ
ທ່ານ Allawi ໄດ້ຮັບບ່ອນນັ່ງ ຫຼາຍກວ່າພັກຂອງທ່ານ Maliki ໃນການເລືອກຕັ້ງ ແຕ່ບໍ່
ສາມາດຊອກຫາພາຄີ ທີ່ຈະມາຈັດຕັ້ງລັດຖະບານປະສົມສຽງສ່ວນຫຼາຍໄດ້.

XS
SM
MD
LG