ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ພວກຜູ້ນໍາອິຣັກຫາທາງ ຕົກລົງກັນດ້ານການເມືອງ


ພວກຜູ້ນໍາການເມືອງພົບປະກັນ ໃນພາກເໜືອຂອງປະເທດ, ວັນທີ 8 ພະຈິກ 2010
ພວກຜູ້ນໍາການເມືອງພົບປະກັນ ໃນພາກເໜືອຂອງປະເທດ, ວັນທີ 8 ພະຈິກ 2010

ບັນດາ​ຜູ້​ນໍາ​ທີ່​ມີ​ອິດ​ທິພົນ​ຫລາຍ​ທີ່​ສຸດ​ຂອງ​ອິຣັກກໍາລັງ​ພົບ​ປະກັນ​ໃນ​ເຂດຊາວ Kurds
ໃນ​ພາກ​ເໜືອ​ຂອງ​ປະ​ເທດ ຊຶ່ງ​ພາ​ໃຫ້​ມີ​ຄວາມ​ຫວັງວ່າ ສະຖານະ​ການ​ດ້ານ​ການ​ເມືອງ
ທີ່​ຕົກຢູ່​ໃນ​ສະພາວະ​ບໍ່​ໄປ​ບໍ່​ມາ​ ເປັນ​ເວລາ 8 ​ເດືອນ​ມາແລ້ວນັ້ນ ຈະ​ຍຸຕິ​ລົງ​ໃນ​ໄວໆ​ນີ້.

Masoud Barzani ຊຶ່ງ​ເປັນປະທານາທິບໍດີສໍາລັບ​ເຂດ​ຊາວ Kurd ໄດ້​ສະ​ແດງ​ຄວາມ​ຍິນ
ດີຕ້ອນຮັບ​ນາຍົກລັດຖະມຸນຕີ Nouri al-Maliki ​ແລະ​ອະດີດ​ນາຍົກລັດຖະມຸນຕີ Ayad
Allawi ສູ່​ເມືອງ Irbil ​ໃນ​ວັນ​ຈັນ​ມື້​ນີ້.

ທ່ານ Allawi ຊຶ່ງ​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສັນນິບາດ Iraqiya ນິກາຍ Sunni ​ໄດ້
ຊະນະກຸ່ມປະສົມ State of Law ຂອງທ່ານ Maliki ໃນການເລືອກຕັ້ງລັດຖະສະພາ
ໃນເດືອນມີນາຜ່ານມາ ແຕ່ມາຮອດປັດຈຸບັນນີ້ ທັງສອງພັກບໍ່ສາມາດຕົກລົງກັນໄດ້
ໃນຄວາມພະຍາຍາມເພື່ອຈັດຕັ້ງລັດຖະບານປະສົມຂຶ້ນນັ້ນ.

ພວກນັກການເມືອງບາງຄົນກ່າວຕໍ່ແຫລ່ງສື່ມວນຊົນວ່າ ທັງສອງຝ່າຍໃກ້ຈະຕົກລົງກັນ
ໄດ້ແລ້ວ ໃນເລື້ອງການຮ່ວມອໍານາດກັນ .

XS
SM
MD
LG