ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ອິຣັກ ຮ້ອງຂໍໃຫ້ທ່ານມາລີກີ ປະກອບລັດຖະບານ ຊຸດໃໝ່


ພວກຜູ້ແທນອີຣັກ ເຂົ້າຮ່ວມກອງປະຊຸມສະພາ ຢູ່ນະຄອນຫລວງແບັກແດັກ (AP Photo/Karim Kadim)
ພວກຜູ້ແທນອີຣັກ ເຂົ້າຮ່ວມກອງປະຊຸມສະພາ ຢູ່ນະຄອນຫລວງແບັກແດັກ (AP Photo/Karim Kadim)

ປະທານາທິບໍດີອີຣັກໄດ້​ຮ້ອງຂໍຢ່າງ​ເປັນ​ທາງການ ​ໃຫ້ນາ​ຍົກ
ລັດຖະມົນຕີ ທີ່​ກໍາລັງ​ຈະ​ພົ້ນຈາກ​ຕໍາ​ເ​ເໜ່ງ ທ່ານ Nouri
al-Maliki ຈັດຕັ້ງຄະນະ​ລັດຖະບານ​ຊຸດໃໝ່ຂຶ້ນ ເພື່ອ​ຍຸດຕິ
ສະພາວະທີ່ບໍ່​ໄປ​ບໍ່ມາທາງ​ດ້ານການ​ເມືອງ ທີ່ໄດ້ເຮັດ​ໃຫ້​ປະ
ເທດ​ເປັນ​ອຳມະພາດ​ ​ນັບ​ຕັ້ງແຕ່ມີການ​ເລືອກ​ຕັ້ງທົ່ວ​ໄປ​ເປັນ ຕົ້ນມາ​ນັ້ນ.

ຄຳຮຽກຮ້ອງຢ່າງ​ເປັນ​ທາງການຂອງ​ປະທານາທິບໍດີ
JalalTalabani ​ ໃນວັນ​ພະຫັດ ມື້ນີ້​ ​ໃຫ້​ເວລາທ່ານ
Maliki 30 ມື້ ​ເພື່ອທຳ​ການຄັດ​ເລືອກ​ເອົາ​ຄະນະ​ລັດ ຖະບານ​ຂອງ​ທ່ານ ​ໃຫ້​ສຳ​ເລັດ.

ຄໍາປະກາດກ່ຽວ​ກັບ​ເລື້ອງ​ນີ້ ທີ່​ສົມຄວນ​ອອກ​ມາ​ແຕ່ດົນ
ນານນັ້ນ ໄດ້​ນຳອອກ​ມາ​ເຜີຍ​ແຜ່ ​ລຸນ​ຫລັງທີ່ຜູ້ນໍາທາງ​
ການ​ເມືອງ​ຂອງ​ຊົນ​ເຜົ່າ Shi’ite (ຊີ ​ໄອ), Kurd, ​ແລະ
Sunni ​ໄດ້​ບັນລຸ​ຂໍ້​ຕົກລົງແບ່ງປັນ​ອຳນາດ​ກັນ ທີ່​ໄດ້​ເຮັດໃຫ້ທ່ານ Maliki ກັບ​ມາ​ຢູ່ໃນ​ເສັ້ນ
ທາງ​ທີ່​ຈະດຳລົງ​ຕໍາ​ແໜ່ງຕໍ່​ໄປອີກ​ ເປັນສະ​ໄໝ ທີ 2.

ທ່ານ ປະທານາທິບໍດີ Talabani ​ໄດ້​ມີ​ກໍານົດຈະ​ແຕ່ງ​ຕັ້ງທ່ານ Maliki ​ໃຫ້​ເປັນ​ນາຍົກ​ໃນ​
ວັນ​ອາທິດ​ແລ້ວ​ນີ້ ​ແຕ່​ວ່າ​ໄດ້​ໂຈະ​ການຕັດສິນ​ໃຈ​ນັ້ນ​ໄວ້ ​ເພື່ອ​ໃຫ້ເວລາ​ທ່ານ Maliki ​ໄດ້​ເຈ
ລະຈາຕໍ່​ຮອງ ​ກ່ຽວ​ກັບ​ຕຳ​ແໜ່ງຕ່າງໆ​ໃນ​ລະດັບ​ລັດຖະມົນຕີ.

ຖ້າ​ທ່ານ Maliki ຫາກ​ບໍ່ສາມ​າດປະກອບລັດຖະບານ​ຊຸດໃໝ່ ຂຶ້ນ​ໄດ້​ພາຍ​ໃນ 1 ​ເດືອນ
ລັດຖະທຳ​ມະນູນກຳໜົດ​ໃຫ້ປະທານາທິບໍດີ ແຕ່ງຕັ້ງນາຍົກ​ຄົນ​ອື່ນ​ແທນ​ໄດ້.

XS
SM
MD
LG