ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກລັດຖະມົນຕີ ອີຣັກ ສະໜັບສະໜູນ ການມີໜ້າຂອງກອງກຳລັງສະຫະລັດ ຢູ່ໃນປະເທດຕໍ່ໄປ


ແຟ້ມພາບ - ທະຫານກອງທັບບົກສະຫະລັດດຳເນີນການຊ້ອມຍິງປືນຄົກ ຢູ່ປ້ອມທະຫານພັນທະມິດນ້ອຍ ຢູ່ໃນພາກຕາເວັນຕົກຂອງອີຣັກ ໃກ້ຊາຍແດນຕິດກັບຊີເຣຍ, ວັນທີ 24 ມັງກອນ 2018.
ແຟ້ມພາບ - ທະຫານກອງທັບບົກສະຫະລັດດຳເນີນການຊ້ອມຍິງປືນຄົກ ຢູ່ປ້ອມທະຫານພັນທະມິດນ້ອຍ ຢູ່ໃນພາກຕາເວັນຕົກຂອງອີຣັກ ໃກ້ຊາຍແດນຕິດກັບຊີເຣຍ, ວັນທີ 24 ມັງກອນ 2018.

ນາຍົກລັດຖະມົນຕີ ອີຣັກ ທ່ານ ໂມຮຳເມດ ເຊຍ ອາລ-ຊູດານີ ໄດ້ປົກປ້ອງ ການມີໜ້າຂອງພວກທະຫານສະຫະລັດ ແລະກອງກຳລັງຕ່າງຊາດອື່ນໆ ໂດຍ ບໍ່ມີຂໍ້ຈຳກັດຫຼືຂອບເຂດ ຢູ່ໃນປະເທດຂອງທ່ານ ໃນການໃຫ້ສຳພາດທີ່ໄດ້ພິມ ອອກເຜີຍແຜ່ໃນວັນອາທິດວານນີ້.

“ພວກເຮົາຄິດວ່າ ພວກເຮົາຕ້ອງການກອງກຳລັງຕ່າງຊາດ” ທ່ານ ຊູດານີ ໄດ້ກ່າວຕໍ່ໜັງສືພິມ ວອລ ສຕຣີດ ເຈີໂນລ (Wall Street Journal) ໃນການໃຫ້ສຳພາດເທື່ອທຳອິດກັບ ສະຫະລັດ ນັບຕັ້ງແຕ່ໄດ້ເຂົ້າດຳລົງ ຕຳແໜ່ງໃນເດືອນຕຸລາທີ່​ຜ່ານ​ມາ.

ກອງກຳລັງສະຫະລັດແລະອົງການເນໂຕ້ ໄດ້ຝຶກແອບໃຫ້ແກ່ພວກທະຫານອີຣັກ ໃນວິທີຕໍ່ສູ້ກັບກຸ່ມລັດອິສລາມ.

ທ່ານຊູດານີ ໄດ້ກ່າວຕື່ມວ່າ “ການກຳ​ຈັດກຸ່ມ ISIS ຕ້ອງໃຊ້ເວລາຕື່ມອີກ.”

ຄຳເຫັນຂອງທ່ານມີຄວາມສຳຄັນເພາະວ່າ ພັກການເມືອງຝ່າຍຕ່າງໆທີ່ສະໜັບ ສະໜູນທ່ານ ແລະຄວບຄຸມສະພາແມ່ນເຂົ້າຂ້າງຝ່າຍທີ່ສະໜັບສະໜຸນ ອີຣ່ານ ແລະເປັນປໍລະປັກຕໍ່ສະຫະລັດຢ່າງຍິ່ງ. ອີຣັກ ຍັງກາງຕໍ່ອີຣ່ານ ສຳລັບແກັສທຳມະຊາດ ແລະໄຟຟ້າ.

ສະຫະລັດມີທະຫານປະມານ 2,000 ຄົນ ປະຈຳການຢູ່ໃນອີຣັກ ເພື່ອຝຶກແອບ ແລະແນະນຳກອງກຳລັງຂອງອີຣັກ. ອົງການເນໂຕ້ ມີທະຫານຈຳນວນຫຼາຍ ຮ້ອຍຄົນຢູ່ທີ່ນັ້ນ ແລະກໍຍັງຢູ່ໃນບົດບາດບໍ່ສູ້ລົບ.

ທ່ານ ຊູດານີ ໄດ້ກ່າວວ່າ ອີຣັກ ຢາກມີສາຍສຳພັນທີ່ດີກັບທັງ ສະຫະລັດ ແລະອີຣ່ານ.

ທ່ານເວົ້າວ່າ “ພວກເຮົາມີ​ຄວາມມຸ້ງໝັ້ນໃຫ້ເປັນເຊັ່ນນັ້ນ ຂ້າພະເຈົ້າບໍ່ເຫັນສິ່ງນີ້ ເປັນເລື້ອງທີ່ເປັນໄປບໍ່ໄດ້ ເພື່ອເຫັນອີຣັກ ມີສາຍສຳພັນທີ່ດີ ກັບອີຣ່ານ ແລະສະຫະລັດ.”

ທ່ານຊູດານີ ຍັງປະເຊີນກັບປະຊາຊົນຜູ້ທີ່ຖືກກະທົບໂດຍວິກິດການດ້ານເສດຖະກິດ ແລະຕ້ອງການຊີວິດການເປັນຢູ່ທີ່ດີກວ່າເກົ່າ.

ການເດີນທາງຢ້ຽມຢາມ ເຕຫະຣ່ານ ໃນທ້າຍເດືອນພະຈິກປີກາຍນີ້ ຖືກຂີດ ໝາຍໂດຍຄຳໝັ້ນສັນຂອງການຮ່ວມມືທີ່ເຂັ້ມແຂງຂຶ້ນກວ່າເກົ່າ ໃນດ້ານເສດຖະກິດ ແລະຄວາມໝັ້ນຄົງ.

ໃນການໃຫ້ສຳພາດທີ່ໄດ້ພິມອອກເຜີຍແພ່ໃນວັນອາທິດວານນີ້ ທ່ານ ຊູດານີ ໄດ້ກ່າວຢ່າງຈະແຈ້ງວ່າ ທ່ານຢາກ​ເປັນ​ມິດກັບ ສະຫະລັດ ຊຶ່ງຖືກ​ລັອກ​ໃນ​ການປະເຊີນໜ້າກັບອີຣ່ານ.

ທ່ານກ່າວອີກວ່າ ທ່ານຢາກຈະສົ່ງຄະນະຜູ້ແທນໄປຍັງ ວໍຊິງຕັນ ໃນໄວໆນີ້ ບາງ​ເທື່ອ ເປັນຂັ້ນຕອນທີ່​ຈະນຳໄປສູ່ການພົບປະກັບປະທານາທິບໍດີ ໂຈ ໄບເດັນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG